ໄຂຂໍ້ຂ້ອງໃຈ ເປັນຫຍັງຊີ້ນງົວກິນດິບໄດ້ ແຕ່ໝູ ແລະ ໄກ່ ຫ້າມກິນດິບ?


ລາບ ກັບ ຄົນລາວເປັນຂອງຄູ່ກັນ ໂດຍສະເພາະລາບຊີ້ນ ບາງຄົນກໍມັກລາບສຸກ ບາງຄົນກໍມັກລາບດິບ ແຕ່ເຄີຍສົງໄສບໍ່ ວ່າເປັນຫຍັງຊີ້ນງົວເຮົາຈຶ່ງສາມາດກິນດິບໄດ້ເປັນເລື່ອງປົກກະຕິ ແຕ່ໝູ ຫຼື ໄກ່ ເຮົາບໍ່ສາມາດກິນດິບໄດ້ ຕ້ອງສຸກ 100% ເທົ່ານັ້ນ.

ມື້ນີ້ເຮົາຈະມາໄຂຂໍ້ຂ້ອງໃຈນຳກັນ! ເປັນຫຍັງຊີ້ນງົວກິນດິບໄດ້ ແຕ່ໝູ ແລະ ໄກ່ ຫ້າມກິນດິບ.

ໃນຊີ້ນໝູ ຈະມີເຊື້ອພະຍາດທີ່ເປັນອັນຕະລາຍຊະນິດໜຶ່ງແມ່ນ ສະເຕຣບໂຕຄອກຄັສ ຊູອິສ ທີ່ຈະເຮັດໃຫ້ເກີດໂຣກຫູດັບ ຈົນເຖິງຊີວິດໄດ້, ເຊື້ອໂຕນີ້ຈະຖືກທຳລາຍໃນອຸນຫະພູມ 70 ອົງສາ ບໍ່ໜ້ອຍກວ່າ 10 ນາທີ.

ສ່ວນໃນໄກ່ຈະມີໂອກາດພົບເຊື້ອຊານໂມເນວລາ ທີ່ຈະເຮັດໃຫ້ຄົນຕຶດເຊື້ອຖອກທ້ອງຢ່າງຮຸນແຮງຈົນເຖິງຂັ້ນຊັອກໄດ້, ເຊື້ອໂຕນີ້ຈະຖືກທຳລາຍໃນອຸນຫະພູມ 100 ອົງສາ ດົນ 1 ນາທີ ຫຼື ປະມານ 62 ອົງສາ ດົນ 4 ນາທີ. ໄຂ່ໄກ່ກໍເຊັ່ນກັນ ສາມາດມີເຊື້ອຊານໂມເນວລາຢູ່ທາງໃນໄຂ່ໄດ້, ດັ່ງນັ້ນ ໄຂ່ໄກ່ທົ່ວໄປຈະບໍ່ແນະນຳໃຫ້ກິນດິບ ແຕ່ກໍຈະມີໄຂ່ໄກ່ທີ່ສາມາດເອົາໄປກິນດິບໄດ້ ພວກນັ້ນຈະເປັນໄຂ່ໄກ່ທີ່ມາຈາກຟາມທີ່ຄວບຄຸມຂັ້ນຕອນການຜະລິດໃຫ້ໝັ້ນໃຈວ່າ ໄຂ່ໄກ່ມີຄຸນະພາບ. ສ່ວນຊີ້ນງົວນັ້ນ ກໍບໍ່ແມ່ນວ່າຈະບໍ່ມີເຊື້ອໂຣກ ຖ້າເປັນງົວທີ່ຖືກເອົາຊີ້ນມາບໍ່ຖືກວິທີ ອາດຈະເຮັດໃຫ້ມີການປົນເປື້ອນເຊື້ອແບັກທີເຣຍໄດ້ ຫຼື ຖ້າຫາກວ່າເປັນງົວທີ່ລ້ຽງຕາມທຳມະຊາດ ບໍ່ໄດ້ລ້ຽງຢູ່ໃນຟາມທີ່ຄວບຄຸມຄຸນະພາບ ກໍອາດຈະພົບກັບພະຍາດຝີໜອງໃນຊີ້ນງົວໄດ້.

ຊີ້ນງົວທີ່ມາຈາກຟາມທີ່ຄວບຄຸມການລ້ຽງຢ່າງເຂັ້ມງວດ ຈະມີໃບຢັ້ງຢືນທີ່ສາມາດກວດຄືນໄດ້ຍ້ອນຫຼັງໄດ້ເລີຍວ່າ ງົວໂຕນີ້ພໍ່ແມ່ມັນຊື່ຫຍັງ ລະຫວ່າງການລ້ຽງມັນກິນຫຍັງເປັນອາຫານ, ເຊິ່ງຖ້າເປັນງົວທີ່ມີໃບຢັ້ງຢືນມີແຫຼ່ງໃຫ້ກວດສອບຢ່າງຊັດເຈນ ພວກນີ້ແມ່ນປອດໄພພໍທີ່ຈະເອົາມາກິນດິບໄດ້.

ເຖິງຢ່າງໃດກໍຕາມ ບໍ່ວ່າຈະຊີ້ນຫຍັງ ການກິນອາຫານທີ່ສຸກຖືວ່າ ປອດໄພ ແລະ ລົດຄວາມສ່ຽງຕໍ່ສຸຂະພາບຂອງເຮົາລົງ.

ຂອບໃຈຂໍ້ມູນຈາກ: http://www.liekr.com/post05238931007608