ປະຊາຊົນສະເໜີໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາລາຄາຊີ້ນໝູຕົກຕ່ຳ ລາຄາຫົວອາຫານແພງ


ໃນຕອນເຊົ້າຂອງວັນທີ 13 ຕຸລາ 2023, ທ່ານ ທອງໃສ ໄຊຍະວົງຄໍາດີ, ເຈົ້າເມືອງອຸທຸມພອນ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຜູ້ປະກອບການລ້ຽງໝູພັນພາຍໃນເມືອງ, ເຊິ່ງໄດ້ຮັບການຕ້ອນຮັບຈາກຜູ້ປະກອບການລ້ຽງໝູພັນ.

ໂດຍການລົງຊຸກຍູ້ການລ້ຽງໝູພັນພາຍໃນເມືອງອຸທຸມພອນ ຂອງທ່ານເຈົ້າເມືອງ ແລະ ຄະນະຄັ້ງນີ້ແມ່ນໄດ້ລົງຕິດຕາມເບິ່ງຟາມລ້ຽງໝູພັນ ມຸກສະຫວັນ, ເຊິ່ງມີໝູແມ່ພັນ 105 ໂຕ, ພໍ່ພັນ 05 ໂຕ ແລະ ໝູຂຸນອີກຈໍານວນ 260 ໂຕ, ເຊິ່ງຕັ້ງໃນຂອບເຂດບ້ານ ໄຊອຸດົມ ແລະ ຟາມໝູພັນ ສຸກສາຄອນ ອຸດົມສິນ, ເຊິ່ງມີໝູທັງໝົດ 600 ກວ່າໂຕ ທີ່ຕັ້ງຢູ່ໃນຂອບເຂດບ້ານກາງໂພສີ.

ສໍາລັບຜູ້ປະກອບການລ້ຽງໝູພັນ ຍັງໄດ້ສະເໜີໃຫ້ທ່ານເຈົ້າເມືອງຊ່ວຍແກ້ໄຂບັນຫາທີ່ຜູ້ປະກອບການກໍາລັງປະສົບພົບພໍ້ຢູ່ໃນປັດຈຸບັນກໍຄື ບັນຫາລາຄາໝູຕົກຕໍ່າ, ຄ່າຫົວອາຫານແພງ ບວກໃສ່ກັບແມ່ຄ້າຄົນກາງມາກົດໜ່ວງລາຄາໝູລົງອີກ ອັນໄດ້ເຮັດໃຫ້ຜູ້ປະກອບການລ້ຽງໝູພັນ ຝືດເຄືອງຫຼາຍ ສະນັ້ນແລ້ວຢາກໃຫ້ຂັ້ນເທິງເຂົ້າມາຊ່ວຍເຫຼືອທາງດ້ານລາຄາໝູ, ຄ່າຂົນສົ່ງຫົວອາຫານ ແລະ ແກ້ໄຂໂດຍດ່ວນເພື່ອຈະເຮັດໃຫ້ການລ້ຽງໝູຢູ່ລອດ. ນອກຈາກນີ້ ກໍຍັງມີການລັກລອບໜີພາສີນໍາເຂົ້າລູກປາ ທີ່ບໍ່ຖືກຕ້ອງພາຍໃນເມືອງ ອັນໄດ້ສ້າງຜົນກະທົບທີ່ບໍ່ດີຕໍ່ຜູ້ປະກອບການຈໍາໜ່າຍລູກປາພາຍໃນເມືອງອີກດ້ວຍ.

ໂອກາດດັ່ງກ່າວ ທ່ານ ທອງໃສ ໄຊຍະວົງຄໍາດີ ເຈົ້າເມືອງ ກ່າວວ່າ: ໃນການລົງມາຢ້ຽມຢາມເທື່ອນີ້ ກໍເພື່ອຕິດຕາມເບິ່ງສະພາບຄວາມເປັນຈິງຂອງຜູ້ປະກອບການລ້ຽງໝູພັນ ຄໍາສະເໜີທີ່ຜູ້ປະກອບການສະເໜີມາກໍຈະຊອກຫາທາງອອກຊ່ວຍກັນໂດຍໄວທີ່ສຸດ ເພື່ອແກ້ໄຂບັນຫາໃຫ້ຖືກກັບເປົ້າໝາຍ, ພ້ອມນີ້ທ່ານ ຍັງໄດ້ເນັ້ນໃຫ້ຜູ້ປະກອບການລ້ຽງໝູ ທີ່ມີພື້ນທີ່ເປົ່າວ່າງກວ້າງຂວາງທີ່ມີເງື່ອນໄຂນອກຈາກລ້ຽງໝູແລ້ວ ກໍຢາກໃຫ້ລ້ຽງໄກ່ລາດຕື່ມ ເພາະວ່າຕະຫຼາດມີຄວາມຕ້ອງການຫຼາຍ ໂດຍສະເພາະແມ່ນສາມຫຼ່ຽມປີ້ງໄກ່ເຊໂນແມ່ນເນັ້ນໃສ່ແຕ່ໄກ່ລາດເປັນຫຼັກ.

ກ່ອນໜ້າຈະລົງຊຸກຍູ້ຜູ້ປະກອບການລ້ຽງໝູພັນ ທ່ານເຈົ້າເມືອງ ຍັງໄດ້ພົບປະໂອ້ລົມພະນັກງານຫ້ອງການກະສິກໍາ-ປ່າໄມ້ເມືອງໂດຍທ່ານເນັ້ນວ່າ: ຢາກໃຫ້ບັນດາທ່ານກວດກາຄືນຫ້ວຍ, ຮ່ອງ, ຄອງບຶງ ທີ່ຈະຕັນນໍ້າໄວ້ປູກພືດລະດູແລ້ງປີນີ້ໃຫ້ພຽງພໍ, ພ້ອມທັງເບິ່ງທ່າແຮງຄວາມພ້ອມ ແລະ ຄວາມເໝາະສົມວ່າເຂດໃດເໝາະແກ່ການປູກພືດ, ການລ້ຽງສັດ ຕ້ອງໄດ້ສົ່ງເສີມເພື່ອເປັນຈຸດຂາຍ ໂດຍສະເພາະແມ່ນຢາກໃຫ້ປູກຜັກ, ໝາກຫຸ່ງ, ໝາກແຕງ, ໝາກຖົ່ວ ແລະ ຜັກສ້ຽນໃຫ້ຫຼາຍຂຶ້ນກວ່າເກົ່າ ເພຶ່ອບໍ່ຢາກໃຫ້ນໍາເຂົ້າ ອັນໃດທີ່ເຮົາເຮັດໄດ້ກໍຕ້ອງຊຸກຍູ້ສົ່ງເສີມໃຫ້ຫຼາຍ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃຫ້ພຽງພໍ ເພາະວ່າເມືອງອຸທຸມພອນເປັນເມືອງພັດທະນາຕາມແຜນທີ່ວາງໄວ້ໃນປີ 2025.

ຂອບໃຈຂໍ້ມູນຈາກ: ຫ້ອງການ ຖວທ ເມືອງອຸທຸມພອນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/