ນະຄອນຫຼວງວຽງຈັນ ເປີດໂຄງການ ສິນຄ້າລາຄາປະຢັດ ຊີ້ນໝູລາຄາເລີ່ມຕົ້ນ ກິໂລລະ 45.000 ກີບ ຊ່ວຍປະຊາຊົນຫຼຸດຜ່ອນຄ່າຄອງຊີບ


ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດຊີພີລາວ ຈຳກັດ ເປີດໂຄງການສິນຄ້າທຸງຟ້າລາຄາປະຢັດຊ່ວຍປະຊາຊົນຫຼຸດຜ່ອນຄາຄອງຊີບ ຂອງປະຊາຊົນ ເລີ່ມຕົ້ນມື້ນີ້ເປັນຕົ້ນໄປ.

ໂດຍໃນວັນທີ 20 ມີນາ 2024 ທີ່ລັດວິສາຫະກິດສະບຽງອາຫານ ນວ ມີທ່ານ ຄຳຫຼ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານ ນວ ທ່ານນາງ ທັດດາວອນ ສິກະເສີມຄ່ຽມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ມີຕາງໜ້າບໍລິສັດຊີພີລາວ ຈຳກັດ ແລະ ຕາງໜ້າຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳຫຼ້າ ແສງດາວົງ ກ່າວວ່າ ໂດຍໄດ້ຮັບທິດຊີ້ນຳຈາກຂັ້ນເທິງ ໂດຍສະເພາະການຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂທາງດ້ານເສດຖະກິດການເງິນ ກໍຄື ການສົ່ງເສີມການຜະລິດພາຍໃນເພື່ອຫຼຸດຜ່ອນການນຳເຂົ້າ ສະນັ້ນສອງບໍລິສັດຈຶ່ງໄດ້ເປີດໂຄງການສິນຄ້າທຸງຟ້າລາຄາປະຢັດຊ່ວຍປະຊາຊົນຫຼຸດຜ່ອນຄ່າຄອງຊີບນີ້ ເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບໃຫ້ແກ່ຊາວ ນວ ໂດຍສະເພາະຜູ້ທີ່ມີລາຍໄດ້ໜ້ອຍໄດ້ຢູ່ຮ່ວມກັນ ເຊິ່ງການຈຳໜ່າຍສິນຄ້າດັ່ງກ່າວແມ່ນບໍ່ຫວັງຜົນກຳໄລໃດໆ.

ໂດຍຕັດຄ່າບໍລິການຕ່າງໆອອກເຫຼືອແຕ່ຕົ້ນທຶນເທົ່ານັ້ນ ເຊິ່ງຊີ້ນໝູ ແລະ ຜະລິດຕະພັນຊີ້ນໝູຂອງບໍລິສັດຊີພີລາວ ຈຳກັດແມ່ນໄດ້ນຳມາຈາກໂຮງງານຂ້າສັດທັນສະໄໝດອນດູ່ ໂດຍມີລາຄາຖືກກວ່າລາຄາທ້ອງຕະຫຼາດທົ່ວໄປ ມີສິນຄ້າຫຼາຍກວ່າ 30 ລາຍການໃຫ້ເລືອກຊື້ເຊັ່ນ ຊີ້ນໝູ ໄກ່ ໄຂ່ ຜະລິດຕະພັນຊີ້ນໝູຕ່າງ ຊີ້ນໝູລາຄາເລີ່ມຕົ້ນ 45.000-70.000 ກີບຕໍ່ໂລ ໄຂ່ລາຄາເລີ່ມຕົ້ນ 51.000-60.000 ກີບຕໍ່ແຕະ ແລະ ສິນຄ້າອື່ນໆກໍມີລາຄາຖືກກວ່າຕະຫຼາດທົ່ວໄປ.

ໂຄງການດັ່ງກ່າວເລີ່ມຂາຍວັນທີ 19-31 ມີນານີ້ ຈາກນັ້ນກໍຈະສືບຕໍ່ຂາຍຮອດວັນທີ 12 ເມສາ 2024 ແລະ ຈະສືບຕໍ່ຂາຍໄປເລື້ອຍໆ ສະນັ້ນເຊີນຊວນປະຊາຊົນຊາວ ນວ ທີ່ມີຄວາມສົນໃຈສາມາດມາເລືອກຊື້ໄດ້ທີ່ລັດວິສາຫະກິດສະບຽງອາຫານ ນວ ຕັ້ງຢູ່ບ້ານສີຫອມ ເມືອງຈັນທະບູລີ ນວ ເຊິ່ງບັນດາຜະລິດຕະພັນທີ່ມາວາງຂາຍລ້ວນແຕ່ເປັນສິນຄ້າທີ່ມີຄຸນະພາບ ຊີ້ນສົດໃໝ່ທຸກວັນ ສະອາດປອດໄພ ຜະລິດຕະພັນທີ່ໄດ້ມາດຕະຖານ ທັງນີ້ກໍເພື່ອເປັນສ່ວນໜຶ່ງໃນການຊ່ວຍປະຊາຊົນຜູ້ມີລາຍໄດ້ໜ້ອຍປະຢັດຄ່າໃຊ້ຈ່າຍປະຈຳວັນລົງ.

https://www.facebook.com/VientianeMai/posts/pfbid0zGd7XLWqtyXkMAD6yeoWJWk6ZJqFrLTT3FJC7mqoemM4zhGArmm8dNSzRbfahEnKl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/