ພໍ່ແມ່ບອກບໍ່ເຄີຍຟັງ ຫມໍດູສັ່ງ ຮີບຕອບ Ok! ແມ່ນຫຍັງ ຄືເບື້ອງຫຼັງທີ່ເຮັດໃຫ້ເຮົາ ມັກເຊື່ອໝໍດູ


“ຣາສີທີ່ຈະເປັນເສດຖີງວດນີ້….ໄດ້ແກ່……!!!!”

ໃຜເປັນສາຍມູຍົກມືຂຶ້ນ!!! ມີໃຜກໍາລັງເປັນແບບນີ້ຢູ່ບໍ່? ເວລາມີຄົນໃກ້ຊິດທີ່ເປັນພໍ່ແມ່ອ້າຍເອື້ອຍແນະນຳຫຍັງ ມັກຈະບໍ່ຄ່ອຍເຊື່ອຟັງ ຫຼື ເຮັດຕາມພໍປານໃດ. ແຕ່ເວລາທີ່ໄປເບິ່ງໝໍ ຫຼື ໄປຟັງຄໍາທຳນາຍຈາກໝໍດູ ສ່ວນໃຫຍ່ຈະເຊື່ອ ແລະ ເຮັດຕາມທັນທີ ຄ້າຍກັບວ່າຖືກມົນສະກົດບັນດານໃຈ. ແລ້ວພວກເຮົາເຄີຍສົງໄສບໍ່ວ່າ ເປັນຫຍັງເຮົາຈຶ່ງເຊື່ອໝໍດູຫຼາຍກວ່າຄົນໃກ້ຊິດ ແມ່ນຫຍັງຄືເບື້ອງຫຼັງຂອງຄວາມເຊື່ອເຫຼົ່ານັ້ນ. ມື້ນີ້ພວກເຮົາມາຫາຄຳຕອບນຳກັນ.

  1. ໝໍດູຄືທີ່ເພິ່ງທາງໃຈ

ເມື່ອເວົ້າເຖິງຫຼັກໂຫຣາສາດ ຖືໄດ້ວ່າຄຽງຄູ່ກັບສັງຄົມມະນຸດມາແຕ່ບູຮານະການ ເຊັ່ນ: ການເບິ່ງລາຍມື, ການຄຳນວນຫາມື້ງາມຍາມດີ, ການທຳນາຍດວງຊະຕາ 12 ຣາສີ, ການເບິ່ງໝໍຟັງຄຳທຳນາຍທາຍທັກຜ່ານແມ່ໝໍ-ພໍ່ໝໍ ຫຼື ການອ່ານໄພ້ຍິບຊີລາຍວັນ ລາຍອາທິດ ລາຍເດືອນ ລາຍປີ ເປັນຕົ້ນ. ດັ່ງນັ້ນ, ການເບິ່ງໝໍ ກໍຄືການຫາທີ່ເພິ່ງທາງໃຈ ແລະ ຊ່ວຍໃຫ້ເຮົາມີຄວາມລະມັດລະວັງໃນການໃຊ້ຊີວິດຫຼາຍຂຶ້ນ.

  1. ຊ່ວຍຫຼຸດຜ່ອນຄວາມກັງວົນ

ຄົນເຮົາ ມັກມີຄວາມກັງວົນໄປລ່ວງໜ້າ ຍ້ອນບໍ່ຮູ້ວ່າຈະເກີດຫຍັງຂຶ້ນກັບເຮົາເລີຍ ຈຶ່ງເຮັດໃຫ້ເຮົາເກີດຄວາມຄຽດ, ເກີດຄວາມວິຕົກກັງວົນໄດ້ງ່າຍ ຈົນພາໃຫ້ຄິດຫຼາຍ ແລະ ມີອາການນອນບໍ່ຫຼັບ. ການເບິ່ງດວງ ຫຼື ຟັງຄຳທຳນາຍຕ່າງໆ ກໍເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ເຮົາຫຼຸດຜ່ອນຄວາມຄຽດທີ່ເກີດຈາກການວິຕົກກັງວົນລ່ວງໜ້າລົງໄດ້ ເພາະການຮູ້ຈັກດວງຊະຕາຂອງຕົນລ່ວງໜ້າ ເຮັດໃຫ້ຄົນເຮົາຮູ້ສຶກວ່າສາມາດຄວບຄຸມຊີວິດຂອງຕົນເອງໄດ້.  

  1. ເບິ່ງດວງ ກໍເພື່ອຢືນຢັນຄຳຕອບບາງຢ່າງ

ບາງຄັ້ງ ເຮົາອາດມີຄຳຕອບໃນໃຈແລ້ວວ່າຈະເຮັດສິ່ງໃດສິ່ງໜຶ່ງ, ແຕ່ເພື່ອຢາກຫາສິ່ງມາຢືນຢັນອີກໜຶ່ງສຽງ ຈຶ່ງມັກຈະເບິ່ງດວງທຳນາຍວ່າເປັນໄປໃນທິດທາງດຽວກັນກັບສິ່ງທີ່ຕົນກຳລັງຄິດຢູ່ຫຼືບໍ່ ເຊັ່ນ: ຢາກລອງສະໝັກວຽກບ່ອນໃໝ່ ແຕ່ບໍ່ແນ່ໃຈວ່າຄວນເຮັດຫຼືບໍ່ ຈຶ່ງຫັນໄປເພິ່ງໝໍດູ ແລະ ຖ້າຫາກການເບິ່ງຄຳທຳນາຍແລ້ວເປັນໄປໃນທິດທາງດຽວກັນກັບສິ່ງທີ່ຄິດທີ່ຕັ້ງໃຈໄວ້ ຈຶ່ງເປັນການຢືນຢັນຄຳຕອບໃຫ້ຊັດເຈນຍິ່ງຂຶ້ນນັ້ນເອງ.

  1. ຊ່ວຍເພີ່ມຄວາມໝັ້ນໃຈໃຫ້ຕົນເອງ

ເມື່ອຄຳທຳນາຍ ເປັນໄປໃນທິດທາງທີ່ດີ ມັກຈະຊ່ວຍໃຫ້ເຮົາເກີດກຳລັງໃຈໃນການລົງມືເຮັດສິ່ງທີ່ຄາດຫວັງໄວ້ດ້ວຍແຮງໃຈທີ່ເຕັມປ່ຽມ ຈຶ່ງເປັນທີ່ມາຂອງການເກີດຄວາມໝັ້ນໃຈທີ່ຈະລົງມືເຮັດສິ່ງໃດສິ່ງໜຶ່ງຫຼາຍຂຶ້ນ.  

ເຖິງບາງຄົນອາດບອກວ່າ ໝໍດູ ກໍຄືໝໍເດົາ ເປັນພຽງແຕ່ການຄາດເດົາເຫດການລ່ວງໜ້າ ທີ່ບໍ່ສາມາດຮູ້ໄດ້ວ່າຈະເກີດຂຶ້ນແທ້ ຫຼື ບໍ່ ກໍຕາມ. ແຕ່ມັນກໍດີກວ່າການທີ່ເຮົາບໍ່ຮູ້ຫຍັງເລີຍວ່າຈະເກີດຫຍັງຂຶ້ນໃນອະນາຄົດ ເພາະຢ່າງໜ້ອຍຈະຊ່ວຍໃຫ້ເຮົາມີແຜນກຽມຮັບມືໄວ້ລ່ວງໜ້າ ເຊັ່ນ: ຖ້າຄຳທຳນາຍບອກວ່າ ພາຍໃນເດືອນໜ້າມີເກນຈະເກີດອຸບັດຕິເຫດເລືອດຕົກຢາງອອກ ເມື່ອເຮົາຮູ້ລ່ວງໜ້າ ກໍຈະເປັນການເພີ່ມສະຕິຄວາມລະມັດລະວັງໃນການດຳລົງຊີວິດຫຼາຍຂຶ້ນ.

ສຸດທ້າຍແລ້ວ ການທີ່ເຮົາຈະເຊື່ອ ຫຼື ບໍ່ເຊື່ອສິ່ງທີ່ໝໍດູທຳນາຍ ກໍຂຶ້ນຢູ່ກັບຕົວຂອງເຮົາເອງເປັນຄົນຕັດສິນໃຈ ຖ້າຜົນທຳນາຍອັນໃດອອກມາດີ ກໍຮັບໄວ້ເປັນກຳລັງໃຈໃຫ້ຕົນເອງ. ແຕ່ຖ້າຄໍາທຳນາຍໃດ ອອກມາໃນທິດທາງບໍ່ດີ ກໍພະຍາຍາມໃຊ້ຊີວິດດ້ວຍຄວາມລະມັດລະວັງເພື່ອບໍ່ໃຫ້ມັນເກີດຂຶ້ນຕາມຄຳທຳນາຍເອົາໄວ້. ທັງນີ້, ເຮົາບໍ່ຄວນເອົາມາຄິດຫຼາຍ ຫຼື ເຊື່ອຈົນງົມງວາຍ ເພາະວ່າຖ້າເຮົາບໍ່ພິຈາລະນາຮອບຄອບ ອາດພໍ້ມິດສາຊີບໃນຮ່າງໝໍດູ ຈົນກ້າວໄປສູ່ການສູນເສຍຊັບສິນຈໍານວນຫຼວງຫຼາຍໄປກັບການແກ້ດວງ. 

ແຫຼ່ງຂໍ້ມູນອ້າງອີງ:

http://tinyurl.com/yc2yvf4s

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/