ບໍລິສັດນ້ຳມັນປາມເກົາຫຼີ ຕັ້ງໃຈຈູດປ່າໃນອິນໂດເນເຊຍ ທຳລາຍສິ່ງແວດລ້ອມມະຫາສານ!


ບໍລິສັດນ້ຳມັນປາມ ສ.ເກົາຫລີ ຕັ້ງໃຈຈູດໄຟເຜົາປ່າຂະໜາດໃຫຍ່ໃນປະເທດອິນໂດເນເຊຍ ເພື່ອເອົາພື້ນທີ່ປູກຕົ້ນປາມ ທຳລາຍສິ່ງແວດລ້ອມມະຫາສານ.

BBCເຜີຍຫຼັກຖານບໍລິສັດຜູ່ຜະລິດນ້ຳມັນປາມຍັກໃຫຍ່ຂອງ ສ.ເກົາຫລີ ໄດ້ຕັ້ງໃຈຈູດໄຟເຜົາປ່າຝົນຜືນໃຫຍ່ທີ່ສຸດຂອງອາຊີ ໃນແຂວງປາປົວ ປະເທດອິນໂດເນເຊຍ ເພື່ອນຳເອົາພື້ນທີ່ໄປເຮັດສວນນ້ຳມັນປາມ.

ນ້ຳມັນປາມນັ້ນເປັນວັດຖຸດິບທີ່ໃຊ້ຫຼາກຫຼາຍໃນຊີວິດປະຈຳວັນຂອງເຮົາ ທັງອາຫານ, ເຄື່ອງສຳອາງ, ຜະລິດຕະພັນເຮັດຄວາມສະອາດຕ່າງໆອີກຫຼວງຫຼາຍ. ອິນໂດຍເນເຊຍຕ້ອງພົບກັບບັນຫາການເຜົາປ່າຢ່າງຕໍ່ເນື່ອງ ເພື່ອເຫດຜົນໃນການເຮັດພື້ນທີ່ປູກສວນປາມ ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສິ່ງແວດລ້ອມ.

ບໍລິສັດນ້ຳມັນປາມສັນຊາດເກົາຫລີ ຊື່ວ່າ Korindo ເປັນໜຶ່ງໃນບໍລິສັດລາຍໃຫຍ່ທີ່ດຳເນີນທຸລະກິດໃນອິນໂດເນເຊຍທີ່ເຂົ້າມາເຮັດສວນປາມນ້ຳມັນ ແລະ ໄດ້ເຜົາຖາງປ່າໄປແລ້ວ 576,000,000 ຕາແມັດ.

ທີ່ຜ່ານມາ Korindo ໄດ້ປະຕິເສດໃນການໃຊ້ໄຟເຜົາເພື່ອຖາງປ່າ ເຊິ່ງເປັນສິ່ງທີ່ຜິດກົດໝາຍໃນປະເທດ ແຕ່ເຖິງຢ່າງໃດກໍຕາມການສືບສວນຫຼັກຖານຕ່າງໆທາງພາບຖ່າຍ ພາບດາວທຽມ ເຜີຍໃຫ້ເຫັນລັກຖານທີ່ບົ່ງຊີ້ເຖິງການຈູດໄຟໃນເຂດພື້ນທີ່ສຳປະທານຂອງບໍລິສັດ.

ທາງບໍລິສັດເຜີຍວ່າ ການຖາງປ່າເກີດຂຶ້ນໂດຍການໃຊ້ເຄື່ອງຈັກກົນໜັກທັງໝົດ, ໄດ້ເກີດໄຟປ່າຕາມທຳມະຊາດຫຼາຍຄັ້ງໃນພື້ນທີ່ ເນື່ອງຈາກສະພາບແຫ້ງແລ້ງ ແລະ ອ້າງວ່າໄຟໃນພື້ນທີ່ສຳປະທານນັ້ນເກີດຈາກການທີ່ຊາວບ້ານຈູດໄຟລ່າໜູປ່າຍັກທີ່ລີ້ຢູ່ຕາມໄມ້. ແຕ່ຊາວບ້ານໄດ້ເຜີຍຂໍ້ມູນທີ່ຕ່າງກັນ ໂດຍລະບຸວ່າ ບໍລິສັດໄດ້ຈູດໄຟເຜົາປ່າໃນພື້ນທີ່ເປັນເວລາຫຼາຍປີ ເຊິ່ງກົງກັບເວລາດຽວກັນທີ່ພົບກັບຫຼັກຖານ.

ການເຜົາປ່າສົ່ງຜົນກະທົບຕໍ່ພືດພັນ, ສັດປ່າ, ຊົນເຜົ່າ ແລະ ມະນຸດຢ່າງມະຫາສານ ເຖິງບໍລິສັດຈະອ້າງວ່າໄດ້ນຳເອົາການຈ້າງງານ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ພູມີພາກນີ້ ແຕ່ສຳຫຼັບນາງ ອາລິຊາເບດ ນະດິນວາເອັນ ຜູ່ນຳອາວຸໂສຂອງເຜົ່າ ໄດ້ເສົ້າເສຍໃຈກັບຜືນປ່າອັນອຸດົມສົມບູນທີ່ຖືກທຳລາຍໄປຕໍ່ໜ້າຕໍ່ຕາຂອງນາງ “ເຮົາປົກປ້ອງຜືນປ່າຂອງເຮົາ ແລະ ບໍ່ເຄີຍທໍາລາຍມັນ ແຕ່ພວກຄົນນອກເຂົ້າມາແລ້ວຖາກຖາງມັນ ມັນຄືຮອຍບາດແຜທີ່ບາດເລິກ…ຂ້ອຍຮ້ອງໄຫ້ດ້ວຍຄວາມໂສກເສົ້າເສຍໃຈໃຫ້ກັບຜືນປ່າອັນງົດງາມຂອງປາປົວ ທີ່ພະເຈົ້າໄດ້ສ້າງໃຫ້ແກ່ພວກເຮົາ” ນາງກ່າວ.

ຂອບໃຈຂໍ້ມູນຈາກ:

https://www.bbc.com/thai/international-54931683?at_custom3=BBC%20Thai&at_custom2=facebook_page&at_campaign=64&at_medium=custom7&at_custom1=[post%20type]&at_custom4=8FF87B86-25C2-11EB-91DC-1E393A982C1E&fbclid=IwAR335xKdPsLvVAWhtpIhIFWWRW9oBNnABdfG4_afWISK2Pe1Od3sKDw0EGc

https://www.facebook.com/environman.th/posts/3206984302763328