“ອິນໂດເນເຊຍ” ເປີດເສັ້ນທາງຂົນສົ່ງໂດຍກົງໄປສູ່ “ຈີນ” ເພື່ອກະຕຸ້ນການຄ້າ ແລະ ຫຼຸດຕົ້ນທຶນ


ເຈົ້າໜ້າທີ່ຂອງເກາະ Batam ຂອງອິນໂດເນເຊຍໄດ້ດຳເນີນການຂົນສົ່ງສິນຄ້າໂດຍກົງຢ່າງເປັນທາງການໃນວັນທີ 31 ມີນາທີ່ຜ່ານມານີ້ ຈາກທ່າເຮືອບາຕຳໄປຫານະຄອນກວາງໂຈ ແລະ ເຊິນເຈິ້ນຂອງຈີນ ເພື່ອສົ່ງເສີມທາງດ້ານການຄ້າລະຫວ່າງ 2 ປະເທດ.

ທັງນີ້, ການບໍລິການຂົນສົ່ງສິນຄ້າໂດຍກົງທີ່ດຳເນີນການໂດຍບໍລິສັດ Persero Batam ແລະ the Batam Concession Agency ຮ່ວມກັບ SITC Internationanl Holdings ເຊິ່ງເປັນບໍລິສັດໂລຈິສຕິກໃນຮ່ອງກົງ

ສຳລັບການບໍລິການຂົນສົ່ງສິນຄ້າທີ່ໃຊ້ເສັ້ນທາງໂດຍກົງນີ້ຈະໃຊ້ເຮືອທີ່ສາມາດຮັບຄວາມຈຸໄດ້ທີ່ 1000 TEU ແລະ ຈະໃຫ້ບໍລິການອອກເຮືອທຸກໆວັນອາທິດ ເປັນຈຳນວນ 4 ຖ້ຽວຕໍ່ເດືອນ

ປັດຈຸບັນ, ໄດ້ມີບໍລິສັດຂົນສົ່ງ 5 ແຫ່ງທີ່ໃຊ້ບໍລິການ ເຊິ່ງພວກເຂົາສາມາດຫຼຸດຜ່ອນຕົ້ນທຶນໃນການສົ່ງສິນຄ້າໄດ້ເຖິງ 600 ໂດລາເມື່ອທຽບກັບການຂົນສົ່ງແບບເເວ່ປ່ຽນເຮືອຢູ່ທີ່ສິງກະໂປ

Muhammad Rudi ຫົວໜ້າຄະນະກຳມະການພັດທະນາບາຕຳຄາດຫວັງວ່າໃນອະນາຄົດ ເກາະ batam ຈະກາຍເປັນຈຸດຂົນສົ່ງສິນຄ້າທີ່ດີ ແລະ ບໍລິສັດທຸກແຫ່ງໃນ batam ຈະສາມາດໃຊ້ປະໂຫຍດຈາກການໃຊ້ເສັ້ນທາງຂົນສົ່ງໂດຍກົງໄປຍັງຈີນໄດ້ ໂດຍຕັ້ງເປົ້າໝາຍໃນການຂົນສົ່ງສິນຄ້າໄວ້ທີ່ 2 ລ້ານ TEU ຕໍ່ປີ.

ທີ່ມາ:

vietnamplus

xinhuathai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/