ຊາຍທີ່ປ່ວຍເປັນໂຣກ “ນັກປາດ” ເວົ້າໄດ້ຮອດ 56 ພາສາ!


ເວັບໄຊ odditycentral ໄດ້ອອກມາເຜີຍແຜ່ເລື່ອງລາວຂອງຊາຍຄົນໜຶ່ງທີ່ມີຄວາມສາມາດພິເສດເໜືອມະນຸດ ດ້ວຍຂີດຈຳກັດດ້ານພາສາສາດທີ່ຍາກຈະໃຫ້ໃຜຈະຫາມາຮຽນແບບໄດ້ ເປັນເລື່ອງລາວຂອງ Muhamed Mesic ຊາຍໄວ 40 ປີ ມີອາຊີບເປັນທະນາຍ ມີຄວາມສາມາດທີ່ເວົ້າໄດ້ຮອດ 56 ພາສາ ແລະ ຍັງເຂົ້າໃຈພາສາອື່ນລວມໄດ້ 70 ພາສາທົ່ວໂລກ.

ຈຸດເລີ່ມຕົ້ນຄວາມສາມາດພິເສດເລີ່ມຂຶ້ນຕອນລາວອາຍຸ 5 ປີ ທີ່ໄດ້ໄປທ່ຽວກັບຄອບຄົວທີ່ປະເທດ ກຣີກ ເມື່ອໄດ້ຍິນຄົນທ້ອງຖິ່ນລົມກັນຕົນເອງກໍສາມາດເຂົ້າໃຈພາສານັ້ນໄດ້ທັນທີ ຕໍ່ມາເມື່ອອາຍຸ 9 ປີ ໄດ້ເລີ່ມຮຽນຮູ້ພາສາສະວີດິດຈາກທະຫານສະວີເດັນ ແລະ ໄດ້ເດີນທາງໄປປະເທດຮັງກາຣີກ່ອນຈະໄດ້ເພີ່ມມາອີກ 1 ພາສາ.

ຈາກຄວາມຜິດປົກກະຕິນີ້ ພໍ່ແມ່ຈຶ່ງພາ Muhamed Mesic ໄປພົບແພດ ກ່ອນຈະພົນວ່າເປັນໂຣກອໍທິສຕິກແບບອ່ອນໆ ທີ່ເອີ້ນວ່າ Asperger’s Syndrome ໂດຍຈັດຢູ່ໃນກຸ່ມ Savant Syndrome ຫຼືຮູ້ຈັກດີໃນຊື່ວ່າ “ໂຣກນັກປາດ” ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/