ສປປ ລາວ ຫວັງໃຊ້ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ

xr:d:DAGBiGRLWhc:3,j:8126043527275557121,t:24040508


ລັດຖະບານແຫ່ງ ສປປ ລາວ, ກົມເສດຖະກິດ ກະຊວງການຕ່າງປະເທດ ຈັດກອງປະຊຸມ ການທູດເສດຖະກິດ ເພື່ອ ຫາໂອກາດ ສົ່ງເສີມ ດຶງດູດການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ.

ໂດຍກອງປະຊຸມດັ່ງກ່າວມີຂຶ້ນ ເຊົ້າວັນທີ 5 ເມສາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ, ພ້ອມດ້ວຍກະຊວງຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແມ່ນນະໂຍບາຍທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນຕ່າງປະເທດ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂະແໜງຕ່າງໆຂອງ ສປປ ລາວ ຫຼາຍຂຶ້ນ.

ໂອກາດດັ່ງກ່າວ ທ່ານ ຮອງນາຍົກ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະກິດ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ-ການເງິນ ຂອງຊາດ, ພາກພື້ນ ແລະ ສາກົນ ໂດຍແນໃສ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນ ຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ຍົກລະດັບຄຸນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ກອງປະຊຸມຄັ້ງນີ້, ຖືວ່າເປັນບາດກ້າວທໍາອິດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ວຽກງານການທູດເສດຖະກິດຂອງລັດຖະບານ, ໂດຍວຽກງານການທູດເສດຖະກິດດັ່ງກ່າວແມ່ນຈະສຸມໃສ່ ການໂຄສະນາເຜີຍແຜ່ ກ່ຽວກັບ ນະໂຍບາຍການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຜ່ານຊ່ອງທາງການທູດ ເພື່ອໃຫ້ຜູ້ທີ່ມີຄວາມສົນໃຈທີ່ຢາກມາລົງທຶນ, ດໍາເນີນທຸລະກິດ ແລະ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂໍ້ມູນ ແລະ ນະໂຍບາຍ ສົ່ງເສີມຂອງລັດຖະບານ ຕໍ່ວຽກງານດັ່ງກ່າວ ໃຫ້ຫຼາຍຂຶ້ນ.

ອີງຕາມການລາຍງານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນກອງປະຊຸມດຽວກັນ. ປັດຈຸບັນ ສປປ ລາວ ມີໂຄງການລົງທຶນທັງໝົດ ມູນຄ່າ 463 ຕື້ໂດລາ ໂດຍມີຈີນເປັນປະເທດທີ່ລົງທຶນຫຼາຍສຸດ ຮອງມາແມ່ນ ໄທ, ຫວຽດນາມ, ມາເລເຊຍ.ໂດຍຂະແໜງການທີ່ມີການລົງທຶນຫຼາຍສຸດ ແມ່ນ ຂະແໜງການໄຟຟ້າ, ບໍ່ແຮ່, ການບໍລິການ ແລະ ຂະແໜງການກະສິກຳ ຕາມລຳດັບ.

ໃນຕອນທ້າຍ, ກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາກາລະໂອກາດ ໃນການໝູນໃຊ້ທ່າແຮງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການເຄື່ອນໄຫວວຽກງານການທູດເສດຖະກິດຂອງ ສປປ ລາວ ເຊິ່ງຖືເປັນວຽກບູລິມະສິດຂອງທຸກຂະແໜງການຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດຮ່ວມກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/