ໄທ ກຽມຂຶ້ນ VAT ສິນຄ້ານໍາເຂົ້າລາຄາຖືກກວ່າ 1.500 ບາດ ຫວັງປົກປ້ອງສິດທິຜົນປະໂຫຍດ ຂອງ SME ພາຍໃນປະເທດ

xr:d:DAGBiCijv7g:3,j:6517132559364805581,t:24040508


ກະຊວງການເງິນ ແຫ່ງປະເທດໄທ ກຳລັງດຳເນີນການ ຮ່າງກົດໝາຍທີ່ກ່ຽວກັບ ການເກັບພາສີ ແລະ ອາກອນມູນຄ່າເພີ່ມ ຂອງສິນຄ້ານຳເຂົ້າລາຄາຖືກກວ່າ 1.500 ບາດ ຫວັງແກ້ໄຂບັນຫາ ແລະ ປົກປ້ອງສິດທິຜົນປະໂຫຍດ ຂອງຜູ້ປະກອບການລາຍຍ່ອຍ ແລະ ຂະໜາດນ້ອຍໃນປະເທດ.

ອີງຕາມການລາຍງານຂອງ ໜັງສືພີມ ກຸງເທບ ທຸລະກິດ ຄຳເຫັນດັ່ງກ່າວ ມື້ຂຶ້ນເມື່ອບໍ່ດົນມານີ້ ຈາກທ່ານ ຈຸລະພັນ ອາມອນວິວັດ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນຂອງປະເທດໄທ.

ໃນໄລະຍທີ່ຜ່ານມາ ຕາມຂໍ້ຕົກລົງການຄ້າລະຫວ່າງປະເທດຂອງໄທ ໄດ້ກຳນົດວ່າ ການສົ່ງສິນຄ້າຂ້າມແດນສຳລັບສິນຄ້າທີ່ມີມູນຄ່າຕໍ່າກວ່າ 1.500 ບາດ ຫຼື ປະມານ 840.000 ກີບ ໃຫ້ຍົກເວັ້ນພາສີນຳເຂົ້າ ແລະ ອາກອນມູນຄ່າເພີ່ມ ເພື່ອອຳນວຍຄວາມສະດວກໃນການຄ້າລະຫວ່າງປະເທດ.

ໂດຍ ທ່ານ ຈຸລະພັນ ອາມອນວິວັດ ກ່າວວ່າ: “ປັດຈຸບັນກຳລັງຢູ່ໃນຂັ້ນຕອນການຮ່າງກົດໝາຍທີ່ກ່ຽວຂ້ອງ ເຊື່ອວ່າບໍ່ເກີນເດືອນພຶດສະພານີ້ ຈະເລີ່ມມີການເກັບອາກອນມູນຄ່າເພີ່ມຜ່ານແພັດຟອມອອນລາຍທີ່ນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອສ້າງບັນຍາກາດທີ່ເປັນທຳ ບໍ່ວ່າຈະເປັນຜູ້ປະກອບການພາຍໃນ ຫຼື ຕ່າງປະເທດທີ່ຈະຕ້ອງເສຍອາກອນມູນຄ່າເພີ່ມໃນອັດຕາດຽວກັນ”.

ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນຂອງປະເທດໄທ ກ່າວຕໍ່ວ່າ ການເກັບ ອາກອນມູນຄ່າເພີ່ມສິນຄ້ານຳເຂົ້າທີ່ມີມູນຄ່າຕ່ຳກວ່າ 1.500 ບາດ ຖືກປະເມີນໂດຍສະເລ່ຍວ່າຈະມີການນຳເຂົ້າປະມານປີລະ 18.000 ລ້ານບາດ ເບື້ອງຕົ້ນຄາດວ່າລັດຈະສາມາດເກັບລາຍຮັບໄດ້ຈາກຈຸດນີ້ ປະມານ 100 ລ້ານບາດ ແລະ ທີ່ສຳຄັນຈະເປັນການສ້າງຄວາມຍຸຕິທຳໃຫ້ກັບ ຜູ້ປະກອບການ SME ໃນປະເທດ.

ໃນໄລຍະທີ່ຜ່ານມາ ຜູ້ປະກອບການລາຍຍ່ອຍ ແລະ ນ້ອຍຂອງໄທ ປະສົບບັນຫາກັບສິນຄ້າລາຄາຖືກທີ່ຫຼັ່ງໄຫຼເຂົ້າຈາກຈີນຢ່າງໜັກ ຈົນກະທົບກັບສິນຄ້າພາຍໃນ ເນື່ອງຈາກສິນຄ້າຈີນມີນຳນວນທີ່ຫຼາຍກວ່າ ແລະ ມີລາຄາທີ່ຖືກກວ່າ.

https://www.bangkokbiznews.com/business/economic/1120469

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/