ອີງຕາມຂໍ້ມູນຂອງດ່ານພາສີ, ຫວຽດນາມກຳລັງເລັ່ງການນຳເຂົ້າຖ່ານຫີນເພີ່ມຂຶ້ນເກືອບສອງເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໂດຍລັດຖະບານໄດ້ມຸ່ງໝັ້ນທີ່ຈະສ້າງຄວາມໝັ້ນໃຈໃຫ້ກັບນັກລົງທຶນຕ່າງປະເທດວ່າໂຮງງານຈະບໍ່ປະສົບກັບບັນຫາໄຟຟ້າດັບອີກຄັ້ງຄືກັບໃນລະດູຮ້ອນທີ່ຜ່ານມາ
ປະເທດຫວຽດນາມ ເຊິ່ງເປັນຖານການຜະລິດຂະໜາດໃຫຍ່ຂອງບັນດາບໍລິສັດຂ້າມຊາດເຊັ່ນ Samsung Electronics ຂອງເກົາຫຼີໃຕ້, Foxconn ຂອງໄຕ້ຫວັນ ແລະ Canon ຂອງຍີ່ປຸ່ນ ກຳລັງປະເຊີນໜ້າກັບຄວາມກົດດັນທີ່ເພີ່ມຂຶ້ນ ພາຍຫຼັງທີ່ບໍ່ສາມາດຮັບປະກັນການສະໜອງພະລັງງານທີ່ບໍ່ຕິດຂັດຕະຫຼອດໃນໄລຍະລະດູຮ້ອນທີ່ຍາວນານທີ່ຜ່ານມາ ໂດຍໂຮງງານບາງແຫ່ງຈະຕ້ອງໄດ້ຢຸດການຜະລິດຊົ່ວຄາວເນື່ອງຈາກປະສົບກັບເຫດການໄຟຟ້າຕິດໆດັບໆ.
ໃນລະຫວ່າງການປະຊຸມກັບນັກລົງທຶນຕ່າງປະເທດໃນອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ Phạm Minh Chính ໄດ້ໃຫ້ຄຳໝັ້ນສັນຍາວ່າ “ໄຟຟ້າຈະບໍ່ດັບອີກ”.
ຢ່າງໃດກໍຕາມ, ດ້ວຍຄວາມສາມາດທີ່ຈຳກັດຂອງຫວຽດນາມ ໃນການນຳໃຊ້ພະລັງງານທົດແທນ ແລະ ຄວາມຕັ້ງໃຈທີ່ຈະການແກ້ໄຂບັນຫາເລື່ອງໄຟຟ້າດັບ, ສົ່ງຜົນໃຫ້ ຕ້ອງນໍາເຂົ້າຖ່ານຫີນເພີ່ມຂຶ້ນຢ່າງຫຼີກເວັ້ນບໍ່ໄດ້. ໂດຍການນໍາເຂົ້າຖ່ານຫີນ, ສ່ວນໃຫຍ່ແມ່ນມາຈາກອອສເຕຣເລຍ ແລະ ອິນໂດເນເຊຍ ເຊິ່ງເພີ່ມຂຶ້ນປະມານ 88% ໃນວັນທີ 15 ມີນາ, ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ ແລະ ໃນສອງເດືອນທໍາອິດຂອງປີ. ອີກທັງຜົນຜະລິດຈາກການຂຸດຄົ້ນບໍ່ແຮ່ພາຍໃນປະເທດຍັງເພີ່ມຂຶ້ນ 3.3% ອີກດ້ວຍ.
ນອກຈາກນັ້ນ, ການນໍາເຂົ້າຖ່ານຫີນອາດຈະເພີ່ມຂຶ້ນຕື່ມອີກໃນຊ່ວງເຄິ່ງຫຼັງຂອງປີ. ເນື່ອງຈາກຜູ້ຜະລິດເຫຼັກກ້າ ແລະ ອຸດສາຫະກໍາທີ່ໃຊ້ພະລັງງານອື່ນໆຄາດວ່າຈະເພີ່ມການຜະລິດຂຶ້ນຕື່ມອີກ.
ທັງນີ້, ພາຍຫຼັງທີ່ ຫວຽດນາມ ເພີ່ມການນຳເຂົ້າຖ່ານຫີນ ເຊິ່ງເປັນເຊື້ອໄຟທີ່ມີລາຄາຖືກເພີ່ມຂຶ້ນ 61% ໃນປີກາຍນີ້. ເນື່ອງຈາກໂຮງງານໄຟຟ້າຖ່ານຫີນໄດ້ກັບຄືນສູ່ການຜະລິດພະລັງງານຢ່າງເຕັມທີ່ ເຊິ່ງສອດຄ່ອງກັບການເພີ່ມຂຶ້ນຂອງການນໍາໃຊ້ອິນໂດເນເຊຍ, ມາເລເຊຍ ແລະ ປະເທດເພື່ອນບ້ານໃນພາກພື້ນອື່ນໆ.
ໃນຂະນະນັ້ນ, ການນຳເຂົ້າ ແລະ ຜະລິດຕະພັນພາຍໃນປະເທດຮ່ວມກັນສະແດງໃຫ້ເຫັນວ່າຄວາມຕ້ອງການຖ່ານຫີນບັນລຸເກີນ 8 ລ້ານໂຕນຕໍ່ເດືອນໃນໄລຍະເດືອນມັງກອນຫາເດືອນກຸມພາ. ນີ້ແມ່ນເກືອບ 9% ເຊິ່ງສູງກວ່າຄ່າສະເລ່ຍປະຈໍາເດືອນໃນໄລຍະສອງປີຜ່ານມາ.
ທ່ານນາຍົກລັດຖະມົນຕີ Phạm Minh Chính ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ມີບັນຫາການຂາດແຄນໄຟຟ້າອີກຕໍ່ໄປ. ປັດຈຸບັນພວມພິຈາລະນາການອະນຸຍາດໃຫ້ບັນດາໂຮງງານຕ່າງໆ ສາມາດຊື້ໄຟຟ້າໂດຍກົງຈາກຜູ້ຜະລິດ ເຊິ່ງບັນດານັກລົງທຶນຕ່າງປະເທດກໍໄດ້ຮຽກຮ້ອງໃຫ້ດໍາເນີນການໂດຍໄວ
ນອກຈາກນັ້ນ, ບົດລາຍງານສະບັບໜຶ່ງລະບຸວ່າ ສະພາການຄ້າອາເມຣິກາຮຽກຮ້ອງໃຫ້ລັດຖະບານຫວຽດນາມອະນຸມັດໂຄງການພະລັງງານຢ່າງວ່ອງໄວກວ່າເກົ່າເພື່ອຕອບສະໜອງຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນ. ຖ້າບໍ່ດັ່ງນັ້ນ, ໂອກາດທີ່ຈະດຶງດູດບໍລິສັດຜະລິດເຕັກໂນໂລຊີສູງຕ່າງໆ ກໍຍາກທີ່ຈະບັນລຸ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/