ທາງການຟິລິບປິນສັ່ງໂຮງຮຽນ 4,000 ແຫ່ງໃຫ້ປ່ຽນເປັນຮຽນອອນລາຍ ຫຼັງອາກາດຮ້ອນຫຼາຍ!

xr:d:DAGBiLttb7Q:3,j:8943446861294207842,t:24040509


ກະຊວງສຶກສາທິການຂອງປະເທດຟິລິບປິນ ໄດ້ອອກມາເປີດເຜີຍວ່າໂຮງຮຽນທົ່ວປະເທດ ຈຳນວນປະມານ 3,954 ແຫ່ງ ໄດ້ປັບປ່ຽນໄປໃຊ້ການຮຽນການສອນທາງຮູບແບບອອນລາຍ ເພື່ອປົກປ້ອງນັກຮຽນຈາກດັດຊະນີຄວາມຮ້ອນທີ່ຍັງສູງ ຜ່ານສະພາບສະອາກາດທີ່ຮ້ອນອົບເອົ້າ.

ລາຍງານໄດ້ລະບຸວ່າໂຮງຮຽນຫຼາຍແຫ່ງລະງັບການສອນໃນຊັ້ນຮຽນປົກກະຕິ ເພື່ອນັກຮຽນສາມາດຮຽນຈາກເຮືອນແທນການເດີນທາງມາໂຮງຮຽນ ແລະ ບໍ່ຕ້ອງພົບກັບອາກາດຮ້ອນ ໂດຍໂຮງຮຽນເຫຼົ່ານີ້ຢູ່ 11 ພູມີພາກ ແລະ ນັກຮຽນຫຼາຍກວ່າ 1,3 ລ້ານຄົນ.

ພ້ອມກັນນັ້ນທາງການຂອງປະເທດຟິລິບປິນຍັງອອກມາເຕືອນໃຫ້ປະຊາຊົນລະມັດລະວັງອາການເຈັບປ່ວຍທີ່ກ່ຽວພັນ ກັບ ອາກາດຮ້ອນ ເນື່ອງຈາກການຕ້ອງພົບກັບອາກາດທີ່ຮ້ອນຫຼາຍເປັນເວລາດົນ ຍິ່ງຈະເພີ່ມຄວາມສ່ຽງເປັນໂຣກເມົາແດດ ທີ່ຈະເຮັດໃຫ້ໝົດສະຕິ ຫຼື ອາການຊັກ ເຊິ່ງອາດເປັນອັນຕະລາຍຕໍ່ຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/