ປີ 2023​ ສປປ ລາວ ມີການລົງທຶນທັງໝົດ 192 ໂຄງການ ມູນຄ່າຫຼາຍກວ່າ 4 ຕື້ໂດລາ

xr:d:DAGBm7f9FF8:3,j:6701780225986369384,t:24040603


ປີ 2023​ ສປປ ລາວ ມີການລົງທຶນທັງໝົດ 192 ໂຄງການ ມູນຄ່າກວ່າ 4 ຕື້ໂດລາ ເພີ່ມຂຶ້ນກວ່າ 170% ໃນປີ 2022.

ຕົວເລກດັ່ງກ່າວ ຖືກລາຍງານໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນກອງປະຊຸມ ການທູດເສດຖະກິດ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍ ທ່ານ ຄຳເຈນ ກ່າວວ່າ: ໃນໄລຍະ 1 ປີ ຜ່ານມາໄດ້ຄົ້ນຄວ້າພິຈາລະນາໂຄງການລົງທຶນໃນກິດຈະການບັນຊີຄວບຄຸມ ແລະ ໂຄງການສຳປະທານມີທັງໝົດ 192 ໂຄງການ (ໃນນີ້ໂຄງການສຳປະທານ 88 ໂຄງການ), ມີມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາ ແລະ ຖ້າທຽບໃສ່ການລົງທຶນໃນສົກປີ 2022 ທີ່ມີມູນຄ່າການ ລົງທຶນ 2,3 ຕື້ ໂດລາ ເຫັນວ່າມີການລົງທຶນເພີ້ມຂຶ້ນ ປະມານ 170%, ຊຶ່ງມີລາຍລະອຽດມີດັ່ງນີ້: ຂະແໜງ ບໍ່ແຮ່ 74 ໂຄງການ; ຂະແໜງໄຟຟ້າ 19 ໂຄງການ; ຂະແໜງ ກະສິກຳ 11 ໂຄງການ; ຂະແໜງທົ່ວໄປ 8 ໂຄງການ; ລົງທຶນໃນບັນຊີຄວບຄຸມ 80 ໂຄງການ. ໄດ້ຄົ້ນຄວ້ານະໂຍບາຍການລົງທຶນຢູ່ຂັ້ນສູນກາງ ແລະ ໄດ້ອະນຸມັດແຜນນໍາເຂົ້າ (Master List) ໃຫ້ແກ່ວິສາຫະກິດ ຈໍານວນ 136 ບໍລິສັດ ແລະ ແຜນເພີ່ມເຕີ່ມ ຈຳນວນ 34 ບໍລິສັດ, ລວມມູນຄ່າການອະນຸມັດທັງໝົດ 4.988 ລ້ານໂດລາ.

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຍັງໃຫ້ຮູ້ອີກວ່າ ປັດຈຸບັນ ສປປ ລາວ ກຳລັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃນໄລຍະທ້າຍ ເຊິ່ງການຈັດຕັ້ງປະຕິບັດແຜນ ໃນໄລຍະເຄິ່ງສະໄໝຜ່ານມາ (2021-2023)  ເຖິງແມ່ນວ່າເກີດສະພາບການອ່ອນຄ່າຂອງເງິນກີບ ແຕ່ເສດຖະກິດປະເທດພວກເຮົາສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 4,03% (ແຜນການ 5 ປີ: ສະເລ່ຍໃນລະດັບ 4% ຂຶ້ນໄປ), ໃນນັ້ນ: ປີ 2021 ຂະຫຍາຍຕົວ 3,5% ແລະ ປີ 2022 ບັນລຸໄດ້ 4,4% ແລະ ປີ 2023 ບັນລຸໄດ້ 4,2%. ການຄ້າ ແລະ ການລົງທຶນກໍສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ອັນທີ່ພົ້ນເດັ່ນແມ່ນປະເທດມີຄວາມສະຫງົບທາງດ້ານການເມືອງ, ປະຊາຊົນມີຄວາມສາມັກຄີປອງດອງອັນແໜ້ນແກ່ນ, ການທຳມາຫາກິນ ແລະ ການດຳລົງຊີວິດ ກໍໄດ້ຮັບການແກ້ໄຂໃຫ້ດີຂຶ້ນໃນແຕ່ລະໄລຍະ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/