Bitcoin ດື້ຕໍ່ອັດຕາເງິນເຟີ້! ເພີ່ມຂຶ້ນແຕະ 68,630 ໂດລາ ຫຼັງຈາກ BlackRock ຈັບມືກັບທະນາຄານຍັກໃຫຍ່ເພື່ອເປີດຕົວ Bitcoin ETF

xr:d:DAGBn7O5SeY:3,j:6968618522301647815,t:24040607


ລາຄາຂອງ Bitcoin ບໍ່ໄດ້ມີການຫຼຸດລົງຕາມສັນຍານອັດຕາເງິນເຟີ້ຂອງສະຫະລັດໃນວັນທີ 5 ເດືອນເມສາ ທ່າມກາງຄວາມຕື່ນເຕັ້ນໃໝ່ກ່ຽວກັບການລົງທຶນຂອງສະຖາບັນໃນອະນາຄົດ.

Bitcoin ບໍ່ສົນໃຈໂອກາດທີ່ຫຼຸດລົງຂອງການຫຼຸດອັດຕາດອກເບ້ຍຈາກ Fed. ອີງຕາມຂໍ້ມູນຈາກ Cointelegraph Markets Pro ແລະ TradingView ສະແດງໃຫ້ເຫັນວ່າລາຄາ Bitcoin ທີ່ເຂັ້ມແຂງຂຶ້ນໄດ້ຊຸກຍູ້ BTC / USD ຂຶ້ນໄປແຕະລະດັບ 68,630 ຫຼັງຈາກຕະຫຼາດຮຸ້ນ Wall Street ເປີດ.

Bitcoin ເຊິ່ງໃນປັດຈຸບັນມີລາຄາຢູ່ທີ່ປະມານ 68,000 ໂດລາ, ເບິ່ງຄືວ່າການປັບຕົວເພີ່ມຂຶ້ນນີ້ຈະກ່ຽວກັບຂ່າວທີ່ວ່າ BlackRock ບໍລິສັດຄຸ້ມຄອງຊັບສິນທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ເພີ່ມລາຍຊື່ທະນາຄານຂະໜາດໃຫຍ່ຂອງສະຫະລັດເປັນຜູ້ເຂົ້າຮ່ວມໃນກອງທຶນ Bitcoin ETF. ໂດຍລາຍຊື່ທີ່ປາກົດໃນເອກະສານທີ່ເຜີຍແຜ່ຜ່ານທາງອອນລາຍລວມມີ: Goldman Sachs, Citadel, UBS ແລະ Citigroup.

Eric Balchunas, ນັກວິເຄາະ ETF ອາວຸໂສຂອງ Bloomberg Intelligence ໄດ້ຕອບກັບຂໍ້ຄວາມບາງສ່ວນໃນແພລັດຟອມ X ວ່າ:

“ບໍລິສັດຂະໜາດໃຫຍ່ຕ້ອງການສ່ວນແບ່ງການດໍາເນີນງານ ຫຼື ໃນຕອນນີ້ພ້ອມທີ່ຈະເປີດເຜີຍຕໍ່ສາທາລະນະ.” ດຽວນີ້ມັນບໍ່ເປັນຫຍັງທີ່ຈະເຮັດໃຫ້ມັນເປັນສາທາລະນະ”

Balchunas ແນະນໍາວ່າການເຄື່ອນໄຫວນີ້ “ອາດຈະເປັນຍ້ອນການໄຫຼເຂົ້າຂອງກະແສເງິນຢ່າງຫຼວງຫຼາຍ ແລະ ຄວາມສໍາເລັດຂອງກອງທຶນ ETF”

ອີງຕາມຂໍ້ມູນທີ່ Cointelegraph ລາຍງານໃນວັນທີ 4 ເມສາທີ່ຜ່ານມາ ຜະລິດຕະພັນໃໝ່ທັງ 9 ລາຍການໄດ້ຖືຄອງຫຼາຍກ່ວາ 500,000 BTC ລວມກັນ, ເຊິ່ງບໍ່ລວມສິນຊັບໃນກອງທຶນ ETF ທີ່ປ່ຽນໃໝ່ຄື Grayscale Bitcoin Trust (GBTC).

ຂ່າວຂອງ BlackRock ໄດ້ຊ່ວຍປົກປ້ອງລາຄາ Bitcoin ຈາກສັນຍານອັດຕາເງິນເຟີ້ຫຼ້າສຸດຂອງສະຫະລັດ. ໂດຍສັນຍານເຫຼົ່ານີ້ມາໃນຮູບແບບຂໍ້ມູນການຈ້າງງານສູງກວ່າທີ່ຄາດໄວ້, ເຊິ່ງນີ້ຊີ້ໃຫ້ເຫັນວ່າທະນາຄານກາງສະຫະລັດ (Federal Reserve) ຈະມີພື້ນທີ່ຫຼາຍຂຶ້ນໃນການຮັກສາອັດຕາດອກເບ້ຍທີ່ສູງຂຶ້ນເປັນເວລາດົນນານ.

ຂໍ້ມູນຫຼ້າສຸດຈາກ FedWatch Tool ຂອງ CME Group ສະແດງໃຫ້ເຫັນວ່າ ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຫຼຸດ​ອັດຕາ​ດອກ​ເບ້ຍ​ໃນ​ປີ 2024 ​ໄດ້​ຖືກ​ເລື່ອນໄປ​ຢູ່ໃນຕອນທ້າຍປີອີກຄັ້ງ.

ໂອກາດຂອງການຫຼຸດລົງອັດຕາໃນເດືອນມິຖຸນາແມ່ນພຽງແຕ່ຫຼາຍກວ່າ 50% ໃນເວລາຂຽນບົດລາຍງານນີ້, ເຊິ່ງຫຼຸດລົງ 10% ຈາກໃນຕົ້ນອາທິດນີ້.

“ທຸກໆການເດີມພັນຈະຖືກຍົກເລີກ” ຖ້າລາຄາ Bitcoin ຢືນເໜືອລະດັບ 69,000 ໂດລາ. Daan Crypto Trades ນັກເທຣດມີຊື່ສຽງ ວິເຄາະສະຖານະການຕະຫຼາດ ໂດຍການສັງເກດສະພາບຄ່ອງໃນດ້ານການຂາຍທີ່ເກີດຂຶ້ນຮອບໆຈຸດເປີດຕະຫຼາດ.

ຂໍ້ມູນເພີ່ມເຕີມຈາກ CoinGlass ແຫຼ່ງຂໍ້ມູນການຕິດຕາມ ສະແດງໃຫ້ເຫັນວ່າ ມີ​ຜູ້​ຂາຍລາຍ​ໃຫຍ່​ລຽນ​ແຖວຖ້າ​​ຂາຍ​ໃນ​ລາ​ຄາ 69,000 ໂດ​ລາ, ເຊິ່ງ​ຍັງ​ຄົງ​ເປັນ​ຈຸດ​ລາ​ຄາທີ່ໜ້າສົນໃຈ​ໃນ​ປັດ​ຈຸ​ບັນ.

Jelle ນັກເທຣດອີກຄົນກ່າວຕໍ່ໃນການວິເຄາະຂອງລາວວ່າ “ຖ້າມັນທໍາລາຍລະດັບ 69,000 ໂດລາການເດີມພັນທັງໝົດຈະເປັນໂມຄະ”

Jelle ສັງເກດເຫັນວ່າ BTC / USD ປະສົບຜົນສໍາເລັດໃນການສ້າງຈຸດຕໍ່າທີ່ສຸດໃນກອບເວລາລາຍຊົ່ວໂມງ. ເຊິ່ງນີ້ອາດຈະເຮັດໃຫ້ລາຄາປັບຕົວເພີ່ມຂຶ້ນຕື່ມອີກ.

ທີ່ມາ:

cointelegraph

CryptoJelleNL

coinglass

EricBalchunas

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/