ໄທ-ລາວ ເປີດບໍລິການຊໍາລະເງິນຂ້າມແດນຜ່ານ QR ເພື່ອສະໜັບສະໜູນການຄ້າ ແລະ ການທ່ອງທ່ຽວ


ໃນວັນ​ທີ 3 ​ເມສາ 2024,  ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ  (ASEAN Finance Ministers’ and Central Bank Governors’ Meeting)  ຄັ້ງ​ທີ 11, ທະນາຄານ​ແຫ່ງ​ປະ​ເທດ​ໄທ (Bank of Thailand) ​ແລະ ທະນາຄານ​ແຫ່ງ ສປປ ລາວ (Bank of the Lao PDR: BOL) ​ໄດ້​ເຂົ້າ​ຮ່ວມເປີດຕົວບໍລິການຊໍາລະເງິນຂ້າມແດນຜ່ານ QR ລະຫວ່າງໄທ ແລະ ສປປ ລາວ.

ຄວາມສໍາເລັດໃນການເຊື່ອມໂຍງລະບົບການຈ່າຍເງິນ

ການບໍລິການດັ່ງກ່າວຖືວ່າເປັນຜົນສໍາເລັດໃນການເຊື່ອມໂຍງການຊໍາລະເງິນລາຍຍ່ອຍແບບທັນທີລະຫວ່າງສອງປະເທດ. ສຸມໃສ່ສະການໜັບສະໜູນການນໍາໃຊ້ສະກຸນເງິນທ້ອງຖິ່ນ ຊຸກຍູ້​ການ​ຄ້າ, ການ​ລົງທຶນ ​ແລະ ການ​ທ່ອງ​ທ່ຽວ​ພາຍ​ໃຕ້​ແຜນການ​ເຊື່ອມ​ຕໍ່​ການ​ຊຳລະ​ເງິນ​ຂອງ​ອາ​ຊຽນ (ASEAN Payment Connectivity) ​ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ.

ສະໜັບສະໜູນການເຮັດທຸລະກໍາການເດີນທາງ

ການ​ບໍ​ລິ​ການ​ຊໍາ​ລະ QR ຂ້າມ​ຊາຍ​ແດນ​ມີ​ຈຸດ​ປະ​ສົງ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ເຮັດ​ທຸ​ລະ​ກໍາ​ລະຫວ່າງປະເທດ ໂດຍສະເພາະແມ່ນທຸລະກຳທີ່ກ່ຽວຂ້ອງກັບຂະແໜງການທ່ອງທ່ຽວ, ເຊິ່ງໃນປີ 2023 ປະເທດໄທ ແລະ ລາວ ມີຈຳນວນນັກທ່ອງທ່ຽວລະຫວ່າງກັນສູງເຖິງ 2 ລ້ານຄົນ ແລະ ມີແນວໂນ້ມທີ່ຈະຂະຫຍາຍຕົວຢ່າງຕໍ່ເນື່ອງ.

  • ໃນໄລຍະທຳອິດ: ຜູ້ໃຊ້ບໍລິການຈາກ ສປປ ລາວ ສາມາດໃຊ້ແອັບພລິເຄຊັນມືຖືຂອງທະນາຄານການຄ້າລາວທີ່ເຂົ້າຮ່ວມເພື່ອສະແກນ QR code ຂອງໄທ ເພື່ອຊໍາລະຄ່າສິນຄ້າ ແລະ ການບໍລິການຢູ່ຮ້ານຄ້າໃນປະເທດໄທທີ່ເຂົ້າຮ່ວມໂຄງການ. ເລີ່ມແຕ່ວັນທີ 3 ເມສາ 2024 ເປັນຕົ້ນໄປ.
  • ໄລຍະທີສອງ: ຜູ້ໃຊ້ຈາກປະເທດໄທຈະສາມາດໃຊ້ແອັບພິເຄຊັນມືຖືຂອງທະນາຄານການຄ້າໄທທີ່ເຂົ້າຮ່ວມເພື່ອສະແກນ QR code LAO ເພື່ອຊໍາລະຄ່າສິນຄ້າ ແລະ ການບໍລິການຢູ່ຮ້ານຄ້າໃນ ສປປ ລາວ ທີ່ເຂົ້າຮ່ວມໂຄງການ. ການບໍລິການຈະເລີ່ມພາຍໃນເດືອນມິຖຸນາ 2024.

ທ່ານ ເ​ສດ​ທະພຸດ ​ສຸ​ທິ​ວາດ​ທະ​ນາລະພຸດ​, ຜູ້ວ່າການ ​ທະ​ນາ​ຄານແຫ່ງປະເທດໄທ ​ກ່າວ​ວ່າ “ທະ​ນາ​ຄານແຫ່ງປະເທດໄທ ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ຍົກ​ລະ​ດັບ​ການ​ບໍ​ລິ​ການ​ຊຳ​ລະ​ເງິນລະຫວ່າງປະເທດ​​ຢ່າງ​ບໍ່​ຢຸດ​ຢັ້ງ, ສ​ປ​ປ ລາວ​ ແມ່ນ​ປະ​ເທດ​ທີ 6 ໃນ​ອາ​ຊຽນ​ທີ່​ໄທ​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ຊຳ​ລະ​ສາ​ກົນ​ຢ່າງ​ສຳ​ເລັດ​ຜົນ”

ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​

ທ່ານ ບຸນ​ເຫຼືອ​ ສິນ​ໄຊ​ວໍ​ລະ​ວົງ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ ​ກ່າວ​ວ່າ “ການ​ຮ່ວມ​ມື​ດ້ານ​ການ​ບໍລິການ​ທາງການ​ເງິນ​ລະຫວ່າງ ສປປ ລາວ ​ແລະ ​ໄທ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຮ່ວມກັນ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ໃນ​ລະດັບ​ສາກົນ”.

ໂຄງການນີ້ແມ່ນໄດ້ມາຈາກການຮ່ວມມືຂອງຫຼາຍຂະແໜງການ.

  • ທະ​ນາ​ຄານແຫ່ງປະເທດໄທ ແລະ ທະນາຄານແຫ່ງ ສປປ ລາວ
  • ບໍລິສັດ ໄອທີເອັມເອັສ ແຫ່ງຊາດ ຈຳກັດ ແລະ Lao National Payment Network (LAPNet)
  • ທະນາຄານກະສິກອນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL)
  • ຜູ້ໃຫ້ບໍລິການໃນການຊຳລະເງິນອື່ນໆ

ລາຍຊື່ແອັບພລິເຄຊັນ ແລະ ຜູ້ໃຫ້ບໍລິການ QR ສໍາລັບຮ້ານຄ້າ

  • ທະນາຄານການຄ້າໄທ 2 ແຫ່ງ
  • ທະນາຄານການຄ້າຂອງ ສປປ ລາວ 6 ແຫ່ງ
  • ຜູ້ໃຫ້ບໍລິການຊໍາລະເງິນອື່ນໆ

ທີ່ມາ:

bot.or.th

lapnet

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/