Taylor Swift ກາຍເປັນສິລະປິນພຽງຄົນດຽວ ທີ່ມີລາຍໄດ້ແຕະ 1,000 ລ້ານໂດລາ


ວາລະສານ Forbes ໄດ້ອອກມາເປີດເຜີຍລາຍຊື່ມະຫາເສດຖີທີ່ຮັ່ງມີທີ່ສຸດໃນໂລກປະຈຳປີທີ່ຜ່ານມາ ໂດຍນອກຈາກ Bernard Arnault ເຈົ້າຂອງອານາຈັກແບຣນຊັ້ນນຳທົ່ວໂລກແລ້ວ ກໍຍັງມີມະຫາເສດຖີອີກຫຼາກຫຼາຍຄົນທີ່ຕິດໃນການຈັດອັນດັບ ທາງ Forbes ເອງກໍໄດ້ເປີດເຜີຍມະຫາເສດຖີໃນໝວດອາຊີບ ຈາກປີ 2024 ອີກດ້ວຍ.

ໃນປີນີ້ ສິລະປິນລະດັບໂລກຢ່າງ Taylor Swift ສາມາດຕິດອັນດັບລາຍຊື່ໃນທັງໝົດ 2781 ເຊິ່ງຕິດອັນດັນທີ 2545 ເປັນເທື່ອທຳອິດ ໂດຍມີລາຍໄດ້ 1,100 ລ້ານໂດລາ ເຖິງແມ່ນວ່າຈະບໍ່ແມ່ນສິລະປິນຄົນທຳອິດທີ່ມີລາຍໄດ້ຮອດ 1,000 ລ້ານ ແຕ່ Taylor Swift ຖືວ່າເປັນນັກດົນຕີ ແລະ ສິລະປິນຄົນດຽວທີ່ສາມາດກາຍເປັນມະຫາເສດຖີພັນລ້ານ ທີ່ມີລາຍໄດ້ຈາກການເປັນສິລະປິນຢ່າງດຽວນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/