ເຢຍລະມັນ ຜ່ານກົດໝາຍໃຫ້ກັນຊາ ເພື່ອສັນທະນາການ


ລັດສະພາຂອງປະເທດ ເຢຍລະມັນ ລົງມະຕິຜ່ານຮ່າງກົດໝາຍໃຫ້ປະຊາຊົນເສບກັນຊາເພື່ອສັນທະນາການ  ໂດຍກົດໝາຍສະບັບນີ້ ອະນຸຍາດໃຫ້ປະຊາຊົນອາຍຸເກີນ 18 ປີຂຶ້ນໄປ ສາມາດຄອຍຄອງກັນຊາໄດ້ 25 ກຣາມ ແລະ ອະນຸຍາດໃຫ້ປູກຕົ້ນກັນຊາໃນທີ່ພັກອາໄສໄດ້ສູງສຸດ 3 ຕົ້ນ ໂດຍກົດໝາຍນີ້ ມີຜົນບັງຄັບຕັ້ງແຕ່ມື້ວັນ 2 ເມສາ 2024 ຕາມເວລາທ້ອງຖິ່ນ.

ກົດໝາຍສະບັບນີ້ຈະໃຫ້ປະເທດເຢຍລະມັນ ເປັນປະເທດທີ່ໃຫຍ່ທີ່ສຸດໃນບັນດາສະມາຊິກສະຫະພາບຢູໂຣບ ພ້ອມກັນນັ້ນຍັງມີປະຊາຊົນຫຼາຍຮ້ອນຄົນມາລວມຕົວກັນທີ່ປະຕູໄຊ Brandenburg ໃນເມືອງ ເບີລິນ ເພື່ອສະເຫຼີມສະຫຼອງການຜ່າຮ່າງກົດໝາຍນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/