ຄວາມເປັນອະມະຕະອີກບໍ່ໄກ! ໂປຣຕີນຈາກ “ໝີນ້ຳ” ຊ່ວຍຊະລໍຄວາມຊະລາຂອງເຊວມະນຸດໄດ້


ງານວິໄຈໃໝ່ພົບໂປຣຕີນໃໝ່ຈາກ “ໝີນ້ຳ” ທີ່ຊ່ວຍຊະລໍຄວາມຊະລາຂອງເຊວມະນຸດ ແລະ ມອບຄຸນສົມບັດຄວາມທົນຂອງໝີນ້ຳ ຈາກກໍລະນີກ່ອນໜ້ານີ້ນັກວິທະຍາສາດໄດ້ໄຂປິດສະໜາໄດ້ແລ້ວວ່າ ສາເຫດທີ່ ໝີນ້ຳ ເປັນສິ່ງທີ່ມີຊີວິດທີ່ຕາຍຍາກທີ່ສຸດໂລກ ເນື່ອງຈາກຂະບວນການປ່ຽນຕົນເອງເຂົ້າສູ່ພາວະຖັງ (Tun State) ໄດ້.

ຫຼ້າສຸດ ນັກວິໄຈຈາກມະຫາວິທະຍາໄລ Wyoming ໄດ້ຮັບຂໍ້ມູນເພີ່ມເຕີມວ່າ ໂປຣຕີນຈາກສິ່ງທີ່ມີຊີວິດຂະໜາດນ້ອຍນີ້ ເມື່ອນຳມາຢູ່ໃນເຊວຂອງມະນຸດ “ຈະສາມາດຊະລໍຂະບວນການແກ່ຊະລາໄດ້” ໂດຍການຄົ້ນພົບໃນເທື່ອນີ້ເປັນຕົວເລືອກທີ່ມີສັກກະຍະພາບໃນເຕັກໂນໂລຊີຊະລໍຂະບວນການຊະລາ ແລະ ການເກັບຮັກສາເຊວມະນຸດໃນໄລຍະຍາວ.

ຢ່າງໃດກໍຕາມຈະຕ້ອງມີການສຶກສາຫຼາຍກວ່ານີ້ເພື່ອສະແດງໃຫ້ເຫັນວ່າ ໂປຣຕີນເຫຼົ່ານີ້ເປັນແຫຼ່ງຄວາມຢ້ອນໄວທີ່ແທ້ຈິງ ເພາະໃນຕອນນີ້ເປັນພຽງການທົດລອງໃນຫ້ອງແລັບພຽງເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/