3 ປັດໄຈຫຼັກທີ່ເຮັດໃຫ້ລາຄາຂອງ Bitcoin ຫຼຸດລົງ 6.54% ເຊິ່ງຢູ່ໃກ້ກັບຈຸດຕໍ່າສຸດໃນຮອບ 3 ເດືອນ


ເປັນເວລາ 18 ມື້ແລ້ວທີ່ລາຄາຂອງຫຼຽນໄດ້ຫຼຸດລົງຈາກລະດັບສູງສຸດທີ່ 73,835 ໂດລາ ແລະ ໃນປັດຈຸບັນລາຄາຂອງ Bitcoin ກໍໄດ້ຢູ່ຕໍ່າກວ່າລະດັບ 65,000 ໂດລາເປັນທີ່ຮຽບຮ້ອຍ ເຊິ່ງກໍເກືອບທີ່ແຕະລະດັບຕໍ່າສຸດໃນຮອບ 3 ເດືອນ. ເນື່ອງຈາກຜູ້ໃຊ້ສາມາດຮັບຮູ້ເຖິງຜົນກໍາໄລ ແລະ ການຊຳລະບັນຊີລ່ວງໜ້າທີ່ຈະເພີ່ມສູງຂຶ້ນ.

ໂດຍການຫົດຕົວລົງຂອງ Bitcoin ສົ່ງຜົນໃຫ້ລາຄາຂອງຫຼຽນຫຼຸດລົງຫຼາຍກ່ວາ 7% ໃນ ຕອນຕົ້ນຂອງເດືອນເມສາ.

ເຮົາມາເບິ່ງກັນວ່າມີປັດໄຈໃດແດ່ທີ່ເຮັດໃຫ້ລາຄາຂອງຫຼຽນດັ່ງກ່າວຫຼຸດລົງຈົນເກືອບແຕະລະດັບຕໍ່າສຸດອີກຄັ້ງ.

  • ເປັນທຳມະຊາດຂອງ Bitcoin ກ່ອນທີ່ຈະເກີດການ Halving

ປັດໄຈຫຼັກໆສໍາລັບການຫຼຸດລົງຂອງລາຄາຂອງ Bitcoin ແມ່ນມາຈາກທຳມະຊາດຂອງຕົວມັນເອງທີ່ຊ່ວງກ່ອນໜ້າການ halving ພວກຈະເຮົາເຫັນວ່າລາຄາມີການປັບຖານຫຼຸດລົງ. ເຊິ່ງພຽງແຕ່ມື້ດຽວ, ລາຄາກໍຫຼຸດລົງຫຼາຍກວ່າ 6.54% ຈາກມື້ວານນີ້. ໂດຍການປັບຖານລາຄານີ້ຈະຍັງຄົງຢູ່ກ່ອນທີ່ການ halving ຈະເກີດຂຶ້ນໃນວັນທີ 20 ເດືອນເມສານີ້.

ນັກວິເຄາະທີ່ມີຊື່ສຽງ Rekt Capital ຍັງໄດ້ໃຫ້ຄໍາເຫັນວ່າການຫຼຸດລົງຂອງລາຄາ Bitcoin ໃນປັດຈຸບັນແມ່ນເປັນເລື່ອງປົກກະຕິ. ເພາະໃນຮອບທີ່ຜ່ານມາ, ພວກເຮົາໄດ້ເຫັນລາຄາ Bitcoin ຫຼຸດລົງ 38% ແລະ 20% ຕາມລໍາດັບຈາກການ halving ຄັ້ງທີສອງ ແລະ ທີສາມ.

  • ການຊຳລະບັນຊີທີ່ເພີ່ມຂຶ້ນ

ປັດໄຈຕໍ່ມາທີ່ເຮັດໃຫ້ລາຄາຂອງ Bitcoin ຫຼຸດລົງແມ່ນຜົນມາຈາກການຊຳລະບັນຊີໃນຕະຫຼາດ future. ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ, ໄດ້ມີການຊຳລະບັນຊີໄປຫຼາຍກວ່າ 115 ລ້ານໂດລາ, ພ້ອມກັບການຫຼຸດລົງຂອງແຮງຂາຍຈາກນັກເທຣດ ແລະ ປະລິມານການຊື້ຂາຍທີ່ຫຼຸດລົງຕໍ່າສຸດໃນຮອບວັນແບບ year-to-date, ສົ່ງຜົນໃຫ້ເກີດການເໜັງຕີງຂອງລາຄາ.

  • ຈໍານວນນັກເທຣດທີ່ຖືຫຼຽນສໍາລັບໄລຍະສັ້ນແມ່ນເພີ່ມຂຶ້ນ

ສຳລັບປັດໄຈສຸດທ້າຍ, ນອກເໜືອຈາກການຫຼຸດລົງຂອງປະລິມານການຊື້ຂາຍແລ້ວ ຈະເຫັນໄດ້ວ່າຈຳນວນນັກລົງທຶນທີ່ຖືຫຼຽນໃນໄລຍະຍາວ ເລີ່ມທີ່ຈະກໍາຈັດຄວາມສ່ຽງ ແລະ ຂາຍຫຼຽນຂອງພວກເຂົາເພື່ອກໍາໄລ. ລວມທັງການຊື້ຂາຍໃນປັດຈຸບັນ, ສ່ວນຫຼາຍແມ່ນນັກລົງທຶນໄລຍະສັ້ນ. ເຊິ່ງໃນຕອນນີ້ ນັກລົງທຶນກຸ່ມດັ່ງກ່າວໄດ້ຖືອຸປະທານຫຼຽນສູງສຸດນັບຕັ້ງແຕ່ເດືອນມິຖຸນາ 2021, ເຮັດໃຫ້ລາຄາຂອງ Bitcoin ຫຼຸດລົງເຊັ່ນດຽວກັນ.

ຈົນມາຮອດປັດຈຸບັນ, ລາຄາຂອງ Bitcoin ຍັງສືບຕໍ່ໄດ້ຮັບຜົນກະທົບໂດຍກົງຈາກເຫດການເສດຖະກິດມະຫາພາກ ແລະ​ ການ​ປະ​ຕິ​ບັດດ້ານກົດ​ລະ​ບຽບ​​ເພີ່ມ​ເຕີມ​​. ການຫຼຸດລົງຂອງຈຳນວນ BTC ແລະ ນະໂຍບາຍການເງິນຂອງ Federal Reserve ຍັງຈະສືບຕໍ່ສົ່ງຜົນກະທົບຕໍ່ກັບລາຄາຂອງ BTC.

ຢ່າງໃດກໍຕາມ, ຫຼາຍຄົນເຊື່ອວ່າໃນໄລຍະຍາວ, ລາຄາຂອງ Bitcoin ຈະຟື້ນຕົວຂຶ້ນແນ່ນອນ. ເນື່ອງຈາກວ່າໃນປັດຈຸບັນມີນັກລົງທຶນສະຖາບັນສະໜັບສະໜູນຢູ່.

ທີ່ມາ:

siamblockchain

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/