ສປປ ລາວ ກຽມສຳຫຼວດການພັດທະນານິຄົມອຸດສາຫະກໍາ ຕາມແລວເສັ້ນທາງລົດໄຟລາວ-ຈີນ


ອີງຕາມການລາຍງານຂອງໜັງສືພີມ ປະຊາຊົນ ເຫັນວ່າ 1 ໃນແຜນການພັດທະນາປະຈຳປີ 2024 ຂອງກະຊວງອຸດສາຫະກໍາ-ການຄ້າ (ອຄ) ແມ່ນຈະສໍາຫຼວດ ແລະສຶກສາຄວາມເປັນໄປໄດ້ໃນການພັດທະນານິຄົມອຸດສາຫະກໍາທັນສະໄໝ ຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເພື່ອດຶງດູດ ແລະ ຊຸກຍູ້ການຄ້າການລົງທຶນ ໃຫ້ເຂົ້າມາໃນລາວໃຫ້ຫຼາຍຂຶ້ນ.

ໂດຍ ການພັດທະນາ ນິຄົມອຸດສາຫະກໍາທັນສະໄໝ ຕາມແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ແລວເສດຖະກິດອື່ນໆ, ຕ້ອງປະຕິບັດຕາມເປົ້າໝາຍການເຕີບໂຕສີຂຽວ ແຫ່ງຊາດ ແລະ ນະໂຍບາຍອຸດສາຫະກໍາສີຂຽວ ແລະ ການນໍາໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກໍາ ຂອງ ສປປ ລາວ, ປັບປຸງລະບົບສ້າງຖານຂໍ້ມູນ ແລະ ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງ ແບບເອເລັກໂຕຣນິກ ແລະ ຄົ້ນຄວ້າການສ້າງ ແລະ ພັດທະນານິຄົມອຸດສະຫະກໍາຕາມທ່າແຮງຂອງແຕ່ລະທ້ອງຖິ່ນທີ່ມີ.

ພ້ອມນັ້ນ ຈະເນັ້ນການສົ່ງເສີມ ແລະພັດທະນາອຸດສາຫະກໍາປຸງແຕ່ງ ໃຫ້ເຕີບໂຕມີຄຸນະພາບຕາມທິດສົມດຸນ, ສີຂຽວ ແລະ ຍືນຍົງ ປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປີ 2021-2025 ໂດຍສືບຕໍ່ສຸມໃສ່ຜັນຂະຫຍາຍ 8 ກຸ່ມອຸດສາຫະກໍາທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະສົ່ງເສີມການປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ສົງເສີມການສົ່ງອອກໃຫ້ໄດ້ຫຼາຍຂຶ້ນ.

ສຸມໃສ່ສົ່ງເສີມ ແລະ ພັດທະນາຜະລິດຕະພັນຫັດຖະກຳ ທີ່ມີທ່າແຮງ ເຊັ່ນ:ຂະແໜງແຜ່ນແພພື້ນເມືອງ, ຂະແໜງໄມ້, ຫວາຍ ແລະ ໄມ້ປ່ອງ, ຂະແໜງເຈ້ຍພື້ນເມືອງ, ຂະແໜງສິລະປະໂລຫະ ແລະ ອະໂລຫະ, ຂະແໜງປັ້ນດິນເຜົາ; ຂະແໜງເຄື່ອງປະດັບ ແລະ ເຄື່ອງເອ້ຍ້ອງ ແລະ ( ຂະແໜງອາຫານ ແລະ ເຄື່ອງດີື່ມພື້ນເມືອງ, ສົ່ງເສີມການຜະລິດຫັດຖະກໍາເຊື່ອມໂຍງກັບການທ່ອງທ່ຽວ: ແມ່ນການນໍາເອົາສິນຄ້າເອກະລັກ, ສິນຄ້າຫັດຖະກຳທີ່ມີຊື່ສຽງ, ສິນຄ້າທີ່ມີຄຸນະພາບ ຕາມຄວາມຕ້ອງການຂອງຕະຫຼາດ ແລະ ແບບແຜນຂອງຊາວຊ່າງ ແລະ ຫົວໜ່ວຍຫັດຖະກຳເປັນຈຸດຂາຍ ເພື່ອດຶງດູດ ແລະ ປະກອບສ່ວນໃນກິດຈະກໍາການທ່ອງທ່ຽວລາວປີ 2024.

https://www.facebook.com/photo.php?fbid=958683102611813&set=pb.100054103977098.-2207520000&type=3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/