ກຽມທີ່ຈະເທຂາຍ? ຕະຫຼາດ crypto ຫວັ່ນ, ຫຼັງພົບເຫັນວ່າລັດຖະບານສະຫະລັດໄດ້ໂອນ Bitcoin ມູນຄ່າກວ່າ 2 ຕື້ໂດລາເຂົ້າໄປໃນ Coinbase


ໃນຫຼາຍປີກ່ອນໜ້ານີ້, ລັດຖະບານສະຫະລັດໄດ້ຢຶດເອົາ Bitcoin ເປັນຈໍານວນຫຼວງຫຼາຍຈາກເວັບມືດ, ແລະໃນເວລາຕໍ່ມາກໍໄດ້ມີຂ່າວລືທີ່ໜາຫູວ່າ ລັດຖະບານຈະໄດ້ຕັດສິນໃຈ ແລະ ກຳລັງກຽມທີ່ຈະເທຂາຍຫຼຽນດັ່ງກ່າວອອກ.

ອີງຕາມຂໍ້ມູນຈາກ Blockchain ໃນວັນທີ 2 ເມສາທີ່ຜ່ານມາພົບວ່າ Bitcoin ມີມູນຄ່າຫຼາຍກວ່າ 2 ຕື້ໂດລາ ໄດ້ຖືກໂອນໄປຫາທີ່ຢູ່ໃໝ່ ໂດຍມີການໂອນເງິນ 0.001 BTC ຈາກກະເປົາເງິນທີ່ກ່ຽວຂ້ອງກັບກະຊວງຍຸຕິທໍາຂອງສະຫະລັດໄປທີ່ຢູ່ໃໝ່ໃນ Coinbase Prime, ເຊິ່ງຄາດການວ່າອາດຈະເປັນການທົດສອບລະບົບ. ຫຼັງຈາກນັ້ນບໍ່ດົນກໍໄດ້ມີການໂອນຫຼຽນເພີ່ມເຕີມເປັນຈຳນວນ 30,174 BTC.

ສຳລັບຫຼຽນ Bitcoin ທີ່ຖືກໂອນໄປນັ້ນ ຄາດວ່າຈະເປັນຫຼຽນ Bitcoin ທີ່ຖືກຢຶດມາຈາກ James Zhong ທີ່ຖືກຕັດສິນລົງໂທດວ່າໄດ້ລັກ crypto ອອກຈາກເວັບມືດໃນປີ 2022. ໂດຍ Zhong ໄດ້ລັກເອົາ Bitcoin ມາຕັ້ງແຕ່ປີ 2012 ແລະ ໃຊ້ເວລາດົນກວ່າ 10 ປີ ກ່ອນທີ່ອົງການຂອງລັດຖະບານສາມາດຢຶດຄືນມາໄດ້.

ຢ່າງໃດກໍຕາມ, ໃນເດືອນມີນາທີ່ຜ່ານມາ ລັດຖະບານສະຫະລັດໄດ້ຂາຍ Bitcoin ຂອງ Zhong ອອກໄປແລ້ວບາງສ່ວນເປັນຈຳນວນ 9,861 BTC ຫຼືປະມານ 215 ລ້ານໂດລາໃນເວລານັ້ນ. ແລະຍັງຄົງເຫຼືອປະມານ 40,000 BTC. ເມື່ອທຽບໃສ່ຕົວເລກຫຼ້າສຸດ, ລັດຖະບານຍັງຄົງຖືຄອງ Bitcoin ທີ່ຖືກຢຶດໄດ້ຈາກຄະດີ Silk Road Marketplaces ຫຼາຍກວ່າ 10,000 BTC

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໄດ້ມີການຟື້ນຕົວຂຶ້ນມາເລັກນ້ອຍຈາກລະດັບ 65,000 ໂດລາ. ໂດຍມີການຊື້ຂາຍກັນຢູ່ທີ່ 66,091 ໂດລາ ເຊິ່ງຫຼຸດລົງ 0.93% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

cointelegraph

cointelegraph2

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/