ຣວັນດາ ຫ້າມນັກທ່ອງທ່ຽວນຳຖົງພລາສຕິກເຂົ້າປະເທດ


ຕັ້ງແຕ່ປີ 2008 ເອີ້ນໄດ້ວ່າປະເທດ ຣວັນດາ ຈັດຢູ່ໃນປະເທດທຳອິດຂອງໂລກທີ່ປອດພລາສຕິກ, ໃນປະເທດມີກົດໝາຍທີ່ເຂັ້ມງວດເລື່ອງນີ້ຫຼາຍ ຜູ້ທີ່ຝ່າຝືນຕ້ອງຖືກຈຳຄຸກບໍ່ເກີນຫົກເດືອນ ຫຼື ຖືກປັບໃໝ.

ບັງກະລາເທດເປັນປະເທດທຳອິດທີ່ມີກົດໝາຍນີ້ ແຕ່ຣວັນດາເປັນປະເທດທຳອິດທີ່ເຮັດສຳເລັດ ພວກເຂົາມີກົດຫ້າມນຳເອົາ ຖົງພລາສຕິກເຂົ້າໃນປະເທດ ມີປ້າຍຕິດບອກຢ່າງຊັດເຈນ. ນັກທ່ອງທ່ຽວທີ່ມີຖົງພລາສຕິກໄວ້ຄອບຄອງ ຈະຕ້ອງຖືກກວດສອບ ແລະເຈົ້າໜ້າທີ່ຈະຢຶດເອົາຖົງພລາສຕິກໄວ້ ແລະ ຈະນຳມັນໄປຣີໄຊເຄິນ.


ນອກຈາກນີ້ ພາຍໃນປະເທດກໍຈະບໍ່ອະນຸຍາດໃຫ້ຂາຍຖົງພລາສຕິກ ແຕ່ກໍຍັງມີຄົນລັກລອບຂາຍຢູ່ໃນຕະຫຼາດມືດ. ເວລາທີ່ພວກເຂົາຊື້ເຄື່ອງ ຮ້ານຂາຍເຄື່ອງຈະໃຊ້ຖົງເຈ້ຍສີນ້ຳຕານແທນ ຍົກເວັ້ນຮ້ານຂາຍຊີ້ນ ທີ່ໄດ້ຮັບອະນຸຍາດໃຫ້ໃຊ້ຖົງພລາສຕິກສຳລັບໃສ່ຊີ້ນໄດ້.

ທີ່ມາ:

https://www.todayonline.com/world/rwandas-plastic-ban-success-stopping-it-entering-country-remains-challenge-2302821

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/