ສິງກະໂປ ແຈກເງິນ 300 ໂດລາສິງກະໂປ ເພື່ອໃຫ້ຊື້ເຄື່ອງໃຊ້ໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ


ລັດຖະບານສິງກະໂປ ໄດ້ເພີ່ມມູນຄ່າບັດກຳນັນເງິນ ແຈກໃຫ້ປະຊາຊົນເປັນຈຳນວນເງິນ 300 ໂດລາສິງກະໂປ ເພື່ອໃຫ້ປະຊາຊົນໃນປະເທດໄປຊື້ເຄື່ອງໃຊ້ໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ໂດຍຄຳສັ່ງມີຜົນຕັ້ງແຕ່ວັນທີ 15 ເມສາ 2024 ໂດຍຈະໃຫ້ກັບຄອບຄົວທີ່ອາໄສຢູ່ໃນແຟັດ ໂຄງການທີ່່ຢູ່ອາໄສຂອງລັດຖະບານ ທີ່ເອີ້ນວ່າ HDB ເທົ່ານັ້ນ.

ໂດຍການແຈກບັດກຳນັນເງິນສົດນີ້ເປັນການຂະຫຍາຍຕໍ່ໂຄງການເກົ່າ ທີ່ເປີດຕົວໄປໃນເທື່ອທຳອິດ ເມື່ອເດືອນ ພະຈິກ 2020 ທີ່ຜ່ານມາ ໃນເທື່ອນັ້ນກຳນົດໃຫ້ບັດກຳນັນເງິນສົດປະຊາຊົນທີ່ພັກອາໄສຢູ່ໃນແຟັດ HDB ຂະໜາດ 1-3 ຫ້ອງເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/