ສິ້ນສຸດ 4 ປີທີ່ລໍຄອຍ! Bitcoin ໄດ້ດຳເນີນການ Halving ສໍາເລັດຮຽບຮ້ອຍ ກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການ


ໃນມື້ນີ້ (20 ເມສາ 2024) ໃນໂລກ crypto ໄດ້ມີຄວາມຄຶກຄື້ນອີກຄັ້ງ, ເມື່ອ  Bitcoin ເຄືອຂ່າຍດິຈິຕອນອັນດັບໜຶ່ງຂອງໂລກ ໄດ້ດໍາເນີນການ halving ສຳເລັດຮຽບຮ້ອຍເປັນຄັ້ງທີ 4 ໃນຕອນເຊົ້າຂອງມື້ນີ້ ໃນບລັອກທີ 840,000.

ໂດຍເຫດການສຳຄັນນີ້ປຽບສະເໝືອນການກ້າວເຂົ້າສູ່ຍຸກໃໝ່ຂອງ Bitcoin ສົ່ງຜົນຕໍ່ກົນໄກການສ້າງຫຼຽນໃໝ່. ເຮັດໃຫ້ຮາງວັນການຂຸດ Bitcoin ໃໝ່ຕໍ່ບລັອກຫຼຸດລົງເຄິ່ງໜຶ່ງເຫຼືອພຽງ 3.125 BTC ເທົ່ານັ້ນ, ສົ່ງຜົນກະທົບຕໍ່ອຸປະທານຫຼຽນທີ່ຈໍາກັດຫຼາຍຂຶ້ນ (ລາຄາຫຼຽນກໍຈະເພີ່ມຂຶ້ນຕາມ).

ຜົນທີ່ໄດ້ຮັບຫຼັງຈາກການ Halving:

  • ອັດຕາເງິນເຟີ້ໄດ້ຫຼຸດລົງ: ຈໍານວນຂອງ Bitcoin ໃໝ່ທີ່ຖືກສ້າງຂຶ້ນຕໍ່ມື້ໄດ້ຫຼຸດລົງປະມານ 450 BTC.
  • Bitcoin ນັບມື້ນັບຫາຍາກ: ການຂຸດ Bitcoin ແມ່ນຍາກຂຶ້ນ, ເຊິ່ງມີຜົນກະທົບທາງບວກຕໍ່ມູນຄ່າຂອງຫຼຽນ.
  • ແຮງຈູງໃຈນັກຂຸດ: ຮາງວັນຕໍ່ບລັອກທີ່ຫຼຸດລົງ ເຊິ່ງນີ້ອາດສົ່ງຜົນໃຫ້ນັກຂຸດບາງສ່ວນຢຸດຂຸດ

ປັດຈຸບັນ, ພວກເຮົາຈະເຫັນໄດ້ວ່າ Bitcoin ເລີ່ມເປັນທີ່ຍອມຮັບໃນທົ່ວໂລກ, ເຊິ່ງນອກເໜືອຈາກການເປັນສື່ກາງໃນການແລກປ່ຽນເງິນຕາໂດຍບໍ່ຈໍາເປັນຕ້ອງອີງໃສ່ທະນາຄານແລ້ວ, Bitcoin ຍັງກາຍເປັນສິນຊັບທີ່ປອດໄພສໍາລັບປະຊາຊົນໃນຫຼາຍໆປະເທດທ່າມກາງວິກິດການທົ່ວໂລກ. ຈາກການພິມເງິນຂອງທະນາຄານກາງທົ່ວໂລກແບບບໍ່ຈໍາກັດ ເຊິ່ງກໍ່ໃຫ້ເກີດໃຫ້ອັດຕາເງິນເຟີ້ ລວມທັງບັນຫາສົງຄາມ ແລະ ຂໍ້ຂັດແຍ້ງ. ເນື່ອງຈາກອຸປະທານທີ່ຈໍາກັດຂອງ Bitcoin, ເຮັດໃຫ້ຕົວມັນເອງເກືອບທີ່ຈະເປັນໄປບໍ່ໄດ້ເລີຍທີ່ຈະເກີດອັນຕາເຟີ້ຂຶ້ນ.

ບັນດານັກວິເຄາະຄາດການລາຄາ Bitcoin:

Anthony Scaramucci ຜູ້ກໍ່ຕັ້ງ SkyBridge Capital ຄາດການວ່າລາຄາ Bitcoin ຈະຢູ່ທີ່ 170,000 ຫຼື ອາດຈະສູງເຖິງ 240,000 ໂດລາ ຕໍ່ 1 BTC.

ໃນຂະນະທີ່, ມະຫາເສດຖີ Tim Draper ຄາດການວ່າລາຄາ Bitcoin ຫຼັງຈາກການ Halving ຄັ້ງທີ 4 ຈະເພີ່ມຂຶ້ນເປັນ 250,000 ໂດລາ.

ນັກວິເຄາະທີ່ມີຊື່ສຽງຄື PlanB ກໍໄດ້ຄາດການວ່າລາຄາຂອງ Bitcoin ຈະບັນລຸ 1 ລ້ານໂດລາໃນປີ 2026.

ການ Halving ຄັ້ງທີ 4 ນີ້ໄດ້ສ້າງແຮງກະທົບເປັນຄື້ນໃນທົ່ວໂລກ crypto. ຫຼາຍຄົນຄາດການວ່າລາຄາ Bitcoin ຈະເພິ່ມສູງຂຶ້ນໃນໄລຍະຍາວ, ເຊິ່ງນີ້ຈະດຶງດູງໃຫ້ນັກລົງທຶນ ແລະ ສະຖາບັນເຂົ້າລົງທຶນຫຼາຍຂຶ້ນ.

ຢ່າງໃດກໍຕາມ, ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດ ແລະ ເຂົ້າໃຈຄວາມສ່ຽງກ່ອນຕັດສິນໃຈລົງທຶນ.

ການລົງທຶນໃນ Bitcoin ມີຄວາມສ່ຽງສູງ ລາຄາອາດຜັນຜວນຢ່າງຮຸນແຮງ, ນັກລົງທຶນຄວນລົງທຶນຢ່າງລະມັດລະວັງ.

ທີ່ມາ:

siamblockchain

efinancethai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/