Binance ແປງສິນຊັບໃນກອງທຶນ “SAFU” 1 ຕື້ໂດລາຈາກ Bitcoin ແລະ BNB ເປັນ USDC


Binance ໄດ້ແປງ crypto ທັງໝົດໃນກອງທຶນປະກັນໄພສຸກເສີນ 1 ຕື້ໂດລາສະຫະລັດເປັນ USDC ຫຼຽນ stablecoin.

Binance ໄດ້ສ້າງຕັ້ງ “ກອງທຶນຊັບສິນທີ່ປອດໄພສໍາລັບຜູ້ໃຊ້” (SAFU) ໃນປີ 2018 ເພື່ອປົກປ້ອງຜູ້ໃຊ້ Binance ຈາກ “ສະຖານະການທີ່ຮ້າຍແຮງ”

ໂດຍທົ່ວໄປແລ້ວກອງທຶນຈະພະຍາຍາມຮັກສາຫຼຽນໃນການຖືຄອງມູນຄ່າ 1 ຕື້ໂດລາ, ເຖິງແມ່ນວ່າການຜັນຜວນຂອງລາຄາ crypto ໄດ້ສົ່ງຜົນກະທົບຕໍ່ມູນຄ່າຂອງຫຼຽນໃນການຖືຄອງຕະຫຼອດຫຼາຍປີທີ່ຜ່ານມາ. ໃນທ້າຍປີ 2022, ກອງທຶນໄດ້ຖືຄອງ Binance USD (BUSD) ແລະ BNB ມູນຄ່າ 700 ລ້ານໂດລາ, ລວມທັງ Bitcoin (BTC) ມູນຄ່າ 300 ລ້ານໂດລາ.

ຢ່າງໃດກໍຕາມ, ໃນຕົ້ນປີທີ່ຜ່ານມາ Paxos ເຊິ່ງເປັນຜູ້ອອກ BUSD ໄດ້ຮັບແຈ້ງເຕືອນຈາກສຳນັກງານຄະນະກຳມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC). ໂດຍໃນການປະກາດ​ກ່າວ​ໜ່ວຍງານຄຸ້ມຄອງດູແລໄດ້ລະບຸວ່າ “ກໍາລັງພິຈາລະນາການດຳເນີນການທີ່ອ້າງວ່າ BUSD ແມ່ນຫຼັກຊັບປອດໄພ ແລະ Paxos ຄວນລົງທະບຽນການສະເໜີຂາຍ BUSD ພາຍໃຕ້ກົດໝາຍຫຼັກຊັບຂອງລັດຖະບານກາງ”.

ພະແນກການບໍລິການທາງດ້ານການເງິນຂອງນິວຢອກ (NYDFS) ຍັງໄດ້ສັ່ງໃຫ້ບໍລິສັດ crypto ໃຫ້ຢຸດເຊົາການຜະລິດ BUSD, ເຊິ່ງມີຈຸດປະສົງເພື່ອຮັກສາມູນຄ່າຂອງເງິນໂດລາສະຫະລັດໄວ້, ແລະ Paxos ຕໍ່ມາໄດ້ປະກາດວ່າມັນຈະສິ້ນສຸດຄວາມສໍາພັນກັບ Binance ສໍາລັບຫຼຽນ stablecoin.

ດັ່ງນັ້ນ, Binance ຈຶ່ງໄດ້ປ່ຽນການຖືຄອງຂອງຕົນໃນ SAFU ຈາກ BUSD ເປັນ USDT ແລະ TrueUSD (TUSD) ໃນເດືອນມີນາ 2023.

ການຖືຄອງທັງໝົດໃນປັດຈຸບັນໄດ້ຖືກປ່ຽນເປັນ USDC, ເຊິ່ງເປັນຫຼຽນ stablecoin ທີ່ໃຫຍ່ທີ່ສຸດອັນດັບສອງ ຕາມມູນຄ່າຕະຫຼາດ. Binance ກ່າວວ່າການປ່ຽນແປງນີ້ຈະ “ຊ່ວຍເພີ່ມຄວາມໜ້າເຊື່ອຖື”

ນອກຈາກນີ້, ເວັບເທຣດ crypto ຊັ້ນນໍາຂອງສະຫະລັດຄື Coinbase ແລະ Circle ກໍໄດ້ຮ່ວມກັນສ້າງ USDC ໃນປີ 2018 ແລະ ຮ່ວມກັນຄຸ້ມຄອງຊັບສິນໂດຍຜ່ານ Center Consortium ຈົນເຖິງປີທີ່ຜ່ານມາ.

ທີ່ມາ:

dailyhodl

dailyhodl2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/