ແຫຼ່ງຜະລິດພະຍາບານໂລກຢ່າງຟິລິບປິນປະເຊີນພາວະ ‘ສະໝອງໄຫຼ’ ເພາະບ້ານເກີດຕ້ອງເຮັດວຽກໜັກແຕ່ເງິນເດືອນໜ້ອຍ


ປະເທດພັດທະນາແລ້ວສ່ວນຫຼາຍກຳລັງຮັບມືກັບສັງຄົມສູງອາຍຸຫຼາຍຂຶ້ນເຮັດໃຫ້ຄວາມຕ້ອງການບຸກຄະລາກອນແພດພຸ່ງຂຶ້ນສູງ ຟິລິບປິນເປັນປະເທດໜຶ່ງທີ່ຜະລິດພະຍາບານທີ່ມີຄຸນະພາບລາຍໃຫຍ່ຂອງໂລກ ໂດຍມີພະຍາຍາບານເຮັດວຽກຢູ່ປະມານ 620,000 ຄົນ ແຕ່ຈຳນວນເກີນເຄິ່ງກັບເຮັດວຽກຢູ່ຕ່າງແດນ ຂະນະດຽວກັນເມື່ອບັນດາບຸກຄະລາກອນທາງການແພດທີ່ພາກັນຫຼັ່ງໄຫຼອອກໄປກໍເລີ່ມເຮັດໃຫ້ບຸກຄະລາກອນໃນປະເທດເລີ່ມບໍ່ພຽງພໍ.

ຫຼາຍປະເທດໃນໂລກກຳລັງປະເຊີນໜ້າກັບບັນຫາການຂາດແຄນບຸກຄະລາກອນທາງການແພດ ເຊິ່ງປະເທດເຢຍລະມັນກໍເປັນໜຶ່ງໃນນັ້ນເຊັ່ນກັນກັບສະຫະຣາຊະອານາຈັກ (ປະເທດອັງກິດ, ເວວສ໌, ສະກັອດແລນ ແລະ ໄອແລນເໜືອ), ສະຫະລັດອາເມຣິກາ, ແຄນາດາ, ອອສເຕຣເລຍ ແລະ ອື່ນໆທີ່ຕ່າງພາກັນແຂ່ງຂັນເພື່ອດຶງດູດເອົາບັນດາພະຍາບານຈາກຟິລິບປິນດ້ວຍການສະເໜີຄ່າຕອບແທນ ແລະ ສະຫວັດດີການທີ່ດີກວ່າ.

ເນື່ອງຈາກປະເທດເຢຍລະມັນປະສົບບັນຫາຂາດແຄນຊັບພະຍາກອນທາງການແພດຢ່າງໜັກໜ່ວງຈຶ່ງໄດ້ວາງແຜນເພື່ອດຶງຕົວພະຍາບານຈາກຟິລິບປິນເພື່ອແກ້ໄຂບັນຫານີ້ ໂດຍເຢຍລະມັນອາດຈະດຳເນີນການຕາມສະຫະຣາຊະອານາຈັກທີ່ເພິ່ງພາພະຍາບານຟິລິບປິນຈຳນວນຫຼາຍ.

‘ຄວາມຮ່ວມມືດ້ານແຮງງານ’ຄືຫົວຂໍ້ສຳຄັນທີ່ຜູ້ນຳເຢຍລະມັນ ແລະ ປະທານາທິບໍດີຟິລິບປິນໄດ້ເປິກສາຫາລືຮ່ວມກັນ ໂດຍຜູ້ນຳເຢຍລະມັນອອກປາກວ່າຟິລິບປິນຄືແຫຼ່ງບຸກຄະລາກອນທີ່ມີຝີມືເຊິ່ງມີຄວາມສຳຄັນຫຼາຍຕໍ່ລະບົບສາທາລະນະສຸກໃນເຢຍລະມັນ ແລະ ມີຄວາມປາຖະໜາທີ່ຈະເພີ່ມຄວາມຮ່ວມມືໃນດ້ານນີ້ຢ່າງເປັນຮູບປະທຳຫຼາຍຂຶ້ນ.

ຟິລິບປິນຖືເປັນແຫຼ່ງສຳຄັນຂອງແຮງງານທີ່ມີທັກສະສູງຂອງເຢຍລະມັນ ໂດຍພວກເຂົາຕ້ອງການທີ່ຈະເພີ່ມຕົວເລກປະລິມານພະຍາບານຂຶ້ນເພື່ອຮັບມືກັບສັງຄົມຜູ້ສູງອາຍຸໃນປະເທດ ຂະນະດຽວກັນຈຳນວນເງິນທີ່ຊາວຟີລິປິນໃນຕ່າງແດນສົ່ງກັບໃຫ້ຄອບຄົວກໍຊ່ວຍຂັບເຄື່ອນເສດຖະກິດຂອງປະເທດເຊັ່ນກັນ ສາມາດເວົ້າໄດ້ວ່າເປັນການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຜົນປະໂຫຍດ.

ປັດຈຸບັນຈຳນວນພະຍາບານຊາວຟິລິບປິນປະມານ 6,000 ຄົນທີ່ເຮັດວຽກຢູ່ເຢຍລະມັນ ໃນນີ້ 2,000 ຄົນແມ່ນໄປໂດຍຜ່ານໂຄງການຮ່ວມມືຂອງລັດຖະບານສອງປະເທດທີ່ຊ່ວຍກຽມຄວາມພ້ອມ ແລະ ຫາຕຳແໜ່ງງານໃນເຢຍລະມັນໃຫ້.

ຢ່າງໃດກໍຕາມ ທາງຟິລິບປິນເອງກໍຂາດແຄນພະຍາບານເຊັ່ນດຽວກັນ ໂດຍອີງຕາມຂໍ້ມູນປີ 2022 ລະບຸວ່າລະບົບສາທາລະນະສຸກໃນຟິລິບປິນມີຕຳແໜ່ງວ່າງງານຫຼາຍກວ່າ 106,000 ຕຳແໜ່ງ ໂດຍອັດຕາສ່ວນພະຍາບານຕໍ່ຄົນໄຂ້ທີ່ເໝາະສົມແມ່ນ 1:12 ແຕ່ໃນຄວາມເປັນຈິງກັບຢູ່ທີ່ 1:20 ຫຼື ໜັກໄປກວ່ານັ້ນກໍຄື 1:40.

ນອກນີ້, ພະຍາບານຟິລິບປິນທີ່ເຮັດວຽກໃນລະບົບຂອງລັດໄດ້ຮັບຄ່າຕອບແທນປະມານ 36,000 ເປໂຊ (ປະມານ 13 ລ້ານກີບ) ຕໍ່ເດືອນ ຂະນະທີ່ໃນພາກເອກະຊົນອາດໄດ້ຄ່າແຮງຂັ້ນຕ່ຳ 15,000 ເປໂຊ (ປະມານ 6 ລ້ານກີບ) ຕໍ່ເດືອນເທົ່ານັ້ນ ເຊິ່ງເປັນລາຍໄດ້ທີ່ຕ່ຳຫຼາຍຖ້າທຽບກັບພະຍາບານຟິລິບປິນທີ່ເຮັດວຽກຢູ່ຕ່າງປະເທດ.

ນອກຈາກຄ່າຕອບແທນທີ່ຕ່ຳກວ່າແລ້ວ ພະຍາບານໃນຟິລິບປິນຍັງຕ້ອງເຮັດວຽກໜັກເກີນມາດຕະຖານ ແລະ ຕ້ອງເບິ່ງແຍງຄົນໄຂ້ໃນຈຳນວນທີ່ຫຼາຍເກີນໄປ ດ້ວຍສະພາບແວດລ້ອມການເຮັດວຽກທີ່ບໍ່ດີເຊັ່ນນີ້ເປັນແຮງຊຸກຍູ້ໃຫ້ບຸກຄະລາກອນທີ່ມີສີມືເລືອກໄປສ້າງອະນາຄົດໃນຕ່າງປະເທດແທນ.

ຂອບໃຈຂໍ້ມູນຈາກ: https://thestandard.co/filipino-nurses-labor-shortage/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/