Queen of Tears ທຳລາຍສະຖິຕິຂຶ້ນເປັນຊີຣີ້ເຣດຕິ້ງສູງອັນດັບ 2 ຂອງ tvN


Queen of Tears ຊີຣີ້ແນວດຣາມ່າໜັກໜ່ວງແບບຂົມບໍ່ຄາຍ ເຊື່ອວ່າຫຼາຍຄົນໄດ້ເບິ່ງແລ້ວນ້ຳຕາແຕກກັນແນ່ນອນ ແຕ່ດ້ວຍຄວາມດີງາມຂອງເນື້ອຫາ ຄວາມເຂັ້ມຂຸ້ນ ແລະ ເຄມີທີ່ສຸດແສນຈະເຂົ້າກັນຂອງທັງສອງພະນາງ ເຮັດໃຫ້ຊີຣີ້ເລື່ອງນີ້ໂກຍເຣດຕິ້ງຢ່າງຫຼວງຫຼາຍ ພ້ອມກາຍເປັນຊີຣີ້ເຣດຕິ້ງສູງອັນດັບ 2 ຂອງຊ່ອງ tvN ເປັນທີ່ຮຽບຮ້ອຍ.

ໂດຍສາມາດເຮັດເຣດຕິ້ງໄປທົ່ວປະເທດເກົາຫຼີໄປໄດ້ 20.73% ແຊງໜ້າເລື່ອງ ‘Goblin’ ເປັນທີ່ຮຽບຮ້ອຍ ໃນຕອນນີ້ເປັນຮອງພຽງແຕ່ເລື່ອງ ‘Crash Landing on You’ ພຽງເທົ່ານັ້ນ ເຮົາມາຖ້າຕິດຕາມວ່າຊີຣີ້ເລື່ອງ Queen of Tears ຈະຂຶ້ນມາເປັນອັນດັບ 1 ຫຼືບໍ່? ສາມາດຮັບຊົມໄດ້ຜ່ານ Netflix.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/