ປີ 2024 ສປ ຈີນຈັດສັນງົບປະມານກວ່າ 2 ແສນລ້ານຢວນ ຊຸກຍູ້ການລົງທຶນພາຍໃນປະເທດ


ອີງຕາມການລາຍງານຂອງ ສຳນັກຂ່າວ ຊິນຮົວ, ປີ 2024 ສປ ຈີນຈັດສັນງົບປະມານ ຈາກສ່ວນກາງ ກວ່າ 2 ແສນລ້ານຢວນ ຫຼື ປະມານ 28.160 ລ້ານໂດລາ ເພື່ອຊຸກຍູ້ການລົງທຶນພາຍໃນປະເທດ ຫ້ໄດ້ຮັບປະສິດທິຜົນ ໃນປີ 2024.

ທ່ານ ຫຼິວຊູເຊີ ຮອງຫົວໜ້າ ຄະນະກຳມະການ ພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ບ້ວງເງິນທຶນທີ່ຈັດສັນໄວ້ ກວມເອົາ 30% ຂອງ ຈຳນວນເງິນປະຈຳ ທີ່ວາງແຜນໄວ້ ແລະ ຄະນະກຳມະການ ຈະເລັ່ງຈັດສັນເງິນທຶນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ໂຄງການ ດັ່ງກ່າວ ແລະ ປັບປຸງປະສິດທິພາບ ໃນການນຳໃຊ້ງົບປະມານສ່ວນກາງ.

ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ ຂອງລັດຖະບານລະບຸວ່າ  ຈະມີການຈັດສັນ ບ້ວງເງີນທຶນຈາກງົບປະມານສ່ວນກາງ ເພື່ອລົງທຶນສຳລັບ ປີ 2024 ລວມມີ ທັງໝົດ 7 ແສນລ້ານຢວນ.

ນອກຈາກງົບປະມານ ສ່ວນກາງແລ້ວ ຈີນ ຍັງວາງແຜນ ອອກພັນທະບັດ ລັດຖະບານ ທ້ອງຖິ່ນ ສະເພາະກິດ ດ້ວຍມູນຄ່າ 3,9 ພັນຕື້ຢວນ, ​ເພີ່ມຂຶ້ນ 1 ແສນລ້ານຢວນ ເມື່ອທຽບໃສ່ ປີກາຍນີ້. ໂດຍຄະນະກຳມະການ ໄດ້ຄັດເລືອກ ໂຄງການພັນທະບັດລັດຖະບານທ້ອງຖິ່ນສະເພາະກິດເບື້ອງຕົ້ນຢ່າງສຳເລັດ, ໂຄງການຊຸດນີ້ ມີຄວາມຕ້ອງການເງິນທຶນຈຳນວນຫຼາຍ ເຊິ່ງຊ່ວຍວາງຮາກຖານທີ່ໝັ້ນຄົງ ໃຫ້ກັບການອອກ ແລະ ການໃຊ້ພັນທະບັດ ລັດຖະບານທ້ອງຖິ່ນ.

ທີ່ມາ:

https://english.www.gov.cn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/