Chronically Unhappy ອາການເສບຕິດຄວາມເສົ້າ

xr:d:DAGCOT2JNlE:9,j:8669853945139038224,t:24041218


ທຸກຄົນຕ້ອງການມີຄວາມສຸກ ແຕ່ບໍ່ແມ່ນທຸກຄົນຈະຮູ້ວິທີທີ່ຈະມີຄວາມສຸກ. ຍັງມີຫຼາຍຄົນທີ່ສະແຫວງຫາຄວາມທຸກ ແລະ ເສບຕິດຄວາມເຈັບປວດ, ມັກເສີມສ້າງຄວາມຮູ້ສຶກດ້ານລົບ ຫຼື ຄວາມພ່າຍແພ້ໃຫ້ແກ່ຕົນເອງ ເຊິ່ງອາການດັ່ງກ່າວອາດຕົກຢູ່ໃນພາວະ “Chronically Unhappy” ອາການເສບຕິດຄວາມເສົ້າຊຳເຮື້ອ ເຊິ່ງແມ່ນອາການຂອງຄົນທີ່ມັກຕິດພັນກັບການທົນທຸກທໍລະມານ, ມັກໃຫ້ຄວາມໂສກເສົ້າເສຍໃຈ ຫຼື ຄວາມຜິດຫວັງ ເຂົ້າມາທຳຮ້າຍຕົນເອງຊໍ້າແລ້ວຊໍ້າອີກ. ເມື່ອໃດທີ່ເຮົາມີຄວາມສຸກ, ກໍຈະຊອກຫາວິທີທີ່ຈະກັບໄປຕິດຢູ່ໃນຄວາມເຈັບປວດອີກຄັ້ງ. 

ພຶດຕິກຳຂອງຄນທີ່ມີພາວະ Chronically Unhappy ສະແດງອອກຄື:

– ການລະເລີຍທີ່ຈະດູແລຕົນເອງ

– ປຽບທຽບຕົນເອງກັບຄົນອື່ນຕະຫຼອດເວລາ

– ມັກຮັບບົດບາດຕົນເອງເປັນຜູ້ເຄາະຮ້າຍ ໂດຍໂຍນຄວາມຜິດໃຫ້ຜູ້ອື່ນ

– ໃຊ້ອາລົມມີຄວາມສຳຄັນເໜືອເຫດຜົນ

– ມັກຈະເຮັດໃຫ້ຕົນເອງຢູ່ໃນຄວາມສໍາພັນທີ່ Toxic ຊໍ້າແລ້ວຊໍ້າອີກ

– ມັກສະແຫວງຫາຄວາມທຸກ ແລະ ຊອກຫາຂໍ້ເສຍໃນທຸກສິ່ງໃນທຸກເລື່ອງ

ພຶດຕິກຳເຫຼົ່ານີ້ສາມາດເກີດຈາກຫຼາຍປັດໄຈເຊັ່ນ: ຄວາມບໍ່ສະຖຽນລະພາບທາງດ້ານຈິດໃຈ, ຄວາມນັບຖືຕົນເອງຕ່ຳ, ເຈັບປ່ວຍ ຫຼື ເປັນໂຣກຊຶມເສົ້າ, ມີປົມກະທົບກະເທືອນຈິດໃຈ ແລະ ຍັງບໍ່ໄດ້ຮັບການແກ້ໄຂ ພ້ອມນັ້ນມັນຍັງລວມເຖິງການລ້ຽງດູ ຄົນທີ່ເຕີບໃຫຍ່ຢູ່ໃນຄອບຄົວເຄັ່ງຄັດຫຼາຍ ແລະ ພໍ່ແມ່ມີຄວາມຄາດຫວັງສູງ, ເຊິ່ງເຮັດໃຫ້ຄວາມສຸກບາງຄັ້ງກໍຜູກມັດກັບຄວາມສໍາເລັດໂດຍບໍ່ໄດ້ຕັ້ງໃຈສົ່ງຜົນໃຫ້ລູກກົດດັນຕົນເອງຈົນນຳໄປສູ່ຄວາມຊຶມເສົ້າ.

ເມື່ອມີຄວາມໂສກເສົ້າ ຫຼື ມີອາລົມທາງລົບ ຮ່າງກາຍກໍຈະປ່ອຍສານເຄມີຄວາມກົດດັນອອກມາ ຖ້າ​ເຮົາ​ເຮັດ​ພຶດຕິກຳທີ່ເຮັດໃຫ້ຕົນເອງຊຶມເສົ້າຊໍ້າໆ ມັນຈະກະຕຸ້ນຮໍໂມນດັ່ງກ່າວອອກມາເລື້ອຍໆ ແລະ ເຮັດໃຫ້ຮ່າງກາຍເສບຕິດຄວາມເສົ້າໂດຍບໍ່ຮູ້ຕົວ.

ວິທີປ້ອງກັນຕົນເອງບໍ່ໃຫ້ຜູກຕິດຢູ່ໃນຄວາມທຸກ.

1.ທຳຄວາມເຂົ້າໃຈເມື່ອພົບກັບຄວາມຜິດຫວັງ

ທຸກຄົນສາມາດໂສກເສົ້າໄດ້ ແຕ່​​ຕ້ອງ​ບໍ່​ຜູກຕິດກັບມັນ​ເກີນ​ໄປ. ໃຫ້ເຂົ້າໃຈວ່າ “ຄວາມຜິດຫວັງເປັນເລື່ອງປົກກະຕິຂອງໂລກ”

.ຖ້າເຮົາເຮັດສຸດຄວາມສາມາດແລ້ວ ເຖິງແມ່ນວ່າຈະບໍ່ປະສົບຜົນສຳເລັດ ແຕ່ກໍໄດ້ບົດຮຽນ ແລະ ປະສົບການ.

2.ເລືອກຢູ່ໃນສະພາບແວດລ້ອມທີ່ດີ.

ຈົ່ງພາຕົນເອງໄປຢູ່ໃນສະພາບແວດລ້ອມທີ່ດີ, ທີ່ເປັນມິດ, ມີທັດສະນະຄະຕິມຸມມອງບວກ, ໃຫ້ກຳລັງໃຈ ແລະ ສະໜັບສະໜູນເຮົາໄປໃນທາງທີ່ດີຂຶ້ນເລື້ອຍໆ ຫຼີກລ້ຽງຄວາມສຳພັນດ້ານລົບທຸກຮູບແບບ.

3.ບໍ່ຈົມປັກໃນເລື່ອງບໍ່ດີ ແລະ ຊອກຫາຂໍ້ບົກພ່ອງໃນທຸກຢ່າງ.

ເລື່ອງທີ່ຜ່ານມາແລ້ວກໍເປັນພຽງອະດີດ ລອງເຝິກຕົນເອງໃຫ້ປ່ອຍວາງ ແລະ ຝຶກຫາຂໍ້ດີຫຼາຍກວ່າຂໍ້ເສຍໃນເລື່ອງຕ່າງໆ ມັນອາດຈະບໍ່ງ່າຍໃນຕອນທໍາອິດ, ແຕ່ທຸກທ່ານສາມາດເຮັດໄດ້ລອງເປີດໃຈໃຫ້ກວ້າງຂຶ້ນ.

4.ເລືອກຕິດຕາມສື່ທີ່ມີປະໂຫຍດ

ເຮົາສາມາດເລືອກເບິ່ງສາລະໜ້າຮູ້ ຫຼື ສື່ສັງຄົມທີ່ເປັນປະໂຫຍດແກ່ເຮົາໄດ້ເພື່ອຫຼີກຈາກຄວາມຕຶງຄຽດ ແລະ ບໍ່ພົວພັນກັບຂ່າວສານດຣາມ່າ ຫຼື ດ້ານລົບທີ່ຈະໄປສູ່ການສ້າງຄວາມເຄັ່ງຄຽດແກ່ຕົວທ່ານເອງ.

ອ້າງອີງ:

https://cutt.ly/sw4cE7or

https://cutt.ly/Dw4cRhH8

https://cutt.ly/7w4cRHwv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/