ກຽມຮັບຜົນກະທົບສິນຄ້າລົ້ນຕະຫຼາດ! ຈີນສືບຕໍ່ຜະລິດສິນຄ້າເພື່ອອອກໄປສູ່ຕະຫຼາດອາຊຽນ ທັ້ງໆທີ່ເສດຖະກິດໂລກຍັງຄົງບໍ່ຟື້ນຕົວ

xr:d:DAGCMSLfkoY:3,j:6719795270061015559,t:24041209


ໃນປັດຈຸບັນ, ​ເສດຖະກິດ​ທົ່ວ​ໂລກ​ຍັງ​ບໍ່ທັນສາມາດ​ຟື້ນ​ຕົວ​ຂຶ້ນ​ໄປສູ່​ລະດັບ​ກ່ອນໜ້າທີ່ພະຍາດ​ COVID-19 ຈະລະບາດ. ກໍາລັງໃນການ​ຊື້ທີ່​ຍັງ​ອ່ອນແອ​ລົງ​ຈົນ​ຮອດ​ປັດຈຸ​ບັນ, ສົ່ງ​ຜົນ​ໃຫ້​ການ​ຄ້າ​ທົ່ວ​ໂລກຍັງ​ບໍ່​ຟື້ນ​ຕົວ​ຢ່າງ​ສິ້ນ​ເຊີງ. ເຖິງແມ່ນວ່າມີການຟື້ນຕົວທີ່ສັງເກດເຫັນໄດ້ ແຕ່ມັນກໍເປັນການຟື້ນຕົວໃນບາງຈຸດເທົ່ານັ້ນ, ບໍ່ແມ່ນການຟື້ນຕົວທີ່ສົມບູນແບບທົ່ວເຖິງ.

ໂດຍສັນຍານທີ່ໜ້າເປັນຫ່ວງກໍຄື ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI), ຂະ​ແໜງ​ການ​ຜະ​ລິດ​ຂອງ​ຫຼາຍ​ປະ​ເທດ​ໃນອາ​ຊີຍັງຄົງ​ສືບ​ຕໍ່ “ຫົດ​ຕົວ” ຍົກ​ເວັ້ນ​ຈີນ.

ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສົ່ງ​ອອກ​ສິນ​ຄ້າ​ອັນ​ດັບ 1 ຂອງ​ໂລກ, ທີ່ມີ​ກຳ​ລັງ​ການ​ຊື້​ພາຍ​ໃນ​ປະ​ເທດ​ຕ່ຳ ກຳ​ລັງ​ກວາດເອົາ “ຄວາມ​ຕ້ອງ​ການ” ທີ່​ຍັງ​ບໍ່​ທັນ​ຟື້ນ​ຕົວ​ຂຶ້ນ​ສູ່​ລະ​ດັບ​ປົກ​ກະ​ຕິໄປຄອບຄອງ. ສົ່ງຜົນໃຫ້ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ໄຫຼເຂົ້າມາ​ສູ່​ຕະ​ຫຼາດ​ອາ​ຊຽນເພິ່ມຂຶ້ນເລື້ອຍໆ, ທຸລະກິດໃນອາຊຽນໂດຍສະ​ເພາະ​ແມ່ນ​ໄທກຳລັງປະ​ເຊີນ​ໜ້າ​ກັບ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​.

ຜູ້ຊ່ຽວຊານກ່າວວ່າ ຄວາມຕ້ອງການໃນປະເທດຈີນຍັງຄົງອ່ອນແອ ແຕ່ການຜະລິດຂອງຈີນຍັງດີຫຼາຍ, ມີຄວາມສາມາດໃນການແຂ່ງຂັນທີ່ສູງຫຼາຍ ແລະ ມີກຳລັງການ​ຜະ​ລິດ​ເກີນ​ກວ່າກຳນົດໃນຫຼາຍໆດ້ານ​. ເມື່ອເສດຖະກິດພາຍໃນປະເທດອ່ອນແອ ຈີນຈໍາເປັນຈະຕ້ອງ​ອາ​ໄສ​ການ​ສົ່ງ​ອອກ​ຈາກ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ. ພ້ອມ​ກັນ​ນັ້ນ, ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ອາ​ເມ​ຣິ​ກາ ​ແລະ ​ຢູໂຣບ​ຍັງ​ບໍ່​ແນ່​ໃຈ​ວ່າ​ຈີນ​ຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ກີດຂວາງ​ດ້ານ​ການ​ຄ້າ. ສະ​ນັ້ນ, ຕະຫຼາດ​ທີ່​ແນ່ນອນ​ສຳລັບ​ຈີນກໍຄື​​ອາ​ຊຽນ.

ອີງຈາກ​ຂໍ້​ມູນ, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຈີນ​ໃນ​ເດືອນ​ມັງ​ກອນ ແລະ ເດືອນກຸມພາ ຂະຫຍາຍຕົວໄວກວ່າທີ່ຄາດໄວ້ 7.1% ໂດຍມີມູນຄ່າຢູ່ທີ່ 528.010 ລ້ານໂດລາສະຫະລັດ ແລະ ເພີ່ມຂຶ້ນ 10.3% ສໍາລັບເປັນສະກຸນເງິນຢວນ​ແມ່ນ​ 3,750 ຕື້​ຢວນ, ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ຈີນ​ບັນລຸ 125,16 ຕື້​ໂດ​ລາ, ​ເພີ່ມ​ຂຶ້ນ 8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ສູງກວ່າ 103.7 ຕື້ໂດລາທີ່ນັກເສດຖະສາດຄາດໄວ້.

ສິນຄ້າທີ່ຈີນສົ່ງອອກໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ​ໃນ 2 ​ເດືອນ​ຜ່ານ​ມາ, ​ເຄື່ອງ​ຈັກ ​ແລະ ຜະລິດ​ຕະພັນ​ເອ​ເລັກ​ໂຕຣ​ນິກ​ກວມ​ເກືອບ 60% ຂອງ​ການ​ສົ່ງ​ອອກ​ທັງ​ໝົດ. ໂດຍມູນຄ່າການສົ່ງອອກອຸປະກອນປະມວນຜົນຂໍ້ມູນອັດຕະໂນມັດເພີ່ມຂຶ້ນ 7.3%, ການສົ່ງອອກແຜ່ນວົງຈອນລວມເພີ່ມຂຶ້ນ 28.6%, ການສົ່ງອອກລົດເພີ່ມຂຶ້ນ 15.8%. ໂດຍປາຍທາງສົ່ງອອກທີ່ເຂັ້ມແຂງທີ່ສຸດ ແລະ ຊຸກຍູ້ການເຕີບໂຕຂອງການສົ່ງອອກຂອງຈີນແມ່ນ “ອາຊຽນ” ເຊິ່ງຈີນໄດ້ສົ່ງສິນຄ້າ​ໄປ​ຍັງ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 9,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ຄິດເປັນ​ມູນ​ຄ່າ 588.000 ລ້ານ​ຢວນ, ແລະ ອີກໜຶ່ງຕະຫຼາດ​ການ​ສົ່ງ​ອອກ​ທີ່​ເຮັດໃຫ້ຈີນສາມາດ​ຟື້ນ​ຕົວ​ເປັນ​ຢ່າງ​ດີ​ກໍຄື​ຕະຫຼາດ​ອາ​ເມ​ຣິກາ, ​ເຊິ່ງຈີນ​ໄດ້​ສົ່ງ​ອອກ​ເພີ່ມ​ຂຶ້ນ 8,1% ​ເປັນ 708 ຕື້​ຢວນ, ໃນຂະນະ​ທີ່ ຕະຫຼາດຢູໂຣບມີການຊະລໍຕົວລົງດ້ວຍການສົ່ງອອກຂອງຈີນເພີ່ມຂຶ້ນພຽງແຕ່ 1.6%.

ຈາກຂໍ້ມູນຂ້າງເທິງ ທຸລະກິດໃນອາຊຽນ ໂດຍສະເພາະປະເທດໄທທີ່ຕ້ອງປະ​ເຊີນ​​ກັບ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​ຈາກ​ການຈີນ​ທີ່ສົ່ງສິນຄ້າຈົນລົ້ນ​​ຕະ​ຫຼາດ​ມີ​​ດັ່ງ​ນີ້​:

1. ການແຂ່ງຂັນທີ່ຮຸນແຮງ:

– ສິນຄ້າຂອງຈີນມີລາຄາຖືກກວ່າສິນຄ້າຈາກປະເທດອາຊຽນອື່ນໆ.

– ຈີນ​ມີ​ເຕັກ​ໂນ​ໂລ​ຊີການ​ຜະ​ລິດ​ທີ່​ທັນ​ສະ​ໄໝ​.

– ຈີນມີເສດຖະກິດຂະໜາດໃຫຍ່. ເຮັດໃຫ້ສາມາດຜະລິດສິນຄ້າໄດ້ເປັນຈໍານວນຫຼາຍ.

2. ສ່ວນແບ່ງຕະຫຼາດຫຼຸດລົງ:

– ຜູ້​ບໍລິ​ໂພ​ກ​ໃນ​ອາ​ຊຽນຫັນ​ໄປ​ຊື້​ສິນຄ້າ​ຂອງ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

– ທຸລະກິດອາຊຽນສູນເສຍລູກຄ້າ

3. ການຜະລິດພາຍໃນໜ້ອຍລົງ:

– ບັນດາ​ວິ​ສາ​ຫະກິດ​ໃນ​ອາ​ຊຽນ ຕ້ອງ​ຫຼຸດຜ່ອນ​ການ​ຜະລິດ​ເພື່ອ​ຫຼຸດ​ຕົ້ນ​ທຶນ.

– ຄົນງານອາຊຽນຂາດວຽກເຮັດງານທໍາ

4. ຜົນກະທົບຕໍ່ແຕ່ລະປະເພດທຸລະກິດ:

– ທຸລະກິດທີ່ຜະລິດສິນຄ້າປະເພດດຽວກັນກັບຈີນ: ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

– ທຸລະກິດທີ່ຜະລິດສິນຄ້າທີ່ຕ້ອງໃຊ້ເຕັກໂນໂລຊີສູງ: ໄດ້ຮັບຜົນກະທົບຫນ້ອຍ.

– ວິ​ສາ​ຫະ​ກິດ​ສຸມ​ໃສ່​ຕະ​ຫຼາດ​ສົ່ງ​ອອກ​ກໍໄດ້ຮັບ​ຜົນ​ກະ​ທົບ​

ຕົວຢ່າງຂອງທຸລະກິດທີ່ໄດ້ຮັບຜົນກະທົບ:

  • ທຸລະກິດແຜ່ນແພ
  • ທຸລະກິດເຟີນີເຈີ
  • ທຸລະກິດເຄື່ອງໃຊ້ໄຟຟ້າ
  • ທຸລະກິດລົດ
  • ທຸລະກິດຊິ້ນສ່ວນເອເລັກໂຕຣນິກ

ທີ່ມາ:

prachachat

cnn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/