ໃນປັດຈຸບັນ, ເສດຖະກິດທົ່ວໂລກຍັງບໍ່ທັນສາມາດຟື້ນຕົວຂຶ້ນໄປສູ່ລະດັບກ່ອນໜ້າທີ່ພະຍາດ COVID-19 ຈະລະບາດ. ກໍາລັງໃນການຊື້ທີ່ຍັງອ່ອນແອລົງຈົນຮອດປັດຈຸບັນ, ສົ່ງຜົນໃຫ້ການຄ້າທົ່ວໂລກຍັງບໍ່ຟື້ນຕົວຢ່າງສິ້ນເຊີງ. ເຖິງແມ່ນວ່າມີການຟື້ນຕົວທີ່ສັງເກດເຫັນໄດ້ ແຕ່ມັນກໍເປັນການຟື້ນຕົວໃນບາງຈຸດເທົ່ານັ້ນ, ບໍ່ແມ່ນການຟື້ນຕົວທີ່ສົມບູນແບບທົ່ວເຖິງ.
ໂດຍສັນຍານທີ່ໜ້າເປັນຫ່ວງກໍຄື ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI), ຂະແໜງການຜະລິດຂອງຫຼາຍປະເທດໃນອາຊີຍັງຄົງສືບຕໍ່ “ຫົດຕົວ” ຍົກເວັ້ນຈີນ.
ຈີນໃນຖານະເປັນປະເທດສົ່ງອອກສິນຄ້າອັນດັບ 1 ຂອງໂລກ, ທີ່ມີກຳລັງການຊື້ພາຍໃນປະເທດຕ່ຳ ກຳລັງກວາດເອົາ “ຄວາມຕ້ອງການ” ທີ່ຍັງບໍ່ທັນຟື້ນຕົວຂຶ້ນສູ່ລະດັບປົກກະຕິໄປຄອບຄອງ. ສົ່ງຜົນໃຫ້ຜະລິດຕະພັນຂອງຈີນໄຫຼເຂົ້າມາສູ່ຕະຫຼາດອາຊຽນເພິ່ມຂຶ້ນເລື້ອຍໆ, ທຸລະກິດໃນອາຊຽນໂດຍສະເພາະແມ່ນໄທກຳລັງປະເຊີນໜ້າກັບຜົນກະທົບຢ່າງຮຸນແຮງ.
ຜູ້ຊ່ຽວຊານກ່າວວ່າ ຄວາມຕ້ອງການໃນປະເທດຈີນຍັງຄົງອ່ອນແອ ແຕ່ການຜະລິດຂອງຈີນຍັງດີຫຼາຍ, ມີຄວາມສາມາດໃນການແຂ່ງຂັນທີ່ສູງຫຼາຍ ແລະ ມີກຳລັງການຜະລິດເກີນກວ່າກຳນົດໃນຫຼາຍໆດ້ານ. ເມື່ອເສດຖະກິດພາຍໃນປະເທດອ່ອນແອ ຈີນຈໍາເປັນຈະຕ້ອງອາໄສການສົ່ງອອກຈາກຕ່າງປະເທດຫຼາຍຂຶ້ນ. ພ້ອມກັນນັ້ນ, ການສົ່ງອອກໄປຍັງຕະຫຼາດອາເມຣິກາ ແລະ ຢູໂຣບຍັງບໍ່ແນ່ໃຈວ່າຈີນຈະປະເຊີນໜ້າກັບສິ່ງກີດຂວາງດ້ານການຄ້າ. ສະນັ້ນ, ຕະຫຼາດທີ່ແນ່ນອນສຳລັບຈີນກໍຄືອາຊຽນ.
ອີງຈາກຂໍ້ມູນ, ມູນຄ່າການສົ່ງອອກຂອງຈີນໃນເດືອນມັງກອນ ແລະ ເດືອນກຸມພາ ຂະຫຍາຍຕົວໄວກວ່າທີ່ຄາດໄວ້ 7.1% ໂດຍມີມູນຄ່າຢູ່ທີ່ 528.010 ລ້ານໂດລາສະຫະລັດ ແລະ ເພີ່ມຂຶ້ນ 10.3% ສໍາລັບເປັນສະກຸນເງິນຢວນແມ່ນ 3,750 ຕື້ຢວນ, ຍອດມູນຄ່າການຄ້າຂອງຈີນບັນລຸ 125,16 ຕື້ໂດລາ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ສູງກວ່າ 103.7 ຕື້ໂດລາທີ່ນັກເສດຖະສາດຄາດໄວ້.
ສິນຄ້າທີ່ຈີນສົ່ງອອກໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນ 2 ເດືອນຜ່ານມາ, ເຄື່ອງຈັກ ແລະ ຜະລິດຕະພັນເອເລັກໂຕຣນິກກວມເກືອບ 60% ຂອງການສົ່ງອອກທັງໝົດ. ໂດຍມູນຄ່າການສົ່ງອອກອຸປະກອນປະມວນຜົນຂໍ້ມູນອັດຕະໂນມັດເພີ່ມຂຶ້ນ 7.3%, ການສົ່ງອອກແຜ່ນວົງຈອນລວມເພີ່ມຂຶ້ນ 28.6%, ການສົ່ງອອກລົດເພີ່ມຂຶ້ນ 15.8%. ໂດຍປາຍທາງສົ່ງອອກທີ່ເຂັ້ມແຂງທີ່ສຸດ ແລະ ຊຸກຍູ້ການເຕີບໂຕຂອງການສົ່ງອອກຂອງຈີນແມ່ນ “ອາຊຽນ” ເຊິ່ງຈີນໄດ້ສົ່ງສິນຄ້າໄປຍັງອາຊຽນໄດ້ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຄິດເປັນມູນຄ່າ 588.000 ລ້ານຢວນ, ແລະ ອີກໜຶ່ງຕະຫຼາດການສົ່ງອອກທີ່ເຮັດໃຫ້ຈີນສາມາດຟື້ນຕົວເປັນຢ່າງດີກໍຄືຕະຫຼາດອາເມຣິກາ, ເຊິ່ງຈີນໄດ້ສົ່ງອອກເພີ່ມຂຶ້ນ 8,1% ເປັນ 708 ຕື້ຢວນ, ໃນຂະນະທີ່ ຕະຫຼາດຢູໂຣບມີການຊະລໍຕົວລົງດ້ວຍການສົ່ງອອກຂອງຈີນເພີ່ມຂຶ້ນພຽງແຕ່ 1.6%.
ຈາກຂໍ້ມູນຂ້າງເທິງ ທຸລະກິດໃນອາຊຽນ ໂດຍສະເພາະປະເທດໄທທີ່ຕ້ອງປະເຊີນກັບຜົນກະທົບຢ່າງຮຸນແຮງຈາກການຈີນທີ່ສົ່ງສິນຄ້າຈົນລົ້ນຕະຫຼາດມີດັ່ງນີ້:
1. ການແຂ່ງຂັນທີ່ຮຸນແຮງ:
– ສິນຄ້າຂອງຈີນມີລາຄາຖືກກວ່າສິນຄ້າຈາກປະເທດອາຊຽນອື່ນໆ.
– ຈີນມີເຕັກໂນໂລຊີການຜະລິດທີ່ທັນສະໄໝ.
– ຈີນມີເສດຖະກິດຂະໜາດໃຫຍ່. ເຮັດໃຫ້ສາມາດຜະລິດສິນຄ້າໄດ້ເປັນຈໍານວນຫຼາຍ.
2. ສ່ວນແບ່ງຕະຫຼາດຫຼຸດລົງ:
– ຜູ້ບໍລິໂພກໃນອາຊຽນຫັນໄປຊື້ສິນຄ້າຂອງຈີນນັບມື້ນັບຫຼາຍຂຶ້ນ.
– ທຸລະກິດອາຊຽນສູນເສຍລູກຄ້າ
3. ການຜະລິດພາຍໃນໜ້ອຍລົງ:
– ບັນດາວິສາຫະກິດໃນອາຊຽນ ຕ້ອງຫຼຸດຜ່ອນການຜະລິດເພື່ອຫຼຸດຕົ້ນທຶນ.
– ຄົນງານອາຊຽນຂາດວຽກເຮັດງານທໍາ
4. ຜົນກະທົບຕໍ່ແຕ່ລະປະເພດທຸລະກິດ:
– ທຸລະກິດທີ່ຜະລິດສິນຄ້າປະເພດດຽວກັນກັບຈີນ: ໄດ້ຮັບຜົນກະທົບຫຼາຍທີ່ສຸດ.
– ທຸລະກິດທີ່ຜະລິດສິນຄ້າທີ່ຕ້ອງໃຊ້ເຕັກໂນໂລຊີສູງ: ໄດ້ຮັບຜົນກະທົບຫນ້ອຍ.
– ວິສາຫະກິດສຸມໃສ່ຕະຫຼາດສົ່ງອອກກໍໄດ້ຮັບຜົນກະທົບ
ຕົວຢ່າງຂອງທຸລະກິດທີ່ໄດ້ຮັບຜົນກະທົບ:
- ທຸລະກິດແຜ່ນແພ
- ທຸລະກິດເຟີນີເຈີ
- ທຸລະກິດເຄື່ອງໃຊ້ໄຟຟ້າ
- ທຸລະກິດລົດ
- ທຸລະກິດຊິ້ນສ່ວນເອເລັກໂຕຣນິກ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/