ຊີວິດຄອບຄົວແບບໃໝ່ຂອງຄົນ Gen Z ແລະ Millennials ໃຊ້ເງິນເປສັດລ້ຽງແທນການມີລູກ


ເຊື່ອວ່າຫຼາຍຄົນຄົງລ້ຽງໝາ ລ້ຽງແມວຢູ່ເຮືອນແນ່ແມ່ນບໍ່ ແລະ ປະຕິເສດບໍ່ໄດ້ວ່າເຮົາໃຫ້ຄວາມສຳຄັນກັບສັດລ້ຽງເຫຼົ່ານັ້ນເທົ່າໆກັບສະມາຊິກຄອບຄົວຄົນໜຶ່ງເລີຍ, ຫຼາຍຄົນກໍກາຍເປັນແມ່ລ້ຽງດ່ຽວ ລ້ຽງນ້ອງໝານ້ອງແມວຢູ່ເຮືອນ ແລະ ເບິ່ງຄືວ່າເລື່ອງແບບນີ້ມີຫຼາຍຂຶ້ນ ສວນທາງກັບອັດຕາການແຕ່ງງານ ແລະ ການເກີດໃນຫຼາຍປະເທດ

ປາກົດການນີ້ບໍ່ໄດ້ເກີດຂຶ້ນໂດຍບັງເອີນ ແຕ່ມີທີ່ມາທີ່ໄປ ທີ່ຄົນຫັນມາລ້ຽງສັດແທນການລ້ຽງລູກ

ຄົນຮຸ່ນໃໝ່ ທີ່ດຳລົງຊີວິດໃນຍຸກທີ່ຄ່າຄອງຊີບສູງ ເມື່ອຄິດເຖິງເລື່ອງການສ້າງຄອບຄົວ ແລະການມີລູກ ສິ່ງທີ່ຕ້ອງມີໃຫ້ພ້ອມຄືເລື່ອງເງິນ ແຕ່ເບິ່ງຄືວ່າສະຖານະການທາງເສດຖະກິດຈະເຮັດໃຫ້ເປັນເລື່ອງຍາກທີ່ຈະເຮັດໃຫ້ເຮົາຮູ້ສຶກໝັ້ນຄົງທາງການເງິນ.

ຄົນກຸ່ມນີ້ຈຶ່ງເຊື່ອວ່າການມີສັດລ້ຽງສາມາດເບິ່ງແຍງໄດ້ງ່າຍກວ່າການມີລູກ ຫຼື ການມີຄອບຄົວ ເພາະຄ່າໃຊ້ຈ່າຍໃນໄລຍະເວລາການລ້ຽງຈະໜ້ອຍກວ່າ ສັດລ້ຽງຍັງສາມາດເປັນໝູ່ຄາຍເຫງົາ ຊ່ວຍເພີ່ມຄວາມອົບອຸ່ນໃນຄວາມສຳພັນ ແລະ ຄອບຄົວອີກດ້ວຍ

ຈາກລາຍງານທີ່ເຜີຍແຜ່ໂດຍ Commonwealth Bank of Australia (CBA) ພົບວ່າຄົນກຸ່ມ Gen Z ແລະ Millennials ມີແນວໂນ້ມທີ່ຈະມັກຖ່າຍຮູບກັບສັດລ້ຽງພໍໆກັບຖ່າຍຮູບກັບຄົນໃນຄອບຄົວຖ້າທຽບກັບຄົນຮຸ່ນກ່ອນພົບວ່າມີເຖິງ 76% ຂອງ Gen Z, 75% ຂອງ Millennials, 65% ຂອງ Gen X ແລະ 55% ຂອງ Baby Boomer ( ຄົນເກີດໃນປີ 1946-1964) ມັກຖ່າຍຮູບກັບສັດລ້ຽງຄືກັບຖ່າຍຮູບກົບຄົນໃນຄອບຄົວ.

ຍັງມີງານວິໄຈໃຫ້ຂໍ້ມູນອີກວ່າ ຄົນຮຸ່ນ Millennials ມີແນວໂນ້ມທີ່ຈະຕ້ອງການໃຊ້ເວລາກັບສັດລ້ຽງພໍໆກັບໃຊ້ເວລາກັບຄອບຄົວ ຫຼາຍກວ່າຄົນຮຸ່ນ Baby Boomers ແລະ ມັກໃຊ້ເວລາກັບສັດລ້ຽງ ແລະ ຄອບຄົວເທົ່າກັນ.

ຄ່າໃຊ້ຈ່າຍໃນການລ້ຽງສັດສະເລ່ຍສຳລັບຄົນຮຸ່ນ Millennials ແມ່ນປະມານ $235 ຕໍ່ເດືອນ ແລະສຳລັບ Gen Z ແມ່ນຈະຢູ່ປະມານ $282 ຕໍ່ເດືອນ

ຍັງພົບອີກວ່າ 90% ຂອງຄົນທີ່ລ້ຽງສັດ ເຫັນສັດລ້ຽງປຽບເໝືອນຄົນໃນຄອບຄົວຈຶ່ງບໍ່ແມ່ນເລື່ອງແປກທີ່ພວກເຂົາຈະຍອມຈ່າຍເງິນດູແລສັດລ້ຽງເປັນຈຳນວນຫຼາຍ ແລະ ໃນປີ 2016 ພົບວ່າຄ່າຮັກສາພະຍາບານຕະຫຼອດຊີວິດຂອງສັດລ້ຽງ 1 ຕົວຈະຕົກຢູ່ທີ່ປະມານ $50,000

ຍ້ອນແນວນັ້ນຈຶ່ງມີບໍລິການປະກັນສຸຂະພາບສັດລ້ຽງ ທີ່ສະເໜີໃຫ້ລູກຄ້າທີ່ຮັກສັດລ້ຽງປຽບເໝືອນກັບສະມາຊິກຄອບຄົວທີ່ສະເໜີໂດຍຝ່າຍປະກັນໄພຂອງ CBA ຮ່ວມມືກັບທະນາຄານ ແລະ PetSure ບໍລິສັດສົ່ງເສີມດູແລສຸຂະພາບສັດລ້ຽງ ທີ່ໄດ້ສະເໜີບໍລິການນີ້ໃຫ້ກັບຄົນທີ່ລ້ຽງສັດເປັນດັ່ງລູກ

Zillow ຕະຫຼາດຊື້ຂາຍອະສັງຫາລິມະຊັບໃນອາເມຣິກາພົບວ່າ Gen Z ຄຳນຶງ ແລະ ໃຫ້ຄວາມສຳຄັນກັບສັດລ້ຽງຫຼາຍກວ່າລູກເມື່ອຕັດສິນໃຈຊື້ເຮືອນ, 55% ເຊື່ອວ່າການມີເຮືອນທີ່ເປັນມິດກັບສັດລ້ຽງເປັນສິ່ງສຳຄັນກວ່າເຮືອນທີ່ເໝາະກັບການມີລູກ. ນອກຈາກນັ້ນ, ຍັງພົບວ່າຄົນ Gen Z ອາດຈະມີລູກ ຫຼື ຄອບຄົວຂອງຕົນເອງໜ້ອຍລົງ ແຕ່ພວກເຂົາຍັງຄົງຈະເປັນພໍ່ແມ່ຂອງສັດລ້ຽງ.

ຄອບຄົວສຳລັບຄົນຮຸ່ນໃໝ່ ອາດຈະເປັນສິ່ງທີ່ແຕກຕ່າງອອກໄປຈາກຄອບຄົວຮຸ່ນກ່ອນໆ ດ້ວຍເຫດຜົນຫຼາຍຢ່າງ ແລະໃນຍຸກທີ່ຄົນມີຄວາມເຫງົາຫຼາຍຂຶ້ນແບບນີ້ ສັດລ້ຽງສາມາດເປັນໝູ່ທີ່ດີໃຫ້ເຮົາໄດ້

ເຖິງດັ່ງນັ້ນ, ບໍ່ວ່າຈະລ້ຽງລູກ ຫຼື ສັດ ເຮົາກໍຄວນທີ່ຈະໃຫ້ຄວາມຮັກ ແລະ ມີຄວາມຮັບຜິດຊອບຢ່າງເຕັມທີ່ເພາະຊີວົດພວກເຂົາ ຂຶ້ນຢູ່ກັບເຮົາ

ທີ່ມາ:

https://cutt.ly/kw6FQ7mp

https://cutt.ly/Cw6FWjR2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/