ຫຼວງພະບາງ ເມືອງມໍລະດົກໂລກ ທີ່ສວຍງາມທາງພາກເໜືອຂອງລາວ. ໄດ້ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມຸມໂລກຢ່າງຫຼວງຫຼາຍ ເຂົ້າມາທ່ຽວຊົມໃນໄລຍະບຸນປີໃໝ່ລາວ ປີ 2024 ທີ່ຜ່ານມາ. ໂດຍມີນັກທ່ອງທ່ຽວທັງຊາວລາວ ແລະ ຕ່າງປະເທດທັງໝົດ ເປັນຈຳນວນ 110.002 ຄົນ, ເພີ່ມຂຶ້ນ 364,44% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຕົວເລກດັ່ງກ່າວເປັນນັກທ່ອງທ່ຽວຕ່າງປະເທດກວ່າ 41.400 ຄົນ, ໂດຍມີນັກທ່ອງທ່ຽວທີ່ມາຈາກຈີນຫຼາຍເປັນອັນດັບ 1 ຢູ່ທີ່ 10.497 ຄົນ, ຮອງລົງມາແມ່ນເກົາຫຼີໃຕ້ 5.541 ຄົນ, ໄທ 4.284 ຄົນ ແລະ ຫວຽດນາມ ມີ 2.843 ຄົນ.
ສຳລັບໃນປີ 2023, ຫຼວງພະບາງໄດ້ຕ້ອນຮັບນັກທ່ອງທ່ຽວໃນໄລຍະບຸນປີໃໝ່ລາວພຽງແຕ່ 23.749 ຄົນເທົ່ານັ້ນ. ເຊິ່ງໃນປີນີ້ໄດ້ສະແດງໃຫ້ເຫັນການຟື້ນຕົວອັນສຳຄັນຂອງຂະແໜງການທ່ອງທ່ຽວ ຫຼັງຈາກໄດ້ຮັບຜົນກະທົບຈາກສະຖານະການ COVID-19.
ບຸນປີໃໝ່ລາວປະຈຳປີ 2024 ໃນຫຼວງພະບາງໄດ້ຖືກຈັດຂຶ້ນຢ່າງຍິ່ງໃຫຍ່ກວ່າຫຼາຍໆປີທີ່ຜ່ານມາ, ໂດຍຈະຈັດງານຂຶ້ນໃນລະຫວ່າງວັນທີ 10 ຫາ 20 ເມສາ, ເພື່ອດຶງດູດນັກທ່ອງທ່ຽວດ້ວຍກິດຈະກຳທາງວັດທະນະທຳທີ່ຫຼາກຫຼາຍ, ສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ສະເໜ່ທີ່ເປັນເອກະລັກຂອງຫຼວງພະບາງ.
ຫຼວງພະບາງມີຊື່ສຽງທາງດ້ານວັດວາອາຣາມບູຮານ ແລະ ສະຖາປັດຕະຍະກຳທີ່ສວຍງາມ. ທິວທັດທຳມະຊາດທີ່ສວຍງາມ ແລະ ວິທີການດຳລົງຊີວິດທີ່ລຽບງ່າຍຂອງຜູ້ຄົນ. ເມືອງມໍລະດົກໂລກແຫ່ງນີ້ ຈຶ່ງເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວທີ່ຢາກສຳຜັດກັບວັດທະນະທຳລາວຢ່າງແທ້ຈິງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/