ແຫຼ່ງລົງທຶນໃໝ່ ໃນອາຊີ! 4 ເດືອນຕົ້ນປີ FDI ຫວຽດນາມ ບັນລຸ 6,28 ຕື້ໂດລາ ເພີ່ມຂຶ້ນສູງສຸດໃນຮອບ 5 ປີ


4 ເດືອນຕົ້ນປີ 2024, ວົງເງິນການລົງທຶນໂດຍກົງຂອງຕ່າງປະເທດ (FDI) ຢູ່ຫວຽດນາມ ຄາດວ່າຈະບັນລຸ 6,28 ຕື້ໂດລາ, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນີ້ແມ່ນຍອດຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ບັນລຸລະດັບສູງສຸດຂອງ 4 ເດືອນຕົ້ນປີໃນຮອບ 5 ປີຜ່ານມາ.

ໂດຍ Vietnam News ລະບຸວ່າ: ໃນນັ້ນ, ອຸດສາຫະກຳປຸງແຕ່ງ ບັນລຸ 4,93 ຕື້ໂດລາ, ກວມ 78,5% ຍອດຈໍານວນທຶນລົງທຶນໂດຍກົງຈາກຕ່າງປະເທດ; ການເຄື່ອນໄຫວທຸລະກິດອະສັງຫາລິມະຊັບ ບັນລຸ 607,6 ລ້ານໂດລາ, ກວມເອົາ 9,7%; ການຜະລິດ ແລະ ຈຳໜ່າຍໄຟຟ້າ, ອາຍແກັສ, ນ້ຳຮ້ອນ, ອາຍນ້ຳ ແລະ ເຄື່ອງປັບອາກາດບັນລຸ 259,8 ລ້ານໂດລາ, ກວມເອົາ 4,1%.

ກົມໃຫຍ່ສະຖິຕິ ຫວຽດນາມ ຍັງໃຫ້ຮູ້ວ່າ: ມາຮອດວັນທີ 20 ເມສາ 2024, ຍອດຈຳນວນທຶນຕ່າງປະເທດທີ່ຈົດທະບຽນ ຢູ່ ຫວຽດນາມ ບັນລຸເກືອບ 9,27 ຕື້ໂດລາ, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນນັ້ນ, ມີ 966 ໂຄງການທີ່ໄດ້ຮັບອະນຸຍາດໃໝ່ ດ້ວຍຈຳນວນທຶນຈົດທະບຽນ 7,11 ຕື້ໂດລາ. ເພີ່ມຂຶ້ນ 28,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໃນຈໍານວນໂຄງການ ແລະ ເພີ່ມຂຶ້ນ 73,2% ໃນຈໍານວນທຶນຈົດທະບຽນ.

ໂດຍໃນໄລຍະ 4 ເດືອນທີ່ຜ່ານມາ ປະເທດທີ່ເຂົ້າມາລົງທຶນໃນຫວຽດນາມຫຼາຍທີ່ສຸດ ແມ່ນປະເທດ ສິງກະໂປ ໂດຍມູນຄ່າ 2,59 ໂດລາ ເທົ່າກັບ 70,2% ຂອງການລົງທຶນທັງໝົດ.

ປັດຈຸບັນ ຫວຽດນາມ ໄດ້ກາຍເປັນປະເທດທີ່ໜ້າສົນໃຈຫຼາຍ ແລະ ເປັນທີ່ນິຍົມສຳລັບນັກລົງທຶນຕ່າງຊາດ. ໂດຍໃນປີ 2023 ທີ່ຜ່ານມາສາມາດດຶງດູດການລົງທຶນ FDI ໄດ້ເຖິງ 36,6 ຕື້ໂດລາ ເພີ່ມຂຶ້ນ 32,1% ຈາກປີ 2022. ໂດຍສາເຫດຫຼັກທີ່ເຮັດໃຫ້ ຫວຽດນາມ ກາຍເປັນແຫຼ່ງລົງທຶນ ກໍຈະແມ່ນມີຫຼາຍປັດໄຈ ທັງໃນເລື່ອງຂອງ ນະໂຍບາຍການລົງທຶນ ຈາກລັດຖະບານ, ຄວາມໄດ້ປຽບທາງດ້ານພູມສັນຖານ, ຂະໜາດເສດຖະກິດ ທີ່ມີການເຕີບໂຕຂຶ້ນເລື້ອຍໆ ແລະ ອື່ນໆອີກຫຼາຍຢ່າງ

https://vietnamnews.vn/economy/1654796/foreign-investment-disbursement-hits-record-high-in-the-first-four-months.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/