ຕ່າງຊາດຢຶດຄອງຕະຫຼາດອີຄອມເມີຊ! ປັບຂຶ້ນຄ່າທຳນຽມປີລະ 2 ຄັ້ງ ສົ່ງຜົນກະທົບຕໍ່ຜູ້ຂາຍເຄື່ອງອອນລາຍເຮັດໃຫ້ມີຕົ້ນທຶນທີ່ສູງຂຶ້ນ ແລະ ກຳໄລທີ່ຫຼຸດລົງ

xr:d:DAGCMPBW0hs:3,j:1351504506632095776,t:24041208


ແພລັດຟອມອີຄອມເມີຊໄດ້ກາຍເປັນສ່ວນໜຶ່ງໃນຊ່ອງທາງການຂາຍທີ່ສໍາຄັນສຳລັບຜູ້ທີ່ຂາຍເຄື່ອງອອນລາຍໃນປັດຈຸບັນ. ເພາະນອກຈາກຈະຊ່ວຍເພີ່ມໂອກາດໃນການເບິ່ງເຫັນຂອງຮ້ານຄ້າທີ່ຫຼາຍຂຶ້ນແລ້ວ, ມັນຍັງຕອບໂຈດຕໍ່ຄວາມຕ້ອງການຕໍ່ວິຖີການໃຊ້ຊີວິດຂອງຜູ້ບໍລິໂພກທີ່ປະສົມປະສານກັບໂລກອອນລາຍ ແລະ ອອຟລາຍນຳ. ແຕ່​ການ​ທີ່ຈະໄດ້​ຮັບ​ພື້ນທີ່​ໃນ​ການ​ຂາຍເຄື່ອງນັ້ນ ​ພວກເຮົາກໍຕ້ອງໄດ້ມີການ​ຈ່າຍ​ຄ່າ​ທໍາ​ນຽມ​ສຳລັບ​ເຮັດ​ທຸ​ລະ​ກໍາ​ການ​ຂາຍ (Sales Transaction Fee​) ທີ່​ແພລັດຟອມນັ້ນໆເປັນຜູ້ກໍາ​ນົດ…

ໂດຍໃນສອງສາມປີຜ່ານມາ ແພລດຟອມອີຄອມເມີຊເຊັ່ນ Shopee, Lazada, ແລະ TikTok Shop ໄດ້ມີການເພີ່ມຄ່າທຳນຽມສຳລັບຜູ້ຄ້າຢ່າງບໍ່ຢຸດຢັ້ງ. ຄ່າທໍານຽມເຫຼົ່ານີ້ ອາດຈະເພີ່ມຂຶ້ນຕັ້ງແຕ່ 2% ຫາ 8% ຂອງມູນຄ່າການຂາຍທັງໝົດ, ເຊິ່ງນີ້ ສາມາດທໍາລາຍຜົນກໍາໄລຂອງຜູ້ທີ່ຄ້າຂາຍຜ່ານທາງອອນລາຍໄດ້ຢ່າງຫຼວງຫຼາຍ.

ຫຼ້າສຸດ, Shopee Thailand ກໍໄດ້ປະກາດການຂຶ້ນຄ່າທຳນຽມການຂາຍໃໝ່ສຳລັບກຸ່ມ Mall Sellers ແລະ Nonmall Sellers  (ບໍ່ລວມອາກອນມູນຄ່າເພີ່ມ), ເຊິ່ງມີຜົນຕັ້ງແຕ່ວັນທີ 11 ເມສາທີ່ຜ່ານມານີ້່.

ຄ່າທຳນຽມສຳລັບກຸ່ມ Mall Sellers ຈະແບ່ງສິນຄ້າອອກເປັນກຸ່ມດັ່ງນີ້:

  • ເອເລັກໂຕຣນິກ (Electronics Items) ປັບຂຶ້ນເປັນ 6% ຈາກ 5% ຂອງລາຄາສິນຄ້າ
  • ສິນຄ້າບາງປະເພດໃນກຸ່ມເອເລັກໂຕຣນິກ (Exceptions of Electronics Items) ປັບຂຶ້ນເປັນ 5% ຫຼື 8% ຈາກ 6%
  • ສຳລັບສິນຄ້າທີ່ບໍ່ໄດ້ຢູ່ໃນກຸ່ມເອເລັກໂຕຣນິກ (Nonelectronics Items) ປັບຂຶ້ນເປັນ 5-8% ຈາກ 7%.

ໃນສ່ວນຄ່າທໍານຽມສໍາລັບ Nonmall Sellers ຈະແບ່ງສິນຄ້າອອກເປັນກຸ່ມດັ່ງນີ້:

  • ເອເລັກໂທຣນິກ (Electronics Items) ປັບຂຶ້ນເປັນ 5% ຈາກ 4%
  • ສຳລັບສິນຄ້າທີ່ບໍ່ໄດ້ຢູ່ໃນກຸ່ມເອເລັກໂຕຣນິກ (Nonelectronics Items) ປັບຂຶ້ນເປັນ 5% ຈາກ 4% ເຊັ່ນກັນ
  • ສິນຄ້າໃນໝວດແຟຊັນ (Fashion Cluster) ປັບຂຶ້ນເປັນ 6% ຈາກ 5%
  • ສິນຄ້າບາງປະເພດໃນໝວດຍ່ອຍຂອງສິນຄ້າໃນໝວດແຟຊັນປັບຂຶ້ນເປັນ 5% ຈາກ 4% ຂອງລາຄາສິນຄ້າ.

ໃນສ່ວນຂອງ Lazada ກໍໄດ້ປັບຄ່າທໍານຽມໃນການໃຊ້ບໍລິການ Marketplace Service Fee ແລະມີຜົນບັງຄັບໃຊ້ນັບຕັ້ງແຕ່ 23 ເດືອນຕຸລາ 2023 ທີ່ຜ່ານມາໃນບາງໝວດໝູ່ເຊັ່ນ:

  • ຜະລິດຕະພັນເອເລັກໂຕຣນິກ (ອຸປະກອນສຽງ, ກ້ອງຖ່າຍຮູບ, drones, ແລະອື່ນໆ) ເປັນ 4% ຈາກ 3%
  • ສິນຄ້າອຸປະໂພກ ແລະ ບໍລິໂພກປັບຂຶ້ນເປັນ 4 % ຈາກ 3%
  • ຜະລິດຕະພັນທົ່ວໄປປັບຂຶ້ນເປັນ 4% ຈາກ 3%.

ສຳລັບ TikTok Shop ແມ່ນໄດ້ເລີ່ມປັບຄ່າທໍານຽມຂອງນາຍໜ້າເພິ່ມຂຶ້ນ ແຕ່ວັນທີ 1 ເມສາ 2024 ທີ່ຜ່ານມາ. ຈາກເມື່ອກ່ອນການຄິດຄ່າອັດຕາຄົງທີ່ຂອງ 4% ປ່ຽນມາເປັນຄິດໄລ່ໃນປະເພດຍ່ອຍທີ່ແຕກຕ່າງກັນຂອງຜະລິດຕະພັນ (ລວມອາກອນມູນຄ່າເພີ່ມ) ຄື:

  • ແບ່ງເປັນສິນຄ້າແຟຊັນ 4.00-5.35%
  • ສິນຄ້າອຸປະໂພກບໍລິໂພກ (FMCG) 4.28%
  • ສິນຄ້າເອເລັກໂຕຣນິກ 4.28%
  • ສິນຄ້າທີ່ໃຊ້ໃນຊີວິດປະຈຳວັນເຊັ່ນ : ອຸປະກອນກິລາ, ເຄື່ອງຄົວ… 4.28%.

ສຳລັບ LINE SHOPPING ກໍມີການຄິດໄລ່ຄ່ທໍານຽມ (Service Fee) ຈາກການສັ່ງຊື້ຂອງຜ່ານທາງ social media ແລະ ເເຄມເປນ LINE SHOPPING ໃນລາຄາ 3% (ບໍ່ລວມອາກອນມູນຄ່າເພີ່ມ) ໂດຍໄດ້ເລີ່ມແຕ່ວັນທີ 15 ພະຈິກ 2023 ທີ່ຜ່ານມາ, ແຕ່ຈະບໍ່ເກັບຄ່າທຳນຽມການຂາຍໃນກໍລະນີທີ່ສັ່ງຜ່ານຫ້ອງແຊັດໃນແອັບ LINE ຫຼື ຜູ້ຂາຍເປັນຜູ້ໂຄສະນາຮ້ານດ້ວຍຕົນເອງ ຫຼື ສົ່ງລິ້ງໄປຫາຮ້ານຄ້າ ແລະ ຜະລິດຕະພັນຂອງຜູ້ຂາຍ.

ຜູ້ຊ່ຽວຊານກ່າວວ່າ ໃນໄລຍະທຳອິດແພລັດຟອມເຫຼົ່ານີ້ຈະບໍ່ເກັບຄ່າທຳນຽມໃດໆ ແຖມຍັງແຈກໂຄ໊ດຟຣີ ເຮັດໃຫ້ຕ້ອງປະເຊີນກັບພາວະຂາດທຶນເປັນມະຫາສານຕິດຕໍ່ກັນ. ພໍຮອດຈຸດໆໜຶ່ງທີ່ຕ້ອງເລີ່ມເກັບຄ່າທຳນຽມກັບຮ້ານຄ້າ ແລ້ວກໍເລີ່ມທີ່ຈະປັບຄ່າທຳນຽມຂຶ້ນຢ່າງໄວວາເຊັ່ນ ໃນປີ 2023, ທັງ Shopee ແລະ Lazada ໄດ້ເພີ່ມຄ່າທຳນຽມຂຶ້ນເຖິງສອງເທົ່າ.

ເນື່ອງຈາກສ່ວນແບ່ງຕະຫຼາດຂອງແພລັດຟອມຕ່າງປະເທດແມ່ນໃຫຍ່ຫຼາຍ ເຮັດໃຫ້ຜູ້ຂາຍ ບໍ່ມີທາງເລືອກຫຼາຍ. ຜູ້ບໍລິໂພກຍັງໄດ້ຮັບຜົນປະໂຫຍດຈາກແພລັດຟອມທີ່ໄດ້ສະເໜີລາຄາພິເສດໃຫ້, ເພື່ອທີ່ຈະຂາຍເຄື່ອງອອກຮ້ານຄ້າທົ່ວໄປຈຳເປັນຈະຕ້ອງປັບລາຄາສິນຄ້າໃຫ້ໜ້ອຍລົງກວ່າໃນແພລັດຟອມອອນລາຍ ຫຼື ຖ້າຢາກຢູ່ລອດກໍຕ້ອງເຂົ້າມາຂາຍເຄື່ອງແບບອອນລາຍ.

ແຕ່ແພລັດຟອມດັ່ງກ່າວກໍໄດ້ມີກາປັບຄ່າທໍານຽມຂຶ້ນຢ່າງຕໍ່ເນື່ອງ, ເມື່ອຄ່າທໍານຽມເພີ່ມຂຶ້ນຈາກ 1% ເປັນ 2%, ເບິ່ງຄືວ່າບໍ່ຫຼາຍ ແຕ່ຄວາມຈິງແລ້ວແມ່ນຫຼາຍເປັນທົ່າຕົວ 100-200%. ເຊິ່ງຜູ້ປະກອບການຈະຕ້ອງຄິດໄລ່ຄ່າໃຊ້ຈ່າຍໃຫ້ດີ ແລະ ຄຸ້ມຄອງຄວາມສ່ຽງໃນຮອບດ້ານ ເພື່ອເບິ່ງວ່າການເຂົ້າຮ່ວມແຄມເປັນນີ້ແມ່ນຄຸ້ມຄ່າແລ້ວຫຼືບໍ່.

ດັ່ງນັ້ນ, ອົງການລັດຖະບານຈຶ່ງຄວນເຂົ້າມາດູແລ ເເລະ ກວດກາເຖິງຄ່າທຳນຽມຂອງແພລັດຟອມການຄ້າ e-commerce ທີ່ເພີ່ມຂຶ້ນ. ໂດຍສະເພາະແມ່ນກະຊວງການຄ້າ ກົມການຄ້າພາຍໃນ ແລະ ສຳນັກງານຄະນະກຳມະການແຂ່ງຂັນທາງດ້ານການຄ້າ ທີ່ຮັບຜິດຊອບໃນການຄວບຄຸມການແຂ່ງຂັນຂອງພາກທຸລະກິດໃນປະເທດ.

ອີງຕາມບົດລາຍງານຂອງ Momentum Works ບໍລິສັດທີ່ປຶກສາທຸລະກິດຂອງສິງກະໂປ ໃນຫົວຂໍ້  Ecommerce in Southeast Asia 2023  ລະບຸວ່າ ມູນຄ່າລວມຍອດສິນຄ້າ (GMV) ໃນແພລັດຟອມການານຄ້າອີຄອມເມີຊໃນອາຊີຕາເວັນອອກສຽງໃຕ້ໃນປີ 2022 ຄາດວ່າຈະບັນລຸ 99,5 ຕື້ໂດລາສະຫະລັດເຊິ່ງເພີ່ມຂຶ້ນຈາກປີ 2020 ທີ່ COVID-19 ລະບາດຫຼາຍເຖິງ 1.8 ເທົ່າ.

ເມື່ອເຈາະລົງໃນສ່ວນແບ່ງຕະຫຼາດຂອງແຕ່ລະແພລດຟອມ, ພົບວ່າ Shopee ມີສ່ວນແບ່ງສູງສຸດຢູ່ທີ່ 56%, ຮອງລົງມາແມ່ນ Lazada ທີ່ 40% ແລະ TikTok Shop ທີ່ 4%. ຂໍ້ມູນສະທ້ອນໃຫ້ເຫັນຢ່າງຊັດເຈນວ່າຕະຫຼາດ e-commerce ໃນປະເທດໄທເປັນການແຂ່ງຂັນລະຫວ່າງຜູ້ໃຫ້ບໍລິການຈາກຕ່າງປະເທດ…

ສຳລັບຄ່າທໍານຽມທີ່ເພີ່ມຂຶ້ນທີ່ດຳເນີນໂດຍແພລັດຟອມການຄ້າ e-commerce ມີຜົນກະທົບອັນໃຫຍ່ຫຼວງຕໍ່ຜູ້ຂາຍອອນລາຍ. ໂດຍສະເພາະທຸລະກິດຂະໜາດນ້ອຍໃນດ້ານຕ່າງໆເຊັ່ນ:

  1. ຄ່າໃຊ້ຈ່າຍໃນການດໍາເນີນງານທີ່ເພີ່ມຂຶ້ນ
    – ຄ່າທໍານຽມໃນການເຮັດທຸລະກໍາທີ່ສູງຂຶ້ນ: ຜູ້ຂາຍຈໍາເປັນຕ້ອງຈ່າຍ % ທີ່ສູງກວ່າຍອດຂາຍທີ່ເປັນຄ່າທໍານຽມໃນການເຮັດທຸລະກໍາ. ເຊິ່ງນີ້ຈະເຮັດໃຫ້ອັດຕາກໍາໄລຫຼຸດລົງ.
    – ຄ່າໃຊ້ຈ່າຍໃນການໂຄສະນາເພີ່ມເຕີມ: ເພື່ອໃຫ້ຜູ້ບໍລິໂພກສາມາດເຫັນສິນຄ້າໄດ້ໃນແພລັດຟອມເຫຼົ່ານີ້ ຜູ້ຂາຍອາດຈະຕ້ອງເພີ່ມຄ່າໃຊ້ຈ່າຍໃນການໂຄສະນາ ແລະ ນີ້ສົ່ງຜົນໃຫ້ເຮົາມີຄວາມກົດດັນໃນເລື່ອງການເງິນທີ່ເພິ່ມຂຶ້ນ.
  2. ຄວາມສາມາດໃນການເຮັດກຳໄລຫຼຸດລົງ
    – ອັດຕາຜົນກໍາໄລທີ່ຫຼຸດລົງ: ການເພີ່ມຄ່າທໍານຽມ ແລະ ຄ່າໃຊ້ຈ່າຍໃນການໂຄສະນາລວມກັນ ສາມາດຫຼຸດຜ່ອນຜົນກໍາໄລຂອງຜູ້ຂາຍຢ່າງຫຼວງຫຼາຍ. ນີ້ເຮັດໃຫ້ການດໍາເນີນທຸລະກິດແບບຍືນຍົງເປັນສິ່ງທີ່ທ້າທາຍ.
    – ການເພີ່ມຂຶ້ນຂອງລາຄາສໍາລັບຜູ້ບໍລິໂພກ: ໃນບາງກໍລະນີ ຜູ້ຂາຍອາດຈະສົ່ງຕໍ່ຕົ້ນທຶນທີ່ເພີ່ມຂຶ້ນໃຫ້ກັບຜູ້ບໍລິໂພກໃນຮູບແບບຂອງລາຄາຜະລິດຕະພັນທີ່ສູງຂຶ້ນ.
  3. ການແຂ່ງຂັນທີ່ບໍ່ເທົ່າທຽມ
    – ການເຂົ້າມາຂອງແພລັດຟອມຕ່າງປະເທດ: ຍັກໃຫຍ່ອີຄອມເມີຊຕ່າງປະເທດມີແນວໂນ້ມທີ່ຈະມີສະຖານະທາງດ້ານການເງິນທີ່ເຂັ້ມແຂງ ແລະ ສ່ວນແບ່ງຕະຫຼາດທີ່ໃຫຍ່ກວ່າ. ເຊິ່ງນີ້ເຮັດໃຫ້ພວກເຂົາໃຊ້ປະໂຍດຈາກການກຳນົດຄ່າທໍານຽມທີ່ສູງຂຶ້ນໄດ້.
    – ອໍານາດຕໍ່ລອງທີ່ຈໍາກັດ: ຜູ້ຂາຍລາຍຍ່ອຍ ແລະ ທ້ອງຖິ່ນອາດຈະມີອໍານາດຕໍ່ລອງຈໍາກັດເພື່ອເຈລະຈາເງື່ອນໄຂທີ່ດີກວ່າກັບແພລັດຟອມເຫຼົ່ານີ້
  4. ໄພຂົ່ມຂູ່ຕໍ່ທຸລະກິດຂະໜາດນ້ອຍ
    – ຄວາມກົດດັນທາງດ້ານການເງິນ: ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນສາມາດສ້າງຄວາມກົດດັນທາງດ້ານການເງິນສໍາລັບທຸລະກິດຂະໜາດນ້ອຍ. ເຊິ່ງນີ້ເຮັດໃຫ້ມັນຍາກທີ່ຈະຈັດສັນຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ຮັກສາຄວາມສາມາດໃນການເຮັດກໍາໄລ.
    – ຄວາມສ່ຽງຕໍ່ການປິດຕົວລົງ: ໃນກໍລະນີທີ່ຮ້າຍແຮງ ທຸລະກິດຂະໜາດນ້ອຍອາດຈະຖືກບັງຄັບໃຫ້ປິດຕົວລົງ. ຖ້າທ່ານບໍ່ສາມາດຮັບມືກັບການເພີ່ມຄ່າທໍານຽມແລະ ບໍລິຫານທາງດ້ານການເງິນໄດ້.
  5. ຜົນກະທົບຕໍ່ຜູ້ບໍລິໂພກ
    – ລາຄາສິນຄ້າທີ່ອາດຈະສູງຂຶ້ນ: ຖ້າຜູ້ຂາຍຈະຂາຍສິນຄ້າທີ່ມີລາຄາເພີ່ມຂຶ້ນໃຫ້ກັບຜູ້ບໍລິໂພກ. ກໍອາດຈະເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການທີ່ຊື້ອອນລາຍສູງຂຶ້ນໄດ້.
    – ທາງເລືອກທີ່ຈໍາກັດ: ຖ້າທຸລະກິດຂະໜາດນ້ອຍຖືກບັງຄັບໃຫ້ປິດເນື່ອງຈາກຄວາມກົດດັນທາງດ້ານການເງິນ ຜູ້ບໍລິໂພກອາດມີທາງເລືອກໜ້ອຍລົງ ແລະ ມີຄວາມຫຼາກຫຼາຍໜ້ອຍລົງເມື່ອຊື້ເຄື່ອງອອນລາຍ.

ທີ່ມາ:

prachachat1

prachachat2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/