ໜຸ່ມລາວ ຖືກແຈັກພັອດ POWER ball ຂອງສະຫະລັດອາເມຣິກາ ງວດ 1,300 ລ້ານໂດລາ


ເມື່ອວັນທີ 29 ເມສາ 2024 ທີ່ຜ່ານມາ ມີໜຸ່ມລາວທີ່ມີຊື່ວ່າ ເຊັງ ຫຼື ຊາຣີ ອາຍຸ 46 ປີ ຜູ້ອົບພະຍົບໄປຢູ່ທີ່ປະເທດ ສະຫະລັດອາເມຣິກາ ໄດ້ເປັນໜຶ່ງໃນຜູ້ໂຊກດີທີ່ໄດ້ຖືກຮາງວັນໃຫຍ່ແຈັກພັອດ ງວດເດືອນກ່ອນ ທີ່ມີມູນຄ່າສູງຮອດ 1,300 ລ້ານໂດລາ.

ຫຼັງຫັກຈາກພາສີແລ້ວລາວຈະໄດ້ຮັບເງິນເປັນຈຳນວນ 422 ລ້ານໂດລາ ພ້ອມຍັງໄດ້ຕົກລົງກັບຜູ້ເປັນເມຍ ວ່າຈະແບ່ງເງິນເປັນຈຳນວນເທົ່າໆກັນໃຫ້ກັບໝູ່ສະໜິດຄົນໜຶ່ງທີ່ຮ່ວມເງິນກັນຊື້ໃບຫວຍນີ້ທີ່ມີມູນຄ່າ 100 ໂດລາ ໂດຍເຂົາຈະເອົາເງິນນີ້ມາລ້ຽງດູຄອບຄົວ ແລະ ຈະປິ່ນປົວຕົນເອງ ອັນເນື່ອງມາຈາກລາວໄດ້ປ່ວຍເປັນມະເຮັງ ມາເປັນເວລາ 8 ປີ ພ້ອມຍັງກ່າວວ່າຈະຫາໝໍທີ່ດີມາປົວຕົນເອງ ແຕ່ສຳລັບຄົນທີີ່ປ່ວຍເປັນມະເຮັງ ລາວກໍສົງໄສວ່າ ຈະມີເວລາໃຊ້ເງິນທັງໝົດນີ້ແນວໃດ ແລ້ວລາວຈະມີຊີວິດຢູ່ໄດ້ດົນອີກສ່ຳໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/