ສາຍການບິນຮົງກົງເປີດຖ້ຽວບິນກົງໄປວຽງຈັນ! ເສີມ​ສ້າງການ​ທ່ອງ​ທ່ຽວ, ການ​ຄ້າ ແລະ ເຄືອຂ່າຍໃນລະດັບພາກພື້ນ


​ຮົງ​ກົງ​ ແອຣ໌ລາຍ ເປີດ​ຕົວຖ້ຽວ​ບິນ​ໂດຍ​ກົງ​ໄປ​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ, ເພື່ອເສີມ​​ສ້າງ​ເຄືອ​ຂ່າຍ​ພາກ​ພື້ນ ໂດຍຖ້ຽວ​ບິນ​ໃໝ່​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມມຸ່ງໝັ້ນຂອງ​ສາຍ​ການບິນ ​ໃນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາຍ​ໃນ​ຕະຫຼາດ​ເສັ້ນທາງ​ສາຍ​ໄໝ, ສົ່ງເສີມການທ່ອງທ່ຽວ ແລະ ການຄ້າລະຫວ່າງປະເທດທີ່ເຂົ້າຮ່ວມ.

ຮົງ​ກົງ​ ແອຣ໌ລາຍ ຈະໃຫ້ບໍລິການ​ບິນ​ປະ​ຈໍາ​ອາ​ທິດ​ລະ​ຫວ່າງ​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ ແລະ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໂດຍນຳໃຊ້ເຮືອບິນ Airbus A320 , ຖ້ຽວບິນນີ້ຮອງຮັບທັງນັກທຸລະກິດ ແລະ ນັກເດີນທາງທີ່ຢາກສໍາຜັດກັບສະເໜ່ຂອງທິວທັດປະເທດລາວ.

ປະເທດລາວຕັ້ງຢູ່ຈຸດຍຸດທະສາດຢູ່ໃນອາຊີຕາເວັນອອກສຽງໃຕ້. ມີ​ຊາຍ​ແດນ​ຕິດ​ກັບ​ຈີນ, ຫວຽດນາມ, ກຳ​ປູ​ເຈຍ, ​ໄທ ​ແລະ ​ມຽນມາ, ​ເຮັດ​ໃຫ້​​ກາຍ​ເປັນ​ປະ​ເທດ​ທີ່​ສຳຄັນ​ໃນ​ຂໍ້​ລິ​ເລີ່​ມ ໜຶ່ງແຖບ ​ໜຶ່ງ​ເສັ້ນທາງ​ຂອງ​ຈີນ (China’s Belt and Road Initiative). ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​ແລະ ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຜ່ານ​ປະ​ເທດ​ລາວນີ້ ຈະອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ​ພາກ​ພື້ນ​ຕ່າງໆ.

ເພື່ອເປັນການສະເຫຼີມສະຫຼອງການເປີດຕົວເສັ້ນທາງໃໝ່ນີ້ ກໍໄດ້ມີການຈັດພິທີເປີດຕົວຢ່າງ​ລຽບງ່າຍ ​ຂຶ້ນ​ຢູ່​ສະໜາມ​ບິນ​ສາກົນ​ຮົງ​ກົງທີ່ດຳເນີນ​ໂດຍ​ທ່ານ Gary Zhan ຫົວໜ້າ​ບໍລິຫານ​ສາຍ​ການ​ບິນ​ຮົງ​ກົງ ພ້ອມ​ດ້ວຍ​ແຂກ​ທີ່​ມີ​ກຽດ​ເຊັ່ນ: ທ່ານ Saenchonghack Ammala ກົງສຸນ​ໃຫຍ່​ຈາກ​ສະຖານ​ກົງສຸນ​ລາວ​ປະຈຳ​ຮົງ​ກົງ, ທ່ານ Kenethaburi Soubanh, ກົງສຸນ​ໃຫຍ່​ຈາກ ສ. ກົງສຸນລາວ ປະຈໍາຮົງກົງ, ທ່ານ Michael Yuen ຜູ້ຊ່ວຍຫົວໜ້າກົມການບິນພົນລະເຮືອນ (ການບໍລິການທາງອາກາດ ແລະ ການຄຸ້ມຄອງຄວາມປອດໄພ) ແລະ ທ່ານ Ricky Chong ຜູ້ຊ່ວຍຜູ້ຈັດການທົ່ວໄປ ພະແນກພັດທະນາເຄືອຂ່າຍການບິນ ອຳນາດ​ການ​ປົກຄອງ​ສະໜາມ​ບິນ​ຮົງ​ກົງ

ທ່ານ Gary Zhan ຜູ້​ອຳ​ນວຍ​ການ​ໃຫຍ່​ສາຍ​ການ​ບິນ​ຮົງ​ກົງ ໄດ້​ກ່າວ​​ ​ສະ​ເຫຼີມ​ສະ​ຫຼອງ​ຖ້ຽວ​ບິນ​ຄັ້ງ​ທຳ​ອິດວ່າ

“ການ​ດຳ​ເນີນ​ງານ​ເສັ້ນ​ທາງ​ຕາມແນວຄິດລິເລິ່ມ ໜຶ່ງແຖບ ໜຶ່ງເສັ້ນທາງ ​ແມ່ນ​ມີຄວາມສຳ​ຄັນ​ຕໍ່​ຮົງ​ກົງ ແອຣ໌ໄລນ໌ ໃນເຊີງຍຸດທະສາດຕະຫຼອດຫຼາຍປີທີ່ຜ່ານມາ, ພວກເຮົາໄດ້ໃຫ້ບໍລິການຖ້ຽວບິນປະຈຳໄປຫາຈຸດໝາຍປາຍທາງຕາມສາຍທາງເຫຼົ່ານີ້. ລວມມີເມືອງ Denpasar ໃນອິນໂດເນເຊຍ, ບາງກອກໃນປະເທດໄທ, ໂຊລໃນເກົາຫຼີ ແລະ ຫຼາຍກວ່າ 10 ເມືອງໃນແຜ່ນດິນໃຫຍ່ຂອງຈີນ ດ້ວຍ​ການເພີ່ມເສັ້ນທາງການໃຫ້​ບໍລິການ​ໃນ​ນະຄອນຫຼວງ​ວຽງ​ຈັນ, ​ຮົງ​ກົງແອຣ໌ໄລນ໌ ​ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ​ເສີມ​ຂະຫຍາຍ​ຂໍ້​ລິ​ເລີ່​ມ ໜື່ງແຖບ ​ໜຶ່ງ​ເສັ້ນທາງ. ​ໂດຍ​ການ​ສົ່ງເສີມການ​ເຊື່ອມ​ຕໍ່ ​ແລະ ສົ່ງເສີມການ​ຮ່ວມ​ມື.”

“ໃນ​ຄວາມ​ເປັນ​ຈິງ ນັບ​ຕັ້ງ​ແຕ່​ການ​ປັບ​ໂຄງ​ສ້າງ​ໄດ້​ສໍາ​ເລັດ​ໃນ​ເດືອນ​ເມ​ສາ​ປີ​ກາຍ​ນີ້​. ພວກເຮົາໄດ້ກັບຄືນມາສູ່ເສັ້ນທາງດຳເນີນງານທີ່ໝັ້ນຄົງໃນຊ່ວງປີກາຍທີ່ຜ່ານມາ ແລະ ເຊື່ອມຕໍ່ໃໝ່ກັບໂລກອີກຄັ້ງ ໂດຍການກັບມາໃຫ້ບໍລິການເສັ້ນທາງເດີມ ແລະ ການເປີດຈຸດໝາຍປາຍທາງໃໝ່. ພວກເຮົາສືບຕໍ່ຂະຫຍາຍເຮືອບິນ ແລະ ຮັບສະໝັກພະນັກງານພາຍໃນທ້ອງຖິ່ນ ແລະ ທົ່ວໂລກຢ່າງຕໍ່ເນື່ອງ, ເພື່ອຕອບສະໜອງຄວາມຕ້ອງການຂອງການຟື້ນຕົວທາງທຸລະກິດ ແລະ ການຂະຫຍາຍຕົວຂອງພວກເຮົາ. ໃນມື້ນີ້, ເຄືອຂ່າຍເສັ້ນທາງຂອງພວກເຮົາໄດ້ກວມເອົາຈຸດໝາຍປາຍທາງເກືອບ 30 ແຫ່ງ ແລະ ປັດໄຈໃນໂຫຼດຜູ້ໂດຍສານສະເລ່ຍຂອງພວກເຮົາໄດ້ກັບຄືນສູ່ 85%”.

ຕາ​ຕະ​ລາງ​ການ​ບິນ​ຂອງ​ສາຍ​ການ​ບິນ ​ຮົງ​ກົງ ແອຣ໌ໄລນ໌ ​ລະ​ຫວ່າງ​ຮົງ​ກົງ​ – ​ວຽງ​ຈັນ​ແມ່ນ​ມີ​ລາຍ​ການ​ຂ້າງ​ລຸ່ມ​ນີ້ (ເວລາ​ທັງ​ໝົດ​ແມ່ນ​ເວລາທ້ອງ​ຖິ່ນ​)

ທີ່ມາ:

facebook

travelandtourworld

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/