Fruit Ninja ເກມຟັນໝາກໄມ້ໃນຕຳນານ ເປີດໂຕພາກ 2 ໃຫ້ຫຼິ້ນໄດ້ແລ້ວ!


Fruit Ninja ເກມຮິດຍຸກບຸກເບິກຂອງ Smart Phone ແລະ Tablet ທີ່ເປີດໃຫ້ຫຼິ້ນເປັນຄັ້ງທຳອິດຕັ້ງແຕ່ປີ 2010 Platform iOS ກ່ອນທີ່ຈະຕາມມາຕິດໆດ້ວຍ Android ແລະ Windows Phone ໃນປີດຽວກັນຈົນເຖິງຕອນນີ້ກໍຜ່ານມາ 10 ປີພໍດີ. Halfbrick Studios ຈື່ງຖືໂອກາດເປີດໂຕພາກ 2 ອອກມາເລີຍ ສາມາດດາວໂຫລດໄດ້ແລ້ວທັງໃນ Android ແລະ iOS.

ເກມ Play Fruit Ninja 2 ນັ້ນບໍ່ແຕກຕ່າງໄປຈາກພາກກ່ອນ ຍັງເປັນການຟັນໝາກໄມ້ທີ່ລອຍຂຶ້ນມາເທິງໜ້າຈໍເພື່ອສະສົມແຕ້ມຄືເກົ່າ ເຊິ່ງເປັນຮູບແບບການຫຼິ້ນທີ່ເຂົ້າໃຈງ່າຍແຕ່ແຝງໄປດ້ວຍຄວາມມ່ວນຫຼິ້ນເພີນໆ ນອກຈາກນີ້ກໍໄດ້ມີການເພີ່ມລາຍລະອຽດ Content ໄປຈົນເຖິງມິນິເກມໃໝ່ໆເຂົ້າມາໃຫ້ເຂົ້າກັບຍຸກສະໄໝເຊັ່ນ: ລະດັບຕົວລະຄອນ ແລະ ລະບົບເຮັດສວນປູກຜັກ, ພ້ອມທັງຮອງຮັບການຫຼິ້ນແບບ Online ເພື່ອໃຫ້ແຂ່ງຂັນກັບຜູ້ຫຼິ້ນຄົນອື່ນໄດ້.

Halfbrick Studios ເປີດໃຫ້ຫຼິ້ນເກມ Fruit Ninja 2 ກັນໄດ້ຟຣີໆທັ້ງ Android ແລະ iOS (ແຕ່ມີ in-app purchase) ສຳຫຼັບໃຜທີ່ສົນໃຈກໍດາວໂຫລດເກມມາຕິດຕັ້ງໄດ້ຕາມ Link ທາງລຸ່ມນີ້ໄດ້ເລີຍ.

Android: https://play.google.com/store/apps/details?id=com.halfbrick.fruitninjax

iOS: https://apps.apple.com/au/app/fruit-ninja-2/id1330898775

ທີ່ມາ: https://droidsans.com/halfbrick-studios-fruit-ninja-2/