ຜູ້ນຳປະເທດຝຣັ່ງ ຊີ້ ເກມ ແລະ ສື່ສັງຄົມອອນລາຍ ມີສ່ວນໃຫ້ເກີດການຈະລາຈົນຮຸນແຮງໃນປະເທດໃນະຂະນະນີ້


ປັດຈຸບັນ ຄວາມວຸ້ນວາຍຈາກການຈະລາຈົນຂອງພົນລະເມືອງຝຣັ່ງ ຍັງເກີດຂຶ້ນຢູ່ເລື້ອຍໆຕາມຫົວເມືອງຕ່າງໆຂອງຝຣັ່ງ ສືບເນື່ອງມາຈາກເຫດການທີ່ເຈົ້າໜ້າທີ່ໃຊ້ອາວຸດປືນຍິງໄວໜຸ່ມຝຣັ່ງ ເຊື້ອສາຍແອວຈີເຣຍ ອາຍຸ 17 ປີ ຈົນເສຍຊີວິດ ເຮັດໃຫ້ປະຊາຊົນຫຼາຍຄົນອອກມາວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ ແລະ ກ່າວຫາວ່າ ເປັນການເລືອກປະຕິບັດຂອງເຈົ້າໜ້າທີ່.

ໂດຍກ່ຽວກັບເຫດການດັ່ງກ່າວ ປະທານາທິບໍດີ ຂອງປະເທດຝຣັ່ງ ເອມມານູເອວ ມາຄຣົງ ໄດ້ອອກມາສະແດງຄຳເຫັນໂດຍລະບຸວ່າ ເກມ ແລະ ສື່ສັງຄົມອອນລາຍ ມີສ່ວນໃຫ້ເກີດການຈະລາຈົນຮຸນແຮງໃນປະເທດ ໃນຂະນະນີ້.

ໂດຍ ມາຄຣົງ ໄດ້ກ່າວໂທດ ວ່າເກມ ແລະ ສື່ສັງຄົມອອນລາຍເປັນຕົ້ນເຫດທີ່ພາໃຫ້ເກີດຄວາມບໍ່ສະຫງົບໃນປະເທດ ເນື່ອງຈາກ ສິ່ງເຫຼົ່ານີ້ ໄດ້ນຳພາຄວາມຮຸນແຮງມາສູ່ເດັກນ້ອຍ ຫຼື ເຍົາວະຊົນ ພ້ອມກັບລະບຸວ່າ ຜູ້ປະທ້ວງ ແລະ ກໍ່ຈະລາຈົນສ່ວນໃຫຍ່ແມ່ນເປັນໄວໜຸ່ມ ພ້ອມກັບແນະນຳໃຫ້ຜູ້ປົກຄອງຄວນເບິ່ງແຍງລູກໆໃຫ້ຢູ່ແຕ່ເຮືອນໃນລະຫວ່າງການເກີດຈະລາຈົນຄັ້ງນີ້.

ທ່ານມາຄຣົງ ຍັງໄດ້ກ່າວອີກວ່າ: “ລັດຖະບານຈະຂໍໃຫ້ບໍລິສັດສື່ມວນຊົນສັງຄົມເປີດເຜີຍຕົວຕົນຂອງຜູ້ທີ່ໃຊ້ເວທີເຫຼົ່ານີ້ຮຽກຮ້ອງຄວາມບໍ່ເປັນລະບຽບ ແລະ ສົ່ງເສີມຄວາມຮຸນແຮງ”.

ໂດຍກຸ່ມປະທ້ວງທີ່ຮຸນແຮງທີ່ສຸດເກີດຂຶ້ນໃນເຂດ ນອງເຕ ເຊິ່ງເປັນເຂດທີ່ເກີດເຫດ ໂດຍມີຜູ້ປະທ້ວງຈູດໄຟເຜົາລົດ, ເຜົາຖັງຂີ້ເຫຍື້ອ ລວມເຖິງມີການເຜົາຕຶກອາຄານບາງແຫ່ງ ໂດຍມີພາບເຜີຍອອກມາວ່າ ໄດ້ມີທະນາຄານແຫ່ງໜຶ່ງມີໄຟລຸກໄໝ້ບໍລິເວນຊັ້ນລຸ່ມຂອງອາຄານ. ນອກຈາກນີ້ໃນບັນດາຂົນສົ່ງສາທາລະນະຢ່າງ ລົດເມ, ລົດໄຟຟ້າ ໃນບາງເຂດຕ້ອງຢຸດໃຫ້ບໍລິການໄປກ່ອນ ຂະນະທີ່ບາງເຂດນອກເມືອງຈະຕ້ອງປະກາດກົດໄອຍະການເສິກ ເພື່ອບໍ່ໃຫ້ປະຊາຊົນອອກມາຈາກເຮືອນ.

ພາຍຫຼັງການອອກມາສະແດງຄຳຄິດເຫັນດັ່ງກ່າວ ຂອງຜູ້ນຳສູງສຸດ ກໍໄດ້ເກີດເປັນກະແສວິພາກວິຈານຢ່າງໜັກໃນສື່ສັງຄົມອອນລາຍ ໂດຍສະເພາະ ການໂທດວ່າເກມ ເປັນທີ່ມາຂອງຄວາມຮຸນແຮງຕ່າງໆໃນສັງຄົມ.

ຢ່າງໃດກໍຕາມ ການໂທດວ່າເກມ ເປັນຕົ້ນເຫດຂອງຄວາມຮຸນແຮງຕ່າງໆນີ້ບໍ່ແມ່ນເລື່ອງໃໝ່ ເພາະມີການໂທດແບບນີ້ມາຫຼາຍສິບປີແລ້ວ ແລະ ມີການຖົກຖຽງກັນມາຕະຫຼອດ ແຕ່ກໍຍັງບໍ່ມີຂໍ້ສະຫຼຸບທາງວິທະຍາສາດອອກມາຢ່າງຊັດເຈນ. ເຊິ່ງສະພາຂອງໃນສະຫະລັດ ອາເມຣິກາ ກໍໄດ້ມີສະມາຊິກສະພາ ຫຼາຍຄົນບອກວ່າ ເກມເປັນຕົ້ນເຫດທີ່ມັກພາໃຫ້ເກີດເຫດການກວາດຍິງໃນ ສະຫະລັດ ອາເມຣິກາ.

ຂອບໃຈຂໍ້ມູນຈາກ: indiatoday, abplive

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/