DreamWorks ເປີດຕົວຮູບເງົາ Ruby Gillman, Teenage Kraken ລາຍໄດ້ຕ່ຳທີ່ສຸດໃນຮອບ 28 ປີ


ກະແສນາງເງືອກຜົມແດງຂອງຮູບເງົາອະນິເມຊັນເລື່ອງ Ruby Gillman, Teenage Kraken ເປັນກະແສຢູ່ໂລກອອນລາຍໃນໄລຍະໜຶ່ງ ແຕ່ກະແສນັ້ນກໍບໍ່ໄດ້ຊ່ວຍໃຫ້ລາຍໄດ້ເປີດຕົວດີ ຮູບເງົາເລື່ອງນີ້ກາຍເປັນ ການເປີດຕົວທີ່ລາຍໄດ້ຕົກຕ່ຳທີ່ສຸດໃນຮອບ 28 ປີ ຂອງ DreamWorks.

ສຳນັກຂ່າວ Deadline ໄດ້ລາຍງານວ່າຮູບເງົາອະນິເມຊັນ Ruby Gillman, Teenage Kraken ຂອງຄ້າຍ DreamWorks ເຮັດລາຍໄດ້ເປີດຕົວໃນອາທິດທຳອິດໄດ້ໜ້າຜິດຫວັງທີ່ສຸດຂອງຄ້າຍ ໂດຍເປີດຕົວໃນອັນດັບທີ 6​ ຂອງ BOX Office ສະຫະລັດອາເມຣິກາ ດ້ວຍລາຍໄດ້ພຽງ 5,2 ລ້ານໂດລາ.

ແນ່ນອນວ່າລາຍໄດ້ທີ່ຕ່ຳຂະໜາດນີ້ເຮັດໃຫ້ຮູບເງົາເລື່ອງ Ruby Gillman, Teenage Kraken ກາຍເປັນຮູບເງົາອະນິເມຊັນເລື່ອງທຳອິດຂອງ DreamWorks Animation ທີ່ເຮັດລາຍໄດ້ໜ້ອຍທີ່ສຸດໃນປະຫວັດສາດຮອບ 28 ປີ ນັບຕັ້ງແຕ່ມີການກໍຕັ້ງບໍລິສັດຂຶ້ນມາ ເຖິງແມ່ນວ່າລາຍໄດ້ຈາກຕະຫຼາດຕ່າງປະເທດຈະດູດີຂຶ້ນມາເລັກໜ້ອຍ ຢູ່ທີ່ປະມານ 7,6 ລ້ານໂດລາ ສົ່ງຜົນໃຫ້ລາຍໄດ້ທົ່ວໂລກຢູ່ທີ່ 12,8 ລ້ານໂດລາ ຄິດເປັນ 18% ຈາກທຶນສ້າງ 70 ລ້ານໂດລາ ແລະ ມີໂອກາດສູງທີ່ຮູບເງົາອະນິເມຊັນເລື່ອງນີ້ຈະຂາດທຶນແບບລົ້ມບໍ່ຂຶ້ນ.

ໂດຍມີການຄາດການເອົາໄວ້ວ່າຮູບເງົາອະນິເມຊັນ Ruby Gillman, Teenage Kraken ເຂົ້າສາຍໃນເວລາດຽວກັນກັບສອງຮູບເງົາອະນິເມຊັນຍັກໃຫຍ່ທັງເລື່ອງ Spider-Man: Across the Spider-Verse  ແລະ The Super Mario Bros. Movie ທີ່ປະສົບຄວາມສຳເລັດຢ່າງມະຫາສານ ແນ່ນອນວ່າ Ruby Gillman, Teenage Kraken ບໍ່ໄດ້ມີຈຸດເດັ່ນທີ່ຈະເອົາໄປສູ້ກັບຍັກໃຫຍ່ສອງເລື່ອງນັ້ນໄດ້.

ກ່ອນໜ້ານີ້ທາງ DreamWorks Animation ປະສົບຄວາມສຳເລັດດ້ານລາຍໄດ້ຈາກຮູບເງົາສຸດຮິດຢ່າງ The Bad Guys ແລະ ຜົນງານພາກຕໍ່ທີ່ດີງາມເກີນຄວາມຄາດໝາຍຢ່າງ Puss in Boots: The Last Wish ແຕ່ກໍບໍ່ຮູ້ວ່າຈະສາມາດຊົດເຊີຍລາຍທີ່ໄດ້ທີ່ຂາດຫາຍໄປຂອງ Ruby Gillman, Teenage Kraken ໄດ້ຫຼືບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/