ນົກຟ້າມີໜາວ! Meta ກຽມເປີດຕົວ “Threads” ແອັບຄູ່ແຂ່ງ Twitter ໃນວັນທີ 6 ກໍລະກົດນີ້


Meta ບໍລິສັດແມ່ຂອງ Facebook ແລະ Instagram ກຽມເປີດຕົວແອັບ “Threads” ທີ່ມີຮູບ​ລັກ​ສະ​ນະ​ ແລະ ​ໜ້າ​ທີ່​ຄ້າຍ​ຄື​ແພລັດຟອມຂອງ Twitter​, ພ້ອມໃຫ້ດາວໂຫຼດຜ່ານ App Store ຕັ້ງແຕ່ວັນທີ 6 ກໍລະກົດເປັນຕົ້ນໄປ.

ໂດຍລາຍລະອຽດຂອງ “Threads” ໃນ App Store ເປີດເຜີຍວ່າແອັບນີ້ແມ່ນ “ແອັບສົນທະນາທີ່ເນັ້ນສົ່ງຂໍ້ຄວາມຂອງ Instagram” ເປັນພື້ນທີ່ສໍາລັບການສົນທະນາພາຍໃນຊຸມຊົນ ຈາກຫົວຂໍ້ທີ່ທ່ານສົນໃຈໃນມື້ນີ້ ໄປຈົນເຖິງສິ່ງທີ່ຈະເປັນເທຣນໃນມື້ອື່ນ, ຜູ້ໃຊ້ສາມາດຕິດຕາມ ແລະ ເຊື່ອມຕໍ່ໂດຍກົງກັບຄຣີເອເຕີທີ່ມັກ ແລະ ຜູ້ໃຊ້ອື່ນທີ່ມັກຄືກັນກັບເຮົາ ແລະ ຍັງສາມາດສ້າງຖານຜູ້ຕິດຕາມໄດ້ອີກດ້ວຍ.

ຈາກ screenshots ຂອງແອັບ ບອກໄດ້ເລີຍວ່າມີຄວາມຄ້າຍຄືກັບແພລັດຟອມ Twitter ບໍ່ວ່າຈະເປັນປຸ່ມກົດຖືກໃຈ, ປຸ່ມຣີທະວິດ ແລະ ປຸ່ມຕອບກັບ ປານແກະແບບກັນມາ. ຜູ້ໃຊ້ງານ Threads ສາມາດລັອກອິນຜ່ານບັນຊີ Instagram ແລະ ຍັງເຫັນບັນຊີທີ່ພວກເຮົາຕິດຕາມແລ້ວໃນ Instagram ອີກດ້ວຍ.

ຖືໄດ້ວ່າ Mark Zuckerberg ຈະເດີນໜ້າແບບບໍ່ມີພັກ ນັບຕັ້ງແຕ່ມີຂ່າວ Elon Musk ທ້າທາຍ Mark Zuckerberg ຂຶ້ນຊົກໃນສັງວຽນກົງ Cage Match, ຫຼ້າສຸດກໍກຽມເປີດຕົວ Threads ແອັບ Social media ໃໝ່ຂອງ Meta ຫຼັງຈາກ Elon Musk ຈໍາກັດຈໍານວນອ່ານໂພສ Twitter ຈົນກາຍເປັນກະແສທົ່ວໂລກ.

ທີ່ມາ:

https://cutt.ly/LwuOtBiK

https://cutt.ly/wwuOt0k7

https://cutt.ly/twuOt5c3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/