ຄົ້ນພົບຮອຍຕີນມະນຸດ ອາຍຸຫຼາຍກວ່າ 20.000 ປີ ຢູ່ທີ່ອອສເຕຣເລຍ ຄາດວ່າເຈົ້າຂອງຮອຍ ແລ່ນເກັ່ງຄືກັບນັກກິລາໂອລິມປິກ


ໃນອຸທິຍານແຫ່ງຊາດມັງໂກ (Mungo National Park) ໃນ New South Wales ທາງຕາເວັນອອກສຽງໃຕ້ຂອງອອສເຕຣເລຍ ໄດ້ມີການຄົ້ນພົບຮອຍຕີນມະນຸດບູຮານອາຍຸເກົ່າແກ່ກວ່າ 20.000 ປີ. ໂດຍຮອຍຕີນເປັນຂອງຄົນຈຳນວນ 5 ຄົນ ປະກອບໄປດ້ວຍຜູ້ໃຫຍ່ 4 ຄົນ ແລະ ເດັກນ້ອຍ 1 ຄົນ. ພວກເຂົາຄືບັນພະບູລຸດຂອງຊາວອະບໍຣິຈິນ ທີ່ເຂົ້າມາຕັ້ງຖິ່ນຖານໃນອອສເຕຣເລຍ ຕັ້ງແຕ່ 70.000 ປີກ່ອນ.

ໜຶ່ງໃນເຈົ້າຂອງຮອຍຕີນທີ່ຄາດວ່າເປັນເພດຊາຍນັ້ນ ຮອຍຕີນຂອງລາວມີລັກສະນະຄືກັບໄດ້ແລ່ນ ແລະ ເມື່ອໄດ້ສຶກສາຢ່າງລະອຽດ ກໍພົບວ່າຄວາມໄວແມ່ນເທົ່າກັບນັກແລ່ນ ປຽບດັ່ງນັກກິລາໂອລິມປິກເລີຍກໍວ່າໄດ້. ຈາກການສຶກສາ ພົບວ່າຊາຍຄົນນີ້ແລ່ນດ້ວຍຄວາມໄວ 37 ກິໂລແມັດຕໍ່ຊົ່ວໂມງ ແຕ່ຖ້າຢ້ອນເວລາກັບໄປຕອນທີ່ຊາຍຄົນນີ້ ລວມທັງອີກ 4 ຄົນ ເດີນທາງຜ່ານບໍລິເວນນີ້, ຈຸດດັ່ງກ່າວມີລັກສະນະເປັນດິນຕົມ ເມື່ອເວລາຜ່ານໄປ ຮອຍຕີນຂອງພວກເຂົາຈຶ່ງຍັງຄົງຢູ່ ແລະ ຖືກຮັກສາໄວ້.

ໃນກໍລະນີ ທີ່ເປັນຜືນດິນປົກກະຕິ ຊາຍຄົນນີ້ອາດຈະເຮັດຄວາມໄວໄດ້ເຖິງ 42 ກິໂລແມັດຕໍ່ຊົ່ວໂມງ ປຽບທຽບກັບສະຖິຕິໂລກຂອງ ຢູເຊນ ໂບ ທີ່ເຮັດໄວ້ໄດ້ທີ່ 44,72 ກິໂລແມັດຕໍ່ຊົ່ວໂມງ. ເອີ້ນໄດ້ວ່າ ຖ້າຊາຍຄົນນີ້ໄດ້ໄປແຂ່ງໃນໂອລິມປິກ ອາດຈະໄດ້ຮັບໄຊຊະນະກໍເປັນໄດ້.

ຂໍ້ມູນຈາກ:

Histofun Deluxe

National Geographic

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/