ຈີນພົບກັບວິກິດໃໝ່ ຂີ້ເຫຍື້ອແຟຊັ່ນລົ້ນຕະຫຼາດ 26 ລ້ານໂຕນ!!!


ວິກິດໃໝ່ໃນຈີນກັບບັນຫາຂີ້ເຫຍື້ອແຟຊັ່ນລົ້ນ!! 26 ລ້ານໂຕນບໍ່ມີບ່ອນໄປ, ຜະລິດ-ຊື້ໜັກຕາມເທຣນຖິ້ມໄວທຳລາຍໂລກຢ່າງໜັກ ຂໍຮ້ອງໃຫ້ລົດການຊື້, ຍືດອາຍຸສົ່ງຕໍ່.

ປະເທດຍັກໃຫຍ່ຄືຈີນພົບກັບບັນຫາບໍ່ຢຸດຕ້ອງຫາທາງອອກບັນຫາເສື້ອຜ້າບໍ່ໃຊ້ແລ້ວລົ້ນປະເທດກວ່າ 26 ລ້ານໂຕນ, ນ້ອຍກວ່າ 1% ຂອງເສື້ອຜ້າເຫຼົ່ານັ້ນຖືກນຳໄປ Recycle, ສ່ວນການທີ່ເສື້ອຜ້າຈະຖືກສົ່ງຕໍ່ໄປໃຫ້ຜູ້ທີ່ທຸກຍາກກໍມີເປີເຊັນທີ່ໜ້ອຍຫຼາຍຄືກັນ.

ສາທາລະນະລັດປະຊາຊົນຈີນມີປະຊາກອນທັ້ງໝົດ 1.4 ພັນລ້ານຄົນ ໃນແຕ່ລະປີມີການຜະລິດພຽງແຕ່ເສື້ອເຊີດໃນປະເທດປະມານ 5 ພັນລ້ານໂຕ ແລະ ດ້ວຍຄວາມທີ່ຍຸກນີ້ເປັນຍຸກຂອງການຊື້ຂາຍ Online ອຸດສາຫະກຳເສື້ອຜ້າໃນຈີນຈຶ່ງຮຸ່ງເຮືອງຫຼາຍຂຶ້ນ, ການຜະລິດເສື້ອຜ້າມີເພີ່ມຂຶ້ນເລື້ອຍໆຕາມຄວາມຕ້ອງການຂອງຜູ້ບໍລິໂພກຈົນຈີນສາມາດເອົາຊະນະອາເມຣິກາດ້ານອຸດສາຫະກຳແຟຊັ່ນໄປໄດ້ໃນປີທີ່ຜ່ານມາ.

ແຕ່ບັນຫາຫຼັກໆຂອງເສື້ອຜ້າເຫຼົ່ານີ້ຄື ແຕ່ລະຜືນບໍ່ໄດ້ມີອາຍຸການໃຊ້ງານທີ່ຍືນຍາວ, ຫຼາຍບໍລິສັດຮີບຜະລິດເສື້ອຜ້າອອກມາໃຫ້ຕາມເທຣນໂລກຈຳນວນຫຼາຍ ແລະ ຂາຍມັນອອກມາໃນລາຄາຖືກເພື່ອເອົາໃຈຜູ້ບໍລິໂພກ ເຊິ່ງເມື່ອໃດທີ່ເທຣນໃໝ່ອອກມາຜູ້ຄົນຈະຫັັນໄປຊື້ເສື້ອຜ້າຮຸ່ນໃໝ່ຈົນເສື້ອຜ້າຮຸ່ນກ່ອນໜ້າກາຍມາເປັນເສື້ອຜ້າທີ່ຄ້າງໃນຕູ້ເກີດບັນຫາຂີ້ເຫຍື້ອລົ້ນທັນທີ. ນີ້ຄືຄຳນິຍາມຂອງ Fast Fashion ທີ່ກຳລັງເປັນບັນຫາລະດັບໂລກ ແລະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

ຈາກການບັນຍາຍງານຂອງ Ellen MacArthur Foundation ອຸດສາຫະກຳແຟຊັ່ນຖືວ່າເປັນໜຶ່ງຕົວການສຳຄັນໃນການປ່ອຍກາສຄາບອນໄດອອກໄຊເຖິງ 10% ຂອງການປ່ອຍກາສຄາບອນທົ່ວໂລກ, ເຊິ່ງຫຼາຍກວ່າການປ່ອຍກາສຄາບອນໄດອອກໄຊຈາກການເດີນທາງດ້ວຍຍົນ ແລະ ເຮືອລວມກັນ.

ດ້ວຍເຫດນີ້ ຈຶ່ງມີການປຸກລະດົມໃຫ້ຜູ້ຄົນບໍລິໂພກແບບພໍເໝາະ ແລະ ຫັນມາໃຊ້ຈ່າຍເສື້ອຜ້າມືສອງເພາະການນຳເສື້ອຜ້າເກົ່າກວ່າ 1 Kg ກັບມາໃຊ້ສາມາດຊ່ວຍລົດການປ່ອຍກາສຄາບອນໄດອອກໄຊເຖິງ 3.6 kg. ພ້ອມຍັງຊ່ວຍປະຢັດນ້ຳທີ່ໃຊ້ໃນອຸດສາຫະກຳແຟຊັ່ນໄດ້ຫຼາຍກວ່າ 6,000 ລິດ, ລົດການໃຊ້ປຸ໋ຍຫຼາຍກວ່າ 0.3 kg ແລະ ຢາຂ້າແມງໄມ້ຫຼາຍກວ່າ 0.2 kg.

ແຕ່ສຳຫຼັບຈີນນັ້ນ ທາງປະເທດມີຄວາມເຊື່ອເລື່ອງການໃສ່ເສື້ອຜ້າເກົ່າ ເສື້ອຜ້າທີ່ນຳໄປບໍລິຈາກເລີຍບໍ່ເປັນທີ່ນິຍົມ.

relates to China’s Next Problem Is Recycling 26 Million Tons of Discarded Clothes

ອີກທັງທາງລັດຖະບານກໍອອກກົດໝາຍບໍ່ໃຫ້ຂາຍເສື້ອຜ້າມືສອງດ້ວຍເຫດຜົນທາງດ້ານສຸຂະອະນາໄມ, ເສື້ອຜ້າມືສອງເຫຼົ່ານີ້ຈື່ງຖືກເບິ່ງເປັນເສື້ອຜ້າທີ່ເປິເປື້ອນ ຫຼື ນຳໂຊກຮ້າຍມາໃຫ້ຜູ່ນຸ່ງ ແລະ ຍິ່ງຊ່ວງໂຄວິດ ການນຸ່ງເສື້ອຕໍ່ຈາກຜູ້ອື່ນຈຶ່ງເປັນເລື່ອງທີ່ຫຼາຍຄົນຫຼີກລ່ຽງກັນຫຼາຍ.

ຂີ້ເຫຍື້ອທີ່ລົ້ນ, ຂາຍ ແລະ ບໍລິຈາກບໍ່ໄດ້ນີ້ຈຶ່ງຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມແນ່ນອນ ບໍ່ວ່າຈະເປັນໃນເລື່ອງບັນຫາໃຍສັງເຄາະໃນເສື້ອຜ້າທີ່ໃຊ້ເວລາກວ່າຮ້ອຍປີໃນການຍ່ອຍສະລາຍ, ບັນຫາໄມໂຄພລາສຕິກຍ່ອຍສະລາຍບໍ່ໄດ້ ແລະ ບັນຫາການກຳຈັດເສື້ອຜ້າລົ້ນເຊັ່ນ: ການເຜົາທີ່ສ້າງມົນລະພິດໃນອາກາດ.

ແລ້ວຈີນຈະເຮັດແນວໃດ? ສຳຫຼັບເສື້ອຜ້າທີ່ຍັງຢູ່ໃນສະພາບດີຈີນຈະນຳໄປຂາຍຕ່າງປະເທດເຊັ່ນ: ໃນອາເມຣິກາ ແລະ ອາຊີຕາເວັນອອກສ່ຽງໃຕ້ ໂດຍບາງບໍລິສັດຈະນຳເສື້ອຜ້າຈາກຖັງບໍລິຈາກໃນແຖວບ້ານໄປຂາຍ ບໍ່ກໍໃຊ້ Platform Online ຄື Alipay ເປີດຮັບເສື້ອຜ້າອີກເທື່ອ.

ດັ່ງນັ້ນ ເສື້ອຜ້າສ່ວນໃຫຍ່ຈະຖືກນຳໄປຂາຍຫຼາຍກວ່າໄປບໍລິຈາກ ຍົກຕົວຢ່າງເຊັ່ນ: ກໍລະນີຂອງບໍລິສັດ White Whales ປະມານ 70% ຂອງເສື້ອຜ້າທີ່ບໍລິສັດຮັບມາຈະຖືກນຳໄປຂາຍ, 15% ຖືກນຳໄປໃຊ້ໃໝ່ໃນອຸດສາຫະກຳອື່ນໆ ແລະ ອີກ 15% ທີ່ເຫຼືອຈະຖືກນຳໄປມອບໃຫ້ຜູ້ທຸກຍາກໃນປະເທດ.

“ຜູ່ຄົນຕ້ອງການໃຫ້ເສື້ອຜ້າຂອງພວກເຂົາໄປເຖິງມືຄອບຄົວທີ່ຂາດແຄນໃນປະເທດ ແຕ່ມັນບໍ່ແມ່ນຄວາມຈິງອີກຕໍ່ໄປ ເມື່ອ 2-3 ປີທີ່ຜ່ານມາຖ້າເສື້ອຜ້າແຈັກເກັດໃໝ່ມີສະພາບທີ່ໃໝ່ 70% ຄົນກໍນຳໄປໃຊ້ຕໍ່ແຕ່ຕອນນີ້ 90% ກໍຍັງບໍ່ຢາກນຸ່ງໃຫ້ຄົນອ້ອມຂ້າງເບິ່ງແລ້ວ” Jason Fang ປະທານເຈົ້າໜ້າທີ່ບໍລິຫານຂອງ White Whaless ກ່າວ.

ຈາກບັນຫາ Fast Fashion ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມໃນທຸກມື້ນີ້ ຕອນນີ້ຈີນ ແລະ ອີກຫຼາຍປະເທດກໍກຳລັງພະຍາຍາມທີ່ຈະແກ້ບັນຫາ ຢູ່ຈີນມີການນຳເສື້ອຜ້າທີ່ບໍ່ນຳໃຊ້ແລ້ວມາຕັດເປັນອັນນ້ອຍໆ ແລະ ຖິ້ມລົງໄປໃນຖັງຂີ້ເຫຍື້ອປຽກເພື່ອນຳໄປເຜົາໃນເຕົາຂີ້ເຫຍື້ອທີ່ຈະປ່ຽນຂີ້ເຫຍື້ອໄປເປັນພະລັງງານ ເສື້ອຜ້າເຫຼົ່ານີ້ຈະໄດ້ມີມູນຄ່າຫຼາຍຂຶ້ນ.

ແຕ່ນັ້ນກໍບໍ່ແມ່ນວິທີຍືນຍົງເລີຍ, ສຳນັກ Recycle Wheeler ກ່າວວ່າ “ເສື້ອຜ້າຕ້ອງຖືກອອກແບບໃຫ້ຢູ່ໄດ້ດົນ ແລະ Recycle ໄດ້ ເມື່ອເວລາຄົນໃຊ້ແລ້ວຈະໄດ້ຖືກນຳກັບມາໃຊ້ໃໝ່ໄດ້”.

“ແຕ່ຍັງມີທາງອອກທີ່ງ່າຍກວ່ານີ້ນັ້ນກໍຄື ເຮົາຄວນຊື້ເສື້ອຜ້າໃຫ້ຫນ້ອຍລົງ” Wheeler ເສີມ.

ທີ່ມາ: https://www.facebook.com/environman.th/posts/3198195273642231