ຄົນໂສດມີເຮ! ສາຍການບິນໄຕ້ຫວັນຈັດຖ້ຽວບິນຄົນໂສດ ໄປຄົນດຽວກັບມາເປັນຄູ່!


ສາຍການບິນ EVA ຂອງໄຕ້ຫວັນ ໄດ້ອອກແຄັມເປນຖ້ຽວບິນສຳຫຼັບໜຸ່ມສາວທີ່ຍັງໂສດ ໃຫ້ມາຮ່ວມບິນໃນວັນວັນຄຣິສມາສ ແລະ ວັນປີໃໝ່ ດ້ວຍສະໂລແກນ “ໄປຄົນດຽວແຕ່ກັບເປັນຄູ່” ເພື່ອໃຫ້ຄົນໂສດໄດ້ໄປທ່ຽວນຳກັນ ຮັບຮອງວ່າ ຈະມີຊ່ວງເວລາທີ່ດີສຸດແສນໂຣແມນຕິກແນ່ນອນ.

ສາຍການບິນໄດ້ກຳນົດຄຸນສົມບັດຂອງຜູ່ໂດຍສານໄວ້ວ່າ ຕ້ອງໂສດ, ອາໄສຢູ່ໄຕ້ຫວັນ, ຈົບການສຶກສາຂັ້ນຕໍ່າລະດັບປະລິນຍາຕີ. ສຳຫຼັບໜຸ່ມໂສດ ຕ້ອງມີອາຍຸລະຫວ່າງ 28-38 ປີ ສ່ວນສາວໂສດແມ່ນອາຍຸ 24-35 ປີ ແລະ ຮັບພຽງຖ້ຽວບິນລະ 40 ຄົນເທົ່ານັ້ນ ແບ່ງເປັນຊາຍຍິງຄົນລະເຄິ່ງ.

ລາຄາສຳຫຼັບຖ້ຽວບິນແມ່ນປະມານ 9,000 ບາດ ເຊິ່ງລາຄານີ້ລວມທັງປີ້ຍົນໄປ-ກັບ ປາຍທາງເກາະຣິວກິວ ປະເທດຍີ່ປຸ່ນ, ຄ່າອາຫານ, ຂອງຫວານ ແລະ ລວມເຖິງປະກັນໄພການເດີນທາງອີກດ້ວຍ. ແຄັມເປນນີ້ມີໃຫ້ເລືອກ 3 ຮູບແບບໄດ້ແກ່: ວັນຄຣິສມາສ, ວັນສົ່ງທ້າຍປີເກົ່າ ແລະ ວັນປີໃໝ່. ໂດຍຖ້ຽວບິນວັນຄຣິສມາສຈະບິນຊ່ວງເວລາ 09:30-16:30, ຖ້ຽວບິນວັນປີໃໝ່ 04:30-11:30 ແລະ ຖ້ຽວບິນສົ່ງທ້າຍປີເກົ່າຈະບິນໃນຊ່ວງເວລາກາງຄືນ ເຊິ່ງໜຸ່ມສາວໂສດຈະໄດ້ໄປທ່ຽວນຳກັນເປັນເວລາ 2 ຊົ່ວໂມງ ທີ່ເກາະຣິວກິວ.

ໃນແຕ່ລະຖ້ຽວບິນໄດ້ມີຄວາມໂຣແມນຕິກທີ່ຕ່າງກັນອອກໄປເຊັ່ນ: ວັນຄຣິສມາສຈະມີນ້ຳຊາຍາມບ່າຍມາໃຫ້ດື່ມເວລາຊົມວິວ, ວັນປີໃໝ່ຈະມີອາຫານຕອນເຊົ້າທີ່ສຸດພິເສດເພື່ອເປັນການຕ້ອນຮັບປີໃໝ່ ແລະ ຖ້ຽວບິນຄືນສົ່ງທ້າຍປີເກົ່າ ຈະມີອາຫານຄ່ຳໃຕ້ແສງທຽນທີ່ສຸດໂຣແມນຕິກ.

ສຳຫຼັບຄົນໂສດແລ້ວ ແຄັມເປນນີ້ຖືວ່າໜ້າສົນໃຈຢູ່ບໍ່ໜ້ອຍ ໄດ້ທັງໄປທ່ຽວ ແລະ ອາດຈະໄດ້ແຟນກັບມາພ້ອມ ມີແຕ່ຄຸ້ມກັບຄຸ້ມ. ວ່າແຕ່ບັນດາຄົນໂສດເຮົາເດ ຢາກໃຫ້ລາວເຮົາມີບໍ່?

ທີ່ມາ: https://www.khaosod.co.th/lifestyle/news_5283853