ໄຕ້​ຫວັນ​ດຶງ​ເອົາ​ນັກ​ສຶກ​ສາ​ອາ​ຊຽນ ເສີມທັບດ້ານເຕັກໂນໂລຊີເພື່ອຕ້ານ​ວິ​ກິດ​ການ​ຂາດ​ແຄນ​ແຮງ​ງານ


ໄຕ້​ຫວັນ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ຄົນ​ງານ​ທີ່​ມີ​ສີ​ມື​ແຮງ​ງານ​ໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ. ອັນເນື່ອງມາຈາກອັດຕາການເກີດຕໍ່າ ຄຽງຄູ່ກັບຄວາມຕ້ອງການແຮງງານທີ່ເພີ່ມຂຶ້ນໃນອຸດສາຫະກໍາ semiconductor.

ເພື່ອແກ້ໄຂບັນຫາດັ່ງກ່າວ ໄຕ້​ຫວັນ​ຈຶ່ງໄດ້ມອບທຶນການສຶກສາ ໃຫ້ກັບ​ນັກ​ສຶກ​ສາ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ໂດຍສະເພາະແມ່ນ​ “ຫວຽດ​ນາມ” ແລະ “ອິນໂດເນເຊຍ” ເພື່ອໃຫ້ມາ​ຮຽນສຶກສາຕໍ່ໃນສາຂາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ວິ​ສະ​ວະ​ກໍາ ​ແລະ ​ຄະ​ນິດ​ສາດ (STEM) ເພື່ອພັດທະນາໃຫ້ເປັນຊັບພະຍາກອນມະນຸດສໍາລັບອຸດສາຫະກໍາ semiconductor.

Silicon Valley ຂອງໄຕ້ຫວັນ ຕັ້ງຢູ່ໃນເຂດຊານເມືອງຂອງນະຄອນ Hsinchu ເຊິ່ງເປັນແຫຼ່ງຂອງນັກສຶກສາທີ່ໄດ້ຮັບໂອກາດທີ່ຈະດໍາເນີນການເຝິກງານຕົວຈິງກັບບໍລິສັດ ຊິບຊັ້ນນໍາເຊັ່ນ ໄຕ້ຫວັນ Semiconductor, Manufacturing Company (TSMC) (TSMC), ASE Technology Holding ແລະ Powertech Technology.

ໂຮງຮຽນ Semiconductors ຂອງມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດໄຕ້ຫວັນ (MUST) ຫຼື Mini TSMC ໄດ້ສຸມໃສ່ການຜະລິດຜູ້ຊ່ຽວຊານດ້ານ semiconductor ທີ່ຈະເປັນຊັບພະຍາກອນອັນລໍ້າຄ່າສໍາລັບນາຍຈ້າງໃນອະນາຄົດ ​ແລະ ນັກ​ສຶກສາ​ເກືອບ 700 ຄົນ​ໃນ​ຈຳນວນ​ນັກ​ສຶກສາທັງໝົດ 2.300 ຄົນ​ແມ່ນ​ມາ​ຈາກ​ປະ​ເທດ “ຫວຽດນາມ”.

ໂຄງ​ການ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກັງ​ວົນ​ຂອງ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ໄຕ້​ຫວັນ​ກ່ຽວ​ກັບ​ການ​ຂາດແຄນບຸກຄະລາກອນ​ທີ່ມີ​ພອນ​ສະ​ຫວັນ​.

Chang Ho, ຄະນະບໍດີຂອງໂຮງຮຽນ MUST’s Semiconductor ກ່າວວ່າ

“ພວກເຮົາຕ້ອງການຄົນງານເພິ່ມອີກຫຼາຍສິບພັນຄົນ. ບໍລິສັດ ແລະ ມະຫາວິທະຍາໄລຈໍາເປັນຕ້ອງຮ່ວມມືກັນເພື່ອສົ່ງເສີມຜູ້ທີ່ມີຄວາມສາມາດ”.

ໄຕ້ຫວັນນັ້ນມີອັດຕາການເກີດທີ່ຕໍ່າສຸດໃນໂລກ. ເນື່ອງຈາກ​ຄ່າ​ແຮງ​ງານ​ທີ່ຊົບເຊົາ, ການເພີ່ມຂຶ້ນຂອງລາຄາອະສັງຫາລິມະຊັບ ແລະ ຄວາມກົດດັນອື່ນໆ ສົ່ງຜົນໃຫ້ອັດຕາ​ການ​ເກີດ​ຂອງ​ໄຕ້​ຫວັນ​ແມ່ນ​ຢູ່​ໃນ​ລະດັບ​ຕໍ່າ​ທີ່ສຸດເປັນປະຫວັດສາດ. ໂດຍ​ໃນ​ປີ 2023 ມີ​ເດັກນ້ອຍເກີດໃໝ່​ພຽງ 135,000 ຄົນ​ ​ຈາກ 300,000 ຄົນ​ໃນ​ປີ 1990.

ໃນຂະນະດຽວກັນ, ອຸດສາຫະກໍາ semiconductor ຍັງຄົງຕ້ອງການຄົນງານເພິ່ມຂຶ້ນຢ່າງຕໍ່ເນື່ອງ. ໄຕ້​ຫວັນຕ້ອງ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ສໍາ​ລັບ “ແຮງ​ງານ​” ໃນ​ອຸດ​ສາ​ຫະ​ກໍາ semiconductor​, ເຊິ່ງ​ເປັນ​ເຄື່ອງ​ຈັກ​ທີ່​ສໍາ​ຄັນ​ຂອງ​ການ​ຂັບ​ເຄື່ອນ​ປະ​ເທດ​. ທ່າມກາງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງສໍາລັບຊິບ, ດ້ວຍຄວາມກ້າວໜ້າທາງດ້ານປັນຍາປະດິດ ແລະ ເຕັກໂນໂລຊີອື່ນໆ, ລັດຖະບານ, ທຸລະກິດ ແລະ ສະຖາບັນການສຶກສາຕ້ອງໄດ້ຊອກຫາກົນລະຍຸດໄລຍະຍາວເພື່ອຮັກສາກຸ່ມແຮງງານທີ່ມີພອນສະຫວັນເຫຼົ່ານີ້ເອົາໄວ້.

ດັ່ງນັ້ນ, ນັກສຶກສາຕ່າງປະເທດແມ່ນຈຶ່ງເປັນກຸນແຈສໍາຄັນໃນການແກ້ໄຂການຂາດແຄນແຮງງານຂອງໄຕ້ຫວັນ. ໂດຍການເປີດຕົວໂຄງການໃໝ່ໃນປີນີ້. ລັດຖະບານ ແລະ ນາຍຈ້າງຈະຮ່ວມກັນໃຫ້ການສະໜັບສະໜູນດ້ານການເງິນແກ່ນັກສຶກສາຕ່າງປະເທດ ​ແລກກັບການ​ທີ່ນັກ​ສຶກ​ສາ​ເຫຼົ່າ​ນັ້ນ​ຈະຕ້ອງເຮັດ​ວຽກ​ຢູ່​ໃນ​ໄຕ້​ຫວັນ​ເປັນ​ໄລ​ຍະ​ເວ​ລາ​ໜຶ່ງຫຼັງ​ຈາກ​ການ​ຮຽນ​ຈົບ.

ປີ 2022, ຈຳນວນ​ນັກ​ສຶກສາ​ຈາກ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເພີ່ມ​ຂຶ້ນ, ​ໂດຍ​ຫວຽດນາມ​ຢູ່​ອັນ​ດັບ 1 ​ແລະ ​ຕາມ​ມາ​ແມ່ນ​ອິນ​ໂດ​ເນ​ເຊຍ ​ແລະ​ ມາ​ເລ​ເຊຍ, ລວມທັງ​ແຜນການ​ດຶງ​ດູດ​ນັກ​ສຶກສາ​ຈາກ​ຟິລິບ​ປິນ​ໃຫ້​ຫຼາຍ​ຂຶ້ນກວ່າ​ເກົ່າ.

ໄຕ້​ຫວັນ​ໄດ້​ໃຊ້​ງົບປະມານ 163 ລ້ານ​ໂດ​ລາ​ສະຫະລັດ ເພື່ອສະໜັບສະໜູນ​ແຜນການ​ນີ້ໄປຈົນເຖິງ​ປີ 2028 ​ເພື່ອ​ດຶງ​ດູດ​ນັກ​ສຶກສາ​ຕ່າງປະ​ເທດ 320.000 ຄົນ​ພາຍໃນ​ປີ 2030 ​ໂດຍ​ໄດ້​ເນັ້ນ​ໜັກ​ຈາກ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ໂດຍມີ​ເປົ້າ​ໝາຍ​ໃນການ​​ເພີ່ມ​ອັດຕາ​ສ່ວນ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ຈະ​ໄປ​ເຮັດ​ວຽກ​ຢູ່​ໄຕ້​ຫວັນ​ພາຍຫຼັງ​ຮຽນ​ຈົບ​ຈາກ​ປັດຈຸບັນ 40% ​ເປັນ 50% ​ແລະ 70%.

ທີ່ມາ:

asia.nikkei

facebook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/