ສາວບອກເລີກແຟນ ຕື່ນຂຶ້ນມາຊັກໂຄກຫາຍ!


ສາວອາເມຣິກາຄົນໜຶ່ງໄດ້ອອກມາເລົ່າເລື່ອງລາວວ່າ ໄດ້ເລີກກັບແຟນເກົ່າມື້ວານ ຈາກນັ້ນກໍບໍ່ໄດ້ສົນໃຈອີກຝ່າຍ ປ່ອຍໃຫ້ເກັບເຄື່ອງແລ້ວຍ້າຍອອກໄປ ຈົນເຜີຫຼັບໄປໂດຍບໍ່ໄດ້ຕັ້ງໃຈ ແຕ່ໃຜຈະຄາດຄິດວ່າຫຼັງຈາກຕື່ນຂຶ້ນມາ ກ້າວຂາລົງຈາກຕຽງເພື່ອໄປເຮັດພາລະກິດໃນຕອນຕື່ນເຊົ້າ ກໍຕ້ອງພົບວ່າຊັກໂຄກຫາຍໄປ.

ໂດຍຄາດການວ່າແຟນໜຸ່ມເອົາໄປນຳ ສ່ວນສາເຫດທີ່ສາມາດເອົາໄປໄດ້ງ່າຍໆແບບນັ້ນ ເພາະວ່າແຟນເກົ່າລາວເປັນຊ່າງປະປາທີ່ມີໃບອະນຸຍາດ ຈຶ່ງຈັດການໄດ້ຢ່າງງ່າຍດາຍ ແຕ່ງານນີ້ຕົວຂອງລາວເອງຈະໄຫ້ກໍໄຫ້ບໍ່ອອກ ພ້ອມບອກເຖິິງສາເຫດທີ່ເລີກກັນວ່າ ແຟນເກົ່າເປັນຄົນບໍ່ມີເຫດຜົນ ແລະ ຂີ້ຖີ່ທີ່ສຸດ!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/