ຄືຈົນຫຼົງ! ໜຸ່ມປວດເບົາ ຈະຂໍເຂົ້າຫ້ອງນ້ຳຢູ່ມິນິມາດ ພໍເຂົ້າໄປເປັນກອງຖ່າຍຮູບເງົາ AV


ມີຊາວເນັດຄົນຍີ່ປຸ່ນໄດ້ມາໂພສເລົ່າເລື່ອງວ່າເກີດປວດເບົາຂຶ້ນມາລະຫວ່າງຢູ່ນອກເຮືອນ ຈຶ່ງໄດ້ເບິ່ງຫາມິນິມາດ ແລ້ວໄປພົບເຫັນມິນິມາດທີ່ໃກ້ທີ່ສຸດ ພ້ອມກັບຈະໄປຂໍເຂົ້າຫ້ອງນ້ຳ (ມິນິມາດຢູ່ປະເທດຍີ່ປຸ່ນສາມາດຂໍເຂົ້າໄດ້) ແຕ່ພໍໄດ້ເຂົ້າໄປ ກັບຮູ້ສຶກວ່າບັນຍາກາດແປກໆ ມີຄົນກຸ່ມໜຶ່ງກຳລັງຫຍຸ້ງກັບການຖືກ້ອງຖ່າຍຫຍັງບາງຢ່າງ ຈົນເຂົ້າໃຈວ່ານີ້ມັນແມ່ນກອງຖ່າຍ AV.

ພໍໄດ້ອອກມາ ແລ້ວສັງເກດເບິ່ງດີໆກໍພົບວ່າບໍ່ແມ່ນມິນິມາດທີ່ຊາວຍີ່ປຸ່ນຄຸ້ນເຄີຍ ແຕ່ເຮັດສີຄ້າຍຄືກັນພ້ອມຕິດປ້າຍວ່າ PLANEMART ພ້ອມມີປ້າຍຂຽນວ່າຄ່າເຊົ່າສະຖານທີ່ 80,000 ເຢນ ສາມາດໃຊ້ໄດ້ 5 ຊົ່ວໂມງ ແລະ ໃນຕອນນັ້ນກໍຄິດໄດ້ທັນທີວ່ານີ້ແມ່ນ ກອງຖ່າຍ AV ແນ່ນອນ!

ໂດຍ PLANEMART ເປັນສະຕູດິໂອທີ່ຢູ່ໃນບໍລິສັດ planear ເຊິ່ງມີສະຕູໂອແບບໃຫ້ເຊົ່າ ມີທັງສາກໂຮງຮຽນ  ສຳນັກງານ, ເວທີຄອນເສີດ, ບ້ານຫຼູຫຼາ, ໂຮງໝໍ ແລະ ອື່ນໆ ເຊິ່ງສ່ວນໃຫຍ່ຄົນທີ່ມາເຊົ່າກໍຈະເປັນຈະບໍລິສັດຖ່າຍໜັງ AV ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/