ໄທ, ລາວ, ຈີນ ເຈລະຈາ ເປີດເສັ້ນທາງການບິນໃໝ່ ຮອງຮັບຄວາມຕ້ອງການທີ່ເພີ່ມສູງຂຶ້ນ


ອີງຕາມການລາຍງານຂອງ ໜັງສືພິມ The Nation ​ໄທ​ພວມ​ປຶກສາ​ຫາລື​ກັບ​ຈີນ ​ແລະ ລາວ ກ່ຽວ​ກັບ​ແຜນການ​ເປີດ​ເສັ້ນທາງ​ການບິນ​ໃໝ່ ​ເພື່ອ​ຮັບ​ມື​ກັບ 100,000 ຖ້ຽວ​ບິນ​ທີ່​ຄາດ​ວ່າ​ຈະ​ບິນ​ຢູ່​ເທິງ​​ຟ້າ.

ທ່ານ​ນົບພາສິດ ​ຈັກ​ພິທັກ ປະທານ​ວິທະຍຸ​ກະຈາຍສຽງ​ແຫ່ງ​ປະ​ເທດ​ໄທ ກ່າວ​ເມື່ອບໍ່ດົນມານີ້ວ່າ: ເສັ້ນທາງທີ່ສະເໜີມານັ້ນ ຄາດວ່າຈະຊ່ວຍຫຼຸດຜ່ອນ ຄວາມແອອັດ ໃນເສັ້ນທາງການບິນ ປັດຈຸບັນ ທີ່ອົງການ ການບິນພົນລະເຮືອນ ສາກົນ (ICAO) ກຳນົດ ທີ່ໄປແອອັດແຕ່ຈຸດດຽວຢູ່ພາກຕາເວັນຕົກສຽງເໜືອ ຂອງລາວ.

ທ່ານ ນົບພາສິດ ກ່າວ​ວ່າ ພາຍຫຼັງ​ສາມ​ປະ​ເທດ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ເສັ້ນທາງ​ການບິນ​ໃໝ່​ລະຫວ່າງ​ໄທ​ກັບ​ຈີນ​ຜ່ານ​ລາວ​ແລ້ວ, ​ເຊິ່ງ​ເສັ້ນທາງ​ການ​ບິນ​ຂະ​ໜານ​ນີ້​ຄາດ​ວ່າ​ຈະ​ເປີດ​ໃນ​ຕົ້ນ​ປີ 2026 ຫຼັງ​ຈາກ​ບັນລຸ​ຂໍ້​ກຳນົດ​ດ້ານ​ຄວາມ​ປອດ​ໄພ​ຂອງ ICAO.

ທ່ານ​ກ່າວ​ວ່າ, ອຸດ​ສາ​ຫະ​ກຳ​ການ​ບິນ​ຂອງ​ອາ​ຊີ​ໄດ້​ເຫັນ​ສັນ​ຍານ​ຂອງ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ຈີນ​ ແລະ ​ອິນ​ເດຍ, ຕາມ​ການ​ສັ່ງ​ຊື້​ເຮືອ​ບິນຫຼາຍກວ່າ 1,000 ລຳ.

ປະທານ​ວິທະຍຸ​ກະຈາຍສຽງ​ແຫ່ງ​ປະ​ເທດ​ໄທ ກ່າວ​ວ່າ “ ການປະຕິບັດແຜນດັ່ງກ່າວ ແມ່ນກຳລັງພວມ​ດຳ​ເນີນການເຈລະຈາ​ຢູ່​ລະຫວ່າງ​ໄທ, ລາວ, ຈີນ ​ໃນ​ແຜນການ​ເປີດ​ເສັ້ນທາງ​ບິນ​ໃໝ່​ເພື່ອ​ຮອງຮັບ​ຖ້ຽວ​ບິນ​ເພີ່ມ​ຂຶ້ນ​ຈາກ 100,000 ຖ້ຽວ​ຕໍ່​ປີ​ໃນ​ປັດຈຸ​ບັນ​ ແລະ ຈະກາຍເປັນເປັນ 200,000 ຖ້ຽວຕໍ່ປີ ໃນອະນາຄົດ.

ແຜນການເສັ້ນທາງເສັ້ນຄູ່ຂະໜານລະຫວ່າງໄທ ແລະຈີນ ຈະຮອງຮັບຖ້ຽວບິນລະຫວ່າງແຂວງພາກເໜືອຂອງໄທ ຄືຊຽງໃໝ່ ແລະ ຊຽງຣາຍ ແລະ ເມືອງໃຫຍ່ຂອງຈີນ ເຊັ່ນ: ຄຸນໝິງ, ກຸ້ຍຢາງ, ຊຽງຕູ, ທຽນຟູ ແລະ ຊົງຊິງ.

https://www.nationthailand.com/thailand/general/40036820

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/