Bitcoin ກໍາລັງປະເຊີນກັບວິກິດການສະພາບຄ່ອງ ຫຼັງຈາກຄວາມຕ້ອງການໃນການຊື້ Bitcoin ເພີ່ມຂຶ້ນສູງຢ່າງທີ່ບໍ່ເຄີຍມີມາກ່ອນ


ເນື່ອງຈາກຄວາມຕ້ອງການໃນການຊື້ Bitcoin ເພີ່ມສູງຂຶ້ນຢ່າງໄວວາ ເຮັດໃຫ້ສະພາບຄ່ອງຂອງຫຼຽນດັ່ງກ່າວຫຼຸດລົງຕໍ່າສຸດຢ່າງທີ່ບໍ່ເຄີຍມີມາກ່ອນໃນເດືອນທີ່ຜ່ານມາ.

ແລະໂອກາດທີ່ Bitcoin ຈະປະເຊີນກັບວິກິດການສະພາບຄ່ອງທີ່ຮຸນແຮງໃນອີກ 2 – 3 ເດືອນໜ້າແມ່ນສູງຫຼາຍ. ເນື່ອງຈາກວ່າຄວາມຕ້ອງການສໍາລັບ Bitcoin ໄດ້ເພີ່ມຂຶ້ນເຖິງລະດັບທີ່ບໍ່ເຄີຍມີມາກ່ອນ.

ອີງຕາມບົດລາຍງານຈາກ CryptoQuant ໄດ້ຄາດການໄວ້ວ່າ ວິກິດການດ້ານສະພາບຄ່ອງດ້ານການຂາຍໃນປັດຈຸບັນຂອງ Bitcoin ຈະແກ່ຍາວເຖິງ 6-12 ເດືອນ, ເຊິ່ງນີ້ອາດຈະເຮັດໃຫ້ລາຄາຂອງ Bitcoin ເພີ່ມຂຶ້ນສູງໄດ້.

ຄວາມຕ້ອງການ Bitcoin ໄດ້ເພີ່ມຂຶ້ນຈາກ 40,000 BTC ໃນຕອນຕົ້ນປີ 2024 ເປັນ 213,000 BTC ໃນປັດຈຸບັນ. ໂດຍທາງ CryptoQuant ໄດ້ວັດແທກຄວາມຕ້ອງການໃນໄລຍະ 30 ມື້ທີ່ຜ່ານມາຈາກ Address ທີ່ໄດ້ຮັບ ແລະ ຖືຄອງ Bitcoin ໄວ້ເທົ່ານັ້ນ, ໂດຍ Address ເຫຼົ່ານີ້ຈະຕ້ອງຖື Bitcoin ຫຼາຍກວ່າ 10 BTC ແລະ ບໍ່ມີການໂອນອອກ. ລວມທັງບໍ່ໄດ້ຢູ່ໃນກະດານເທຣດ ຫຼື pool ຂຸດຫຼຽນ ແລະ ເປີດໃຊ້ງານໃນໄລຍະ 7 ປີທີ່ຜ່ານມາ.

ຄວາມຕ້ອງການ Bitcoin ທີ່ເພີ່ມຂຶ້ນ ສ່ວນໜຶ່ງແມ່ນເປັນຜົນມາຈາກການເປີດຕົວ Bitcoin ETFs ໃນສະຫະລັດ, ໂດຍນັກວິເຄາະສັງເກດເຫັນວ່າຈໍານວນ Bitcoin ທີ່ຖືຄອງໂດຍເຈົ້າມືລາຍໃຫຍ່ໃນປີນີ້ໄດ້ມີການເພີ່ມຂຶ້ນໃນລະດັບທີ່ບໍ່ເຄີຍມີມາກ່ອນ. ໂດຍເພີ່ມຂຶ້ນຈາກ 874,000 BTC ໃນຕົ້ນປີ 2024 ເປັນ 1.57 ລ້ານ BTC ໃນປັດຈຸບັນ.

ໃນຂະນະທີ່ຄວາມຕ້ອງການໃນການຊື້ຫຼາຍຂຶ້ນ, ສະພາບຄ່ອງດ້ານການຂາຍກໍໄດ້ສືບຕໍ່ຫຼຸດລົງ, ໂດຍປະລິມານ Bitcoin ທີ່ພ້ອມສໍາລັບການຂາຍຫຼຸດລົງປະມານ 2.7 ລ້ານ BTC, ເຊິ່ງຫຼຸດລົງຈາກລະດັບ ATH ທີ່ 3.5 ລ້ານ BTC ເຊິ່ງບັນລຸລະດັບນັ້ນໃນໄລຍະເດືອນມີນາ 2020.

ສຳລັບສະພາບຄ່ອງດ້ານການຂາຍແມ່ນວັດແທກໂດຍຈໍານວນເງິນຂອງ Bitcoin ທີ່ຖືຢູ່ໃນກະດານເທຣດແບບລວມສູນ, Bitcoin ທີ່ຂາຍຢູ່ນອກຕະຫຼາດ (OTC), Bitcoin ທີ່ນັກຂຸດຖືໄວ້ ແລະ Bitcoin ທີ່ຖືກຢຶດໂດຍລັດຖະບານສະຫະລັດ.

ນອກຈາກນີ້, ນັກວິເຄາະຍັງພິຈາລະນາວ່າ ການຖືຄອງ GBTC Bitcoin ຂອງ Grayscale ເປັນສະພາບຄ່ອງດ້ານການຂາຍ, ເນື່ອງຈາກ ETF ໄດ້ເພີ່ມຄວາມຕ້ອງການຂອງ BTC ທີ່ຈະຂາຍໂດຍຜ່ານການໄຖ່ຖອນຂອງນັກລົງທຶນຂະໜາດໃຫຍ່ໃນເວລາທີ່ບໍ່ມີກອງທຶນນີ້. ສະພາບຄ່ອງດ້ານການຂາຍຈະຫຼຸດລົງໃນລະດັບຕໍ່າສຸດ ເຊິ່ງເຫັນໄດ້ຈາກຄັ້ງຫຼ້າສຸດໃນເດືອນກຸມພາ 2018.

ທີ່ມາ:

cryptopotato

cryptoquant

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/