ໄຕ້ຫວັນປະເຊີນກັບການຂາດແຄນຄົນງານທີ່ມີສີມືແຮງງານໃນຂະແໜງເຕັກໂນໂລຊີຂັ້ນສູງ. ອັນເນື່ອງມາຈາກອັດຕາການເກີດຕໍ່າ ຄຽງຄູ່ກັບຄວາມຕ້ອງການແຮງງານທີ່ເພີ່ມຂຶ້ນໃນອຸດສາຫະກໍາ semiconductor.
ເພື່ອແກ້ໄຂບັນຫາດັ່ງກ່າວ ໄຕ້ຫວັນຈຶ່ງໄດ້ມອບທຶນການສຶກສາ ໃຫ້ກັບນັກສຶກສາຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ໂດຍສະເພາະແມ່ນ “ຫວຽດນາມ” ແລະ “ອິນໂດເນເຊຍ” ເພື່ອໃຫ້ມາຮຽນສຶກສາຕໍ່ໃນສາຂາວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ (STEM) ເພື່ອພັດທະນາໃຫ້ເປັນຊັບພະຍາກອນມະນຸດສໍາລັບອຸດສາຫະກໍາ semiconductor.
Silicon Valley ຂອງໄຕ້ຫວັນ ຕັ້ງຢູ່ໃນເຂດຊານເມືອງຂອງນະຄອນ Hsinchu ເຊິ່ງເປັນແຫຼ່ງຂອງນັກສຶກສາທີ່ໄດ້ຮັບໂອກາດທີ່ຈະດໍາເນີນການເຝິກງານຕົວຈິງກັບບໍລິສັດ ຊິບຊັ້ນນໍາເຊັ່ນ ໄຕ້ຫວັນ Semiconductor, Manufacturing Company (TSMC) (TSMC), ASE Technology Holding ແລະ Powertech Technology.
ໂຮງຮຽນ Semiconductors ຂອງມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດໄຕ້ຫວັນ (MUST) ຫຼື Mini TSMC ໄດ້ສຸມໃສ່ການຜະລິດຜູ້ຊ່ຽວຊານດ້ານ semiconductor ທີ່ຈະເປັນຊັບພະຍາກອນອັນລໍ້າຄ່າສໍາລັບນາຍຈ້າງໃນອະນາຄົດ ແລະ ນັກສຶກສາເກືອບ 700 ຄົນໃນຈຳນວນນັກສຶກສາທັງໝົດ 2.300 ຄົນແມ່ນມາຈາກປະເທດ “ຫວຽດນາມ”.
ໂຄງການດັ່ງກ່າວສະແດງໃຫ້ເຫັນຄວາມກັງວົນຂອງບໍລິສັດເຕັກໂນໂລຊີໄຕ້ຫວັນກ່ຽວກັບການຂາດແຄນບຸກຄະລາກອນທີ່ມີພອນສະຫວັນ.
Chang Ho, ຄະນະບໍດີຂອງໂຮງຮຽນ MUST’s Semiconductor ກ່າວວ່າ
“ພວກເຮົາຕ້ອງການຄົນງານເພິ່ມອີກຫຼາຍສິບພັນຄົນ. ບໍລິສັດ ແລະ ມະຫາວິທະຍາໄລຈໍາເປັນຕ້ອງຮ່ວມມືກັນເພື່ອສົ່ງເສີມຜູ້ທີ່ມີຄວາມສາມາດ”.
ໄຕ້ຫວັນນັ້ນມີອັດຕາການເກີດທີ່ຕໍ່າສຸດໃນໂລກ. ເນື່ອງຈາກຄ່າແຮງງານທີ່ຊົບເຊົາ, ການເພີ່ມຂຶ້ນຂອງລາຄາອະສັງຫາລິມະຊັບ ແລະ ຄວາມກົດດັນອື່ນໆ ສົ່ງຜົນໃຫ້ອັດຕາການເກີດຂອງໄຕ້ຫວັນແມ່ນຢູ່ໃນລະດັບຕໍ່າທີ່ສຸດເປັນປະຫວັດສາດ. ໂດຍໃນປີ 2023 ມີເດັກນ້ອຍເກີດໃໝ່ພຽງ 135,000 ຄົນ ຈາກ 300,000 ຄົນໃນປີ 1990.
ໃນຂະນະດຽວກັນ, ອຸດສາຫະກໍາ semiconductor ຍັງຄົງຕ້ອງການຄົນງານເພິ່ມຂຶ້ນຢ່າງຕໍ່ເນື່ອງ. ໄຕ້ຫວັນຕ້ອງປະເຊີນກັບຄວາມກົດດັນສໍາລັບ “ແຮງງານ” ໃນອຸດສາຫະກໍາ semiconductor, ເຊິ່ງເປັນເຄື່ອງຈັກທີ່ສໍາຄັນຂອງການຂັບເຄື່ອນປະເທດ. ທ່າມກາງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງສໍາລັບຊິບ, ດ້ວຍຄວາມກ້າວໜ້າທາງດ້ານປັນຍາປະດິດ ແລະ ເຕັກໂນໂລຊີອື່ນໆ, ລັດຖະບານ, ທຸລະກິດ ແລະ ສະຖາບັນການສຶກສາຕ້ອງໄດ້ຊອກຫາກົນລະຍຸດໄລຍະຍາວເພື່ອຮັກສາກຸ່ມແຮງງານທີ່ມີພອນສະຫວັນເຫຼົ່ານີ້ເອົາໄວ້.
ດັ່ງນັ້ນ, ນັກສຶກສາຕ່າງປະເທດແມ່ນຈຶ່ງເປັນກຸນແຈສໍາຄັນໃນການແກ້ໄຂການຂາດແຄນແຮງງານຂອງໄຕ້ຫວັນ. ໂດຍການເປີດຕົວໂຄງການໃໝ່ໃນປີນີ້. ລັດຖະບານ ແລະ ນາຍຈ້າງຈະຮ່ວມກັນໃຫ້ການສະໜັບສະໜູນດ້ານການເງິນແກ່ນັກສຶກສາຕ່າງປະເທດ ແລກກັບການທີ່ນັກສຶກສາເຫຼົ່ານັ້ນຈະຕ້ອງເຮັດວຽກຢູ່ໃນໄຕ້ຫວັນເປັນໄລຍະເວລາໜຶ່ງຫຼັງຈາກການຮຽນຈົບ.
ປີ 2022, ຈຳນວນນັກສຶກສາຈາກອາຊີຕາເວັນອອກສຽງໃຕ້ເພີ່ມຂຶ້ນ, ໂດຍຫວຽດນາມຢູ່ອັນດັບ 1 ແລະ ຕາມມາແມ່ນອິນໂດເນເຊຍ ແລະ ມາເລເຊຍ, ລວມທັງແຜນການດຶງດູດນັກສຶກສາຈາກຟິລິບປິນໃຫ້ຫຼາຍຂຶ້ນກວ່າເກົ່າ.
ໄຕ້ຫວັນໄດ້ໃຊ້ງົບປະມານ 163 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນແຜນການນີ້ໄປຈົນເຖິງປີ 2028 ເພື່ອດຶງດູດນັກສຶກສາຕ່າງປະເທດ 320.000 ຄົນພາຍໃນປີ 2030 ໂດຍໄດ້ເນັ້ນໜັກຈາກອາຊີຕາເວັນອອກສຽງໃຕ້. ໂດຍມີເປົ້າໝາຍໃນການເພີ່ມອັດຕາສ່ວນນັກສຶກສາຕ່າງປະເທດທີ່ຈະໄປເຮັດວຽກຢູ່ໄຕ້ຫວັນພາຍຫຼັງຮຽນຈົບຈາກປັດຈຸບັນ 40% ເປັນ 50% ແລະ 70%.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/