ເວັບເທຣດກວ່າ 50 ແຫ່ງລວມທັງ Binance ລຸມຈີບໄຕ້ຫວັນເພື່ອຫວັງເຂົ້າຮ່ວມຕະຫຼາດ crypto ໃນປະເທດ


ໜ່ວຍງານຄຸ້ມຄອງດູແລຂອງໄຕ້ຫວັນໄດ້ເປີດເຜີຍວ່າ ຫຼ້າສຸດໄຕ້ຫວັນໄດ້ກາຍເປັນຈຸດມຸ່ງໝາຍຂອງບັນດາເຫຼົ່າແພລັດຟອມ cryptocurrency 52 ແຫ່ງລວມທັງ Binance ເວັບເທຣດຍັກໃຫຍ່ອັນດັບໂລກ ເພື່ອຫວັງທີ່ຈະເຂົ້າຮ່ວມຕະຫຼາດ crypto ໃນໄຕ້ຫວັນ, ສົ່ງຜົນໃຫ້ເຫດການເຄື່ອນໄຫວໃນຄັ້ງນີ້ເກີດຂຶ້ນທ່າມກາງຄວາມສົນໃຈ ແລະ ການລົງທຶນໃນສະກຸນເງິນດິຈິຕອນທີ່ເພີ່ມຂຶ້ນທົ່ວໂລກ ແລະ ສຳລັບໄຕ້ຫວັນເອງນັ້ນກໍມີຄວາມກະຕືລືລົ້ນຢູ່ແລ້ວທີ່ຢາກຈະເຈາະເຂົ້າສູ່ອຸດສະຫະກຳສິນຊັບດິຈິຕອນທີ່ກຳລັງເຕີບໂຕຂຶ້ນເລື້ອຍໆ.

ຈາກ 52 ແພລັດຟອມ cryptocurrency ທີ່ຕ້ອງການເຂົ້າຮ່ວມ ມີພຽງ 25 ແພລັດຟອມທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຕ້ອງການປະຕິບັດຕາມກົດລະບຽບຂອງໄຕ້ຫວັນຢ່າງເຄັ່ງຄັດ ເພື່ອໃຫ້ສອດຄ່ອງກັບການຕໍ່ຕ້ານມາດຕະການຕ້ານການຟອກເງິນ (AML) ໂດຍສະເພາະແມ່ນສອງແພລັດຟອມເຫຼົ່ານີ້ທີ່ມາຈາກຕ່າງປະເທດ ໜຶ່ງໃນນັ້ນແມ່ນກະດານເທຣດລະດັບໂລກທີ່ເຮົາຮູ້ຈັກກັນເປັນຢ່າງດີຄື Binance ຖືໄດ້ວ່າເປັນອີກໜຶ່ງກະດານທີ່ໜ້າຈັບຕາເບິ່ງເປັນທີ່ສຸດໃນບັນດາເວັບເທຣດ.

ສ່ວນແພລັດຟອມທີ່ເຫຼືອອີກ 27 ແພລັດຟອມນັ້ນຍັງຢູ່ໃນລະຫວ່າງການຍື່ນຂໍເອກະສານທີ່ຈຳເປັນເພື່ອປະຕິບັດຕາມມາດຕະຖານ AML ທີ່ກໍານົດໂດຍໜ່ວຍງານຄຸ້ມຄອງດູແລຂອງໄຕ້ຫວັນ. ໂດຍແພລັດຟອມເຫຼົ່ານີ້ກຳລັງເຮັດວຽກຢ່າງໜັກເພື່ອແກ້ໄຂໄຂຂໍ້ບົກພ່ອງແລະປັບປຸງໂປໂຕຄອນ AML ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດທີ່ເຂັ້ມງວດຂອງປະເທດ.

ການເພີ່ມຂໍ້ມູນໃນການຕ້ານການຟອກເງິນ (AML) ໃຫ້ສົມບູນນັ້ນຖືເປັນຂັ້ນຕອນທີ່ສໍາຄັນໃນການໄດ້ຮັບການອະນຸມັດຕາມກົດລະບຽບໃນ Taipei. ເນື່ອງຈາກເປັນການປະຕິບັດທີ່ເຮັດໃຫ້ໝັ້ນໃຈໄດ້ວ່າ ແພລັດຟອມເຫຼົ່ານີ້ຈະວາງມາດຕະການທີ່ເຂັ້ມແຂງເພື່ອປ້ອງກັນການຟອກເງິນ ແລະ ກິດຈະກໍາທາງດ້ານການເງິນທີ່ຜິດກົດໝາຍພາຍໃນລະບົບຂອງພວກເຂົາ.

ທັງນີ້ ໜ່ວຍງານອໍານາດການປົກຄອງໄຕ້ຫວັນຍັງໄດ້ອຸທິດຕົນເພື່ອສົ່ງເສີມລະບົບນິເວດ cryptocurrency ທີ່ປອດໄພ ແລະ ໂປ່ງໃສ, ຂໍ້ກໍານົດ AML ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມປາຖະໜາຂອງເຂົາເຈົ້າທີ່ຈະປົກປັກຮັກສາຜົນປະໂຫຍດທາງດ້ານການເງິນຂອງປະເທດ ແລະ ພົນລະເມືອງຂອງຕົນ.

ທີ່ມາ:

coincu

coincu2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/